ສສຊ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງໃນຂະແໜງການສຶກສາກິລາ
ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານ ກໍຄືຂະແໜງກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິ ບັດບັນດາຄາດໝາຍທີ່ບໍ່ທັນສຳເລັດໂດຍສະເພາະອັດຕາປະລະການຮຽນຂອງນັກຮຽນທີ່ຍັງມີຫລາຍ.ຂະນະ ທີ່ວັນທີ 20 ມິຖຸນາ 2022, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດໄດ້ຖະແຫລງຂ່າວຜົນສຳເລັດການພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ-ການສອນໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ. ທ່ານ ຄໍາໃບ ດໍາລັດ…










