ທ່ານ ທຣໍາ ກ່າວວ່າ ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາຈາກແຜ່ນດິນໄຫວ ເຖິງວ່າເຈົ້າໜ້າທີ່ USAID ຖືກໄລ່ອອກ-ຕັດງົບ
ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໃຫ້ຄໍາໝັ້ນວ່າ: ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາ ພາຍຫລັງເກີດແຜ່ນດິນໄຫວຄັ້ງໃຫຍ່ ເຖິງວ່າຝ່າຍບໍລິຫານຂອງທ່ານ ທຣໍາ ຈະແຈ້ງຕໍ່ສະພາຄອງເກຣດວ່າ: ອາເມລິກາຈະເດີນໜ້າປົດພະນັກງານເກືອບທັງໝົດທີ່ຍັງເຫລືອຢູ່ໃນໜ່ວຍງານເພື່ອການພັດທະນາລະຫວ່າງປະເທດ ຫລື USAID ລວມທັງຍັງເດີນໜ້າປິດໜ່ວຍງານດັ່ງກ່າວ ເພື່ອຫລຸດລາຍຈ່າຍຂອງລັດຖະບານ. ທັງນີ້, USAID ເປັນໜ່ວຍງານທີ່ມີບົດບາດສໍາຄັນໃນການປະສານການຊ່ວຍເຫລືອປະເທດຕ່າງໆທີ່ຜະເຊີນແຜ່ນດິນໄຫວ….










