ຈີນເພີ່ມການລົງໂທດຄະດີຄ້າຢາເສບຕິດ ພົບການກະທໍາຜິດຫລຸດລົງເກືອບ 30%

ສານດີກາຈີນເປີດເຜີຍວ່າ: ຈໍານວນຄະດີທີ່ກ່ຽວຂ້ອງກັບຢາເສບຕິດຫລຸດລົງ ຫລັງໄດ້ມີການລົງໂທດທີ່ຮຸນແຮງຂຶ້ນຕໍ່ຫົວໜ້າກຸ່ມຄ້າຢາ, ຜູ້ກະທໍາຜິດຊໍ້າ ແລະ ຜູ້ໃຫ້ການສະໜັບສະໜູນທາງການເງິນ.
ສານປະຊາຊົນສງສຸດຂອງຈີນເປີດເຜີຍວ່າ: ໃນປີ 2024 ຈີນຕັດສິນຄະດີອາຍາທີ່ກ່ຽວຂ້ອງກັບຢາເສບຕິດຊັ້ນຕົ້ນ 35,859 ຄະດີ, ແຕ່ໃນເດືອນມັງກອນ-ພຶດສະພາປີນີ້ ຕົວເລກຢູ່ທີ່ 9,343 ຄະດີ ເຊິ່ງຫລຸດລົງເກືອບ 30% ເມື່ອທຽບໃສ່ແຕ່ລະປີ.
ລາຍງານລະບຸວ່າ: ຈີນເນັ້ນໃສ່ການປາບປາມອາດຊະຍາກໍາເຊັ່ນ: ການລັກລອບນໍາເຂົ້າ ຫລື ສົ່ງອອກການຜະລິດ ແລະ ການຄ້າຢາເສບຕິດປະລິມານຫລາຍ. ຂະນະທີ່ຜູ້ທີ່ກ່ຽວຂ້ອງກັບການໃຊ້ອາວຸດ ຫລື ຕໍ່ຕ້ານການສືບສວນດ້ວຍຄວາມຮຸນແຮງ, ຫົວໜ້າແກ້ງຄ້າຢາ, ຜູ້ກະທໍາຜິດຊໍ້າ ແລະ ຜູ້ໃຫ້ການສະໜັບສະໜູນທາງການເງິນຕໍ່ກຸ່ມຄ້າຢາ ຈະໄດ້ຮັບໂທດທີ່ຮຸນແຮງຂຶ້ນ.
ນອກຈາກນັ້ນ, ສານທົ່ວປະເທດຍັງປຸກລະດົມສ້າງຄວາມເຂົ້າໃຈທາງກົດໝາຍໃຫ້ເຍົາວະຊົນ ລວມທັງສານໃນມົນທົນຈຽງຊູ ເຊິ່ງຜະເຊີນນັກຈິດຕະວິທະຍາມາເພື່ອຊ່ວຍຟື້ນຟູເຍົາວະຊົນທີ່ຕິດຢາເສບຕິດ.

