ອົງການສະຫະປະຊາຊາດເຕືອນ ໂລກຈະປະເຊີນກັບໄພອຶດຫິວທີ່ບໍ່ເຄີຍມີມາກ່ອນ

ວັນທີ 24 ມິຖຸນາ 2022 ນີ້, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ກູເຕີເຣດ(Guterres) ເຕືອນວ່າ:ໂລກຈະປະເຊີນກັບໄພອຶດຫິວຢູ່ຫລາຍແຫ່ງໃນປີ 2022 ນີ້.
ຂະນະນີ້ມີຫລາຍກວ່າ 4 ລ້ານຄົນໃນປະເທດ ໂຊມາລີ, ເຢແມນ ແລະ ຊູດານໃຕ້ ກຳລັງຕົກຢູ່ໃນສະພາວະອຶດຫິວຢ່າງຮ້າຍແຮງ ແລະ ຫລາຍກວ່າ 1 ລ້ານຄົນໃນ 34 ປະເທດກຳລັງຕົກຢູ່ໃນສະພາບອັດຕະຂັດ.
ທ່ານ ກູເຕີເຣດ(Guterres) ກ່າວວ່າ: ສາເຫດຕົ້ນຕໍແມ່ນເກີດມາຈາກສົງຄາມລະຫວ່າງລັດເຊຍ ແລະ ຢູເຄຣນ. ຂະນະນີ້ຍັງບໍ່ມີຫົນທາງໃດທີ່ຈະຊ່ວຍກອບກູ້ເອົາວິກິດການລະຫວ່າງລັດເຊຍ ແລະ ຢູເຄຣນ ໄດ້, ລັດເຊຍ ແລະ ຢູເຄຣນ, ທັງສອງປະເທດເປັນຜູ້ສົ່ງອອກເຂົ້າບາເລໄປທົ່ວໂລກປະມານ 29% ຂອງການສົ່ງອອກທັງໝົດ.

