ພາຍຸໄຊໂຄນໂມຄາ ຖະຫລົ່ມມຽນມາ ເສຍຊີວິດແລ້ວຢ່າງໜ້ອຍ 30 ຄົນ ທາງການປະກາດໃຫ້ລັດຍະໄຂ່ເປັນພື້ນທີ່ໄພພິບັດ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ວັນທີ 16 ພຶດສະພາ 2023 ນີ້ວ່າ: ສະຖານີໂທລະພາບແຫ່ງຊາດມຽນມາ ລາຍງານຈຳນວນຜູ້ເສຍຊີວິດຈາກພາຍຸໄຊໂຄນໂມຄາ 24 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຈຳນວນໜຶ່ງ.

ຂະນະທີ່ບ້ານເຮືອນຫລາຍກວ່າ 860 ຫລັງ ແລະ ໂຮງໝໍຢ່າງໜ້ອຍ 14 ແຫ່ງໃນປະເທດໄດ້ຮັບຄວາມເສຍຫາຍ, ທາງການໄດ້ປະກາດໃຫ້ ລັດຍະໄຂ່ ທາງຕາເວັນຕົກຂອງປະເທດ ແລະ ເປັນພື້ນທີ່ໄດ້ຮັບຄວາມເສຍຫາຍຫລາຍທີ່ສຸດຈາກອິດທິພົນຂອງພາຍຸລູກນີ້ເປັນພື້ນທີ່ໄພພິບັດ.

ທັງນີ້, ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ ອອກລາຍງານເພີ່ມເຕີມວ່າ: ອິດທິພົນຂອງໄຊໂຄນໂມຄາ ຄວາມເສຍຫາຍເກີດຂຶ້ນເປັນວົງກວ້າງໂດຍສະເພາະເມືອງຊິເຕເວ ເສັ້ນທາງຄົມມະນາຄົມຫລາຍສາຍຖືກຕັດຂາດ ເນື່ອງຈາກມີຕົ້ນໄມ້ຂະໜາດໃຫຍ່ຫລາຍຕົ້ນຫັກລົ້ມ.