ລາຍງານອຸຕຸນິຍົມໂລກເຜີຍ ອາຊີຮ້ອນໄວຂຶ້ນເກືອບສອງເທົ່າຂອງຄ່າສະເລ່ຍທົ່ວໂລກ

ລາຍງານສະຖານະສະພາບອາກາດຂອງອົງການອຸຕຸນິຍົມວິທະຍາໂລກ (WMO) ເຊິ່ງໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບນະໂຍບາຍເພື່ອການຕັດສິນໃຈລະດັບພາກພື້ນ ແລະ ລະດັບປະເທດ ລະບຸໃນປີ 2024 ວ່າ: ຜົນກະທົບຂອງຄື້ນຄວາມຮ້ອນໃນອາຊີກໍາລັງຮຸນແຮງຂຶ້ນ ໂດຍທານນໍ້າກ້ອນທີ່ລະລາຍຢ່າງຕໍ່ເນື່ອງ ຄຸກຄາມຄວາມໝັ້ນຄົງດ້ານນໍ້າໃນອະນາຄົດຂອງພາກພື້ນ.
ລາຍງານສະບັບໃໝ່ລະບຸວ່າ: ປີ 2024 ເປັນປີທີ່ຮ້ອນສຸດເປັນປະຫວັດສາດ ຫລື ຮ້ອນເປັນອັນດັບສອງເທົ່າທີ່ມີການບັນທຶກໄວ້ ຂຶ້ນຢູ່ກັບຊຸດຂໍ້ມູນ ລວມທັງຄື້ນຄວາມຮ້ອນທີ່ແຜ່ຂະຫຍາຍ ແລະ ຄົງຢູ່ຍາວນານ ເຊິ່ງທ່າອ່ຽງຄວາມຮ້ອນລະຫວ່າງປີ 1991-2024 ເພີ່ມຂຶ້ນເກືອບສອງເທົ່າຂອງໄລຍະປີ 1961-1990.
ອາຊີເປັນທະວີບທີ່ມີແຜ່ນດິນຂະໜາດໃຫຍ່ທີ່ສຸດ ຍາວເຖິງພາກພື້ນອາກຕິກ ແລະ ຮ້ອນຂຶ້ນໄວກວ່າສອງເທົ່າຂອງຄ່າສະເລ່ຍທົ່ວໂລກ ເນື່ອງຈາກອຸນຫະພູມທີ່ເພີ່ມຂຶ້ນເທິງພື້ນດິນ ສູງກວ່າອຸນຫະພູມທີ່ເພີ່ມຂຶ້ນໃນມະຫາສະໝຸດ.
ໃນປີ 2024 ຄື້ນຄວາມຮ້ອນປົກຄຸມພື້ນທີ່ມະຫາສະໝຸດຫລາຍເປັນປະຫວັດສາດ ແລະ ອຸນຫະພູມຜິວນໍ້າທະເລຢູ່ໃນລະດັບສູງສຸດເຊັ່ນກັນ ໂດຍອັດຕາການອຸ່ນຂຶ້ນຂອງຜິວນໍ້າທະເລໃນອາຊີ ຢູ່ລະດັບ 0.24 ອົງສາຕໍ່ທົດສະວັດ ເກືອບສອງເທົ່າຂອງຄ່າສະເລ່ຍທົ່ວໂລກ.
ນອກຈາກນີ້, ພື້ນທີ່ມະຫາສະໝຸດສ່ວນຫລາຍຂອງອາຊີ ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນໃນທະເລທີ່ຮຸນແຮງ ເຊິ່ງເປັນລະດັບຮຸນແຮງທີ່ສຸດ ນັບແຕ່ເລີ່ມມີການບັນທຶກໃນປີ 1993 ໂດຍສະເພາະທາງເໜືອຂອງມະຫາສະໝຸດອິນເດຍ, ພື້ນທີ່ມະຫາສະໝຸດຕິດກັບຍີ່ປຸ່ນ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ.
ລາຍງານຍັງລະບຸອີກວ່າ: ການລະບາຍຂອງທານນໍ້າກ້ອນສ່ວນຫລາຍຢູ່ພູສູງຂອງອາຊີໃນໄລຍະຫລາຍສິບປີຜ່ານມາ ສົ່ງຜົນກະທົບຕໍ່ລະດັບນໍ້າທະເລ, ວັກທະຈັກນໍ້າໃນພາກພື້ນ ແລະ ເຫດການອັນຕະລາຍຕ່າງໆເຊັ່ນ: ອຸທົກກະໄພ.
ທ່ານ ນາງ ເຊເລສ ເຊົາໂລ ເລຂາທິການ WMO ກ່າວວ່າ: ລາຍງານສະຖານະສະພາບອາກາດໃນອາຊີ ເນັ້ນເຖິງການປ່ຽນແປງຂອງຕົວຊີ້ວັດສະພາບອາກາດທີ່ສໍາຄັນເຊັ່ນ: ອຸນຫະພູມພື້ນຜິວ, ມວນທານນໍ້າກ້ອນ ແລະ ລະດັບນໍ້າທະເລ ເຊິ່ງຈະສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ສັງຄົມ, ເສດຖະກິດ ແລະ ລະບົບນິເວດໃນພາກພື້ນ.

