ສາວລາວ U-6 ເສຍໃຫ້ໄທ 0-3 ບານເຕະຊີງແຊ໊ມອາຊີ ຮອບສຸດທ້າຍ

ການແຂ່ງຂັນບານເຕະ ຍິງຊີງແຊ໊ມອາຊີ 2017 ຮຸ່ນ ອາຍຸບໍ່ເກີນ 16 ປີ ຮອບສຸດ ທ້າຍ ທີ່ສະໜາມ ຊົນບູຣີ ກຸ່ມ A ເປັການພົບກັນລະຫວ່າງ ທີມຊາດລາວ ພົບກັບ ທີມຊາດ ໄທ.
ເປີດສາກການແຂ່ງຂັນ ເວລາທຳອິດ ນາທີ 27 ໄທ ໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກການຍິງຂອງ ນາງ ປື້ມ ໃຈ ສັນທິສະຫວັດ. ຈາກນັ້ນ ໃນໄລຍະທ້າຍເຄິ່ງເວລາທຳ ອິດນາທີ 44 ໄທ ມາໄດ້ປະຕູ ໜີຫ່າງເປັນ 2-0 ຈາກການ ຍິງຂອງ ນາງ ປະນິດຖາ ຈີຣັດ ນະວິບູລ ແລະ ຈົບເຄິ່ງເວລາ ທຳອິດໄປດ້ວຍປະຕູນີ້.
ເຂົ້າສູ່ເຄິ່ງເວລາທີສອງ ກາຍເປັນ ໄທ ທີ່ມາໄດ້ປະຕູ ປິດທ້າຍເປັນ 3-0 ໃນນາທີ 66 ຈາກການຍິງຂອງ ນາງ ປື້ມໃຈ ສັນທິສະຫວັດ ຄົນເກົ່າ. ໃນເວລາທີ່ເຫຼືອບໍ່ມີປະຕູເພີ່ມ ຈົບການແຂ່ງຂັນ ໄທ ເອົາຊະ ນະ ສາວລາວ ໄປໄດ້ 3-0. ຈາກຜົນງານດັ່ງກ່າວສົ່ງຜົນ ໃຫ້ ສາວລາວ ຍັງບໍ່ມີຄະ ແນນ, ສ່ວນ ສາວນໄທ ຂຶ້ນ ເປັນທີມນຳກຸ່ມ ຫຼັງຈາກຜົນ ອີກຄູ່ໜຶ່ງ ສປ ຈີນ ສະເໝີ ສ. ເກົາຫຼີ 2-2. ສຳລັບ ສາວລາວ ຍັງເຫຼືອການແຂ່ງຂັນອີກ 2 ນັດມີດັ່ງນີ້:
– ໃນວັນທີ 13 ກັນຍາ ພົບ ກັບ ສປ ຈີນ ເວລາ 17: 00 ໂມງ ແຂ່ງຂັນທີ່ສະໜາມ ຊົນບູຣີ ປະເທດໄທ.
– ໃນວັນທີ 16 ກັນຍາ ພົບກັບ ສ.ເກົາຫຼີ ເວລາ 18: 00 ໂມງ ທີ່ສະໜາມຊົນບູຣີ ປະເທດໄທ.

