ຫວຽດນາມອະນຸມັດແຜນພະລັງງານມູນຄ່າມະຫາສານ ຫລັງປົດລັອກແຫລ່ງເງິນທຶນຈາກຕ່າງປະເທດ ມຸ້ງເປົ້າສູ່ຄວາມເປັນກາງທາງກາກບອນ

ທ່ານ ຝາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ອະນຸມັດແຜນດ້ານພະລັງງານມູນຄ່າມະຫາສານທີ່ຕ້ອງການເງິນທຶນຫລາຍກວ່າ 1,35 ແສນລ້ານໂດລາສະຫະລັດ ໂດຍຫວັງປົດລັອກແຫລ່ງເງິນທຶນຈາກຕ່າງປະເທດ ໂດຍສະເພາະກຸ່ມປະເທດ G7 ສໍາລັບການລົງທຶນໃນໂຄງສ້າງ ແລະ ເຄືອຂ່າຍດ້ານພະລັງງານແຫ່ງໃໝ່ ເພື່ອມຸ້ງເປົ້າໄປສູ່ປະເທດທີ່ມີຄວາມເປັນກາງທາງກາກບອນໃນກາງສະຕະວັດນີ້.
ໂດຍແຜນພະລັງງານນີ້ມີຊື່ວ່າ: PDP8 ເຊິ່ງທາງການຫວຽດນາມຫວັງວ່າ: ແຜນນີ້ຈະມີສ່ວນຊ່ວຍຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານໃຫ້ປະເທດໄດ້ ໂດຍສະເພາະໃນໄລຍະທີ່ຫວຽດນາມເລີ່ມເຂົ້າສູ່ສະຖານະການປ່ຽນຜ່ານຈາກໄລຍະທີ່ອາໄສພະລັງງານຈາກຖ່ານຫີນຢ່າງໜັກໃນປັດຈຸບັນໄປສູ່ໄລຍະທີ່ເປັນກາງທາງກາກບອນພາຍໃນປີ 2050.
ໂດຍແຜນພະລັງງານ PDP8 ຈະມີສ່ວນສໍາຄັນໃນການຊ່ວຍປົດລັອກແຫລ່ງເງິນລົງທຶນເບື້ອງຕົ້ນມູນຄ່າ 1,55 ໝື່ນລ້ານໂດລາສະຫະລັດ ຈາກບັນດາກຸ່ມປະເທດ G7 ລວມທັງບັນດາປະເທດຮັ່ງມີທີ່ເຄີຍໃຫ້ສັນຍາໄວ້ນໍາທາງການຫວຽດນາມໃນເດືອນທັນວາຜ່ານມາ ເຊິ່ງຈະມາຈາກພາກລັດເຄິ່ງໜຶ່ງ ແລະ ພາກເອກະຊົນອີກເຄິ່ງໜຶ່ງ.
ຂະນະທີ່ຜູ້ແທນຈາກກຸ່ມປະເທດ G7 ເປີດເຜີຍວ່າ: ການອະນຸມັດນີ້ເປັນຂັ້ນຕອນສໍາຄັນທີ່ຈໍາເປັນໃນການປົດລັອກເງິນທຶນສໍາລັບໂຄງການພະລັງງານໝູນວຽນຂອງຫວຽດນາມ ໂດຍສະເພາະໂຄງການກັງຫັນລົມນອກຊາຍຝັ່ງ.
ທາງການຫວຽດນາມລະບຸວ່າ: ເພື່ອໃຫ້ບັນລຸເປົ້າໝາຍໃນການເປັນປະເທດທີ່ມີຄວາມເປັນກາງທາງກາກບອນ ໂດຍການຢຸດການໃຊ້ພະລັງງານຈາກຖ່ານຫີນທັງໝົດພາຍໃນປີ 2050 ນັ້ນ, ລັດຖະບານຫວຽດນາມຄາດຄະເນວ່າຈໍາເປັນຕ້ອງໃຊ້ເງິນທຶນສູງເຖິງ 6,58 ແສນລ້ານໂດລາສະຫະລັດ ເຊິ່ງເປັນ 1 ໃນ 5 ສ່ວນຈໍາເປັນຕ້ອງເບີກຈ່າຍພາຍໃນທົດສະວັດນີ້.
ໂດຍກະຊວງອຸດສາຫະກໍາຫວຽດນາມຕັ້ງເປົ້າຈະໃຫ້ອາຄານສໍານັກງານ ແລະ ບ່ອນຢູ່ອາໄສເຄິ່ງໜຶ່ງໃນຫວຽດນາມໃຊ້ພະລັງງານຈາກແຜງໂຊລາເທິງຫລັງຄາຂອງຕົນເອງພາຍໃນປີ 2030 ອີກທັງຍັງຕັ້ງເປົ້າສົ່ງອອກພະລັງງານສີຂຽວປະມານ 5-10 ກິກະວັດ ພາຍໃນປີ 2030 ນໍາອີກ.
ແຜນພະລັງງານ PDP8 ນີ້ຍັງມີແຜນເພີ່ມກໍາລັງການຜະລິດກະແສໄຟຟ້າຂອງຫວຽດນາມຂຶ້ນເປັນ 2 ເທົ່າ ຈາກ 69 ກິກະວັດ ພາຍໃນປີ 2020 ມາເປັນ 158 ກິກະວັດ ພາຍໃນປີ 2030 ເຊິ່ງໂຮງໄຟຟ້າຂອງຫວຽດນາມໃນປັດຈຸບັນທີ່ອາໄສແກັສພາຍໃນປະເທດ ແລະ ແກັສ LNG ນໍາເຂົ້າຈາກຕ່າງປະເທດ ຈະເປັນແຫລ່ງຜະລິດກະແສໄຟຟ້າຫລັກຂອງຫວຽດນາມພາຍໃນປີ 2030 ໂດຍກະແສໄຟຟ້າປະມານ 37,33 ກິກະວັດ ຫລື 23,6% ຂອງກໍາລັງໄຟຟ້າທີ່ຜະລິດໄດ້ໃນປະເທດ ມາຈາກແກັສ LNG, ຮອງລົງມາແມ່ນຖ່ານຫີນ 19%, ພະລັງງານນໍ້າ 18,5%, ພະລັງງານລົມ 17,6% ແລະ ພະລັງງານແສງຕາເວັນ 13,0%.
ອ້າງອີງ:

