ຍີ່ປຸ່ນ ປັບຂຶ້ນຄ່າແຮງງານຮັບມືກັບບັນຫາການຂາດແຄນແຮງງານ

ຍີ່ປຸ່ນ ປັບຂຶ້ນຄ່າແຮງງານຮັບມືກັບບັນຫາການຂາດແຄນແຮງງານ

ຂ່າວຕ່າງປະເທດລາຍງານ ໃນລະຫວ່າງວັນທີ 1-12 ສິງຫາທີ່ຜ່ານມານີ້, ບໍລິສັດໃຫຍ່ໃນຍີ່ປຸ່ນທີ່ບໍ່ກ່ຽວຂ້ອງກັບການໃຫ້ບໍລິການດ້ານເງິນຈຳນວນ 495 ແຫ່ງໄດ້ເປີດເຜີຍຜົນການສຳຫຼວດພົບວ່າ ຫຼາຍໆບໍໍລິສັດໃນຍີ່ປຸ່ນມີຄວາມພໍໃຈຫຼາຍຂຶ້ນໃນການເພີ່ມຄ່າຈ້າງ ຫຼື ຂຶ້ນເງິນເດືອນໃຫ້ແກ່ພະນັກງານ ໂດຍຄິດເປັນອັດຕາສ່ວນ 44% ຂອງຜູ້ຕອບແບບສອບຖາມທັງໝົດ. ບໍລິສັດໃນຍີ່ປຸ່ນພະຍາຍາມຫຼີກລ່ຽງການຂຶ້ນຄ່າຈ້າງ ເນື່ອງຈາກພາວະເງິນຝືດທີ່ດຳເນີນມາຫຼາຍສິບປີເຮັດໃຫ້ຍາກທີ່ຈະເພີ່ມຕົ້ນທຶນຜູ້ບໍລິໂພກໃຫ້ສູງຂຶ້ນໄປອີກ ແຕ່ສະຖານະການໃນຂະນະນີ້ປ່ຽນໄປແລ້ວ ເນື່ອງຈາກສິນຄ້າລາຄາແພງ ເງິນເຢນອ່ອນຄ່າ ສົ່ງຜົນກະທົບຕໍ່ຄ່າຄອງຊີບ ແລະ…

ຄັ້ງທຳອິດຂອງ Apple ທີ່ຜະລິດ Apple Watch ແລະ MacBook ທີ່ຫວຽດນາມ

ຄັ້ງທຳອິດຂອງ Apple ທີ່ຜະລິດ Apple Watch ແລະ MacBook ທີ່ຫວຽດນາມ

ສຳນັກຂ່າວ Nikkei Asia ລາຍງານວ່າ: ເມື່ອບໍ່ດົນມານີ້ Apple ກໍາລັງເຈລະຈາກັບຜູ້ສະໜອງທຶນ Luxshare Precision Industry ແລະ Foxconn ເພື່ອທົດສອບການຜະລິດ Apple Watch ໃນຫວຽດນາມເໜືອ ໂດຍມີີ​ເປົ້າ​ໝາຍ​ຂອງ​ການ​ຜະ​ລິດ​ອຸ​ປະ​ກອນ​ ຢູ່ນອກ​ປະ​ເທດ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ກ່ອນໜ້ານີ້ເລີ່ມຜະລິດຫູຟັງ AirPods…

ສານອາຍາໄທ ບໍ່ໃຫ້ປະກັນຕົວ ດາຣາ ດັງ ແລະ ແມ່, ສົ່ງເຂົ້າຄຸກທັນທີ ຫລັງຈາກພົບເຫັນການສໍ້ໂກງຮ່ວມລົງທຶນແຊຣ Forex ເສຍຫາຍຫລາຍກວ່າ 2,800 ລ້ານບາດ

ສານອາຍາໄທ ບໍ່ໃຫ້ປະກັນຕົວ ດາຣາ ດັງ ແລະ ແມ່, ສົ່ງເຂົ້າຄຸກທັນທີ ຫລັງຈາກພົບເຫັນການສໍ້ໂກງຮ່ວມລົງທຶນແຊຣ Forex ເສຍຫາຍຫລາຍກວ່າ 2,800 ລ້ານບາດ

ສຳນັກງານຂ່າວ The standard ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2022 ພະນັກງານສຳນັກງານໄອຍະການຄະດີພິເສດ ໄດ້ຍື່ນຟ້ອງ ທ້າວ ກິດຕິເຊດ ໄຊຍະເດດ ຫລື ສາລະຍຸດ ໄຊຍະເດດ ອ້າຍ ຂອງ ນາງ ພິ້ງກີ້…

ເອີຣົບຜະເຊີນພາຍຸຖະຫລົ່ມໜັກ ເສຍຊີວິດແລ້ວ 13 ຄົນ ໃນຝຣັ່ງ, ໂອຕຣິດ ແລະ ອິຕາລີ

ເອີຣົບຜະເຊີນພາຍຸຖະຫລົ່ມໜັກ ເສຍຊີວິດແລ້ວ 13 ຄົນ ໃນຝຣັ່ງ, ໂອຕຣິດ ແລະ ອິຕາລີ

ວັນທີ 18 ສິງຫາ 2022, ເກີດເຫດພາຍຸຮຸນແຮງພັດຖະຫລົ່ມທາງຕອນກາງ ແລະ ຕອນໃຕ້ຂອງເອີຣົບ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 13 ຄົນໃນອິຕາລີ, ໂອຕຣິດ ແລະ ຝຣັ່ງ ເຊິ່ງໃນຈຳນວນດັ່ງກ່າວເປັນເດັກນ້ອຍ 3 ຄົນ ໂດຍສາເຫດການເສຍຊີວິດສ່ວນຫລາຍເກີດຈາກພາຍຸພັດຕົ້ນໄມ້ຫັກລົງມາທັບ, ຂະນະທີ່ມີຜູ້ໄດ້ຮັບບາດເຈັບອີກເປັນຈຳນວນຫລາຍ. ຝົນທີ່ຕົກລົງມາຢ່າງໜັກ ແລະ…

BYD Han ຢູ່ຈີນເກີດມີໄຟລຸກໄໝ້ຂຶ້ນ ຢູ່ກາງຖະໜົນພາຍຫລັງເຈົ້າຂອງລົດຊື້ມາ ໄດ້ພຽງ 7 ວັນ ໂດຍບໍ່ຮູ້ສາເຫດ

BYD Han ຢູ່ຈີນເກີດມີໄຟລຸກໄໝ້ຂຶ້ນ ຢູ່ກາງຖະໜົນພາຍຫລັງເຈົ້າຂອງລົດຊື້ມາ ໄດ້ພຽງ 7 ວັນ ໂດຍບໍ່ຮູ້ສາເຫດ

ອ້າງອີງຂໍ້ມູນຈາກ weibo ໃນວັນທີ 18 ສິງຫາ 2022 ໄດ້ມີການປ່ອຍວີດີໂອໄຟໄໝ້ລົດ BYD Han ກາງຫົນທາງ ໃນເມືອງ Langzhong ມົນທົນເສສວນ ປະເທດຈີນ ທາງເຈົ້າຂອງລົດໃຫ້ຮູ້ວ່າ: ໄດ້ຊື້ລົດໄຟຟ້າ BYD Han ມາພຽງ 7…

ຜູ້ນຳອິນໂດເນເຊຍເຜີຍ ຕ້ອງການໃຫ້ Tesla ສ້າງລົດຍົນໄຟຟ້າໃນປະເທດ ບໍ່ພຽງແຕ່ຜະລິດແບັດເຕີຣີ

ຜູ້ນຳອິນໂດເນເຊຍເຜີຍ ຕ້ອງການໃຫ້ Tesla ສ້າງລົດຍົນໄຟຟ້າໃນປະເທດ ບໍ່ພຽງແຕ່ຜະລິດແບັດເຕີຣີ

ປະທານາທິບໍດີອິນໂດເນເຊຍຍິນດີໃຊ້ເວລາໃນການຊັກຊວນໃຫ້ ອີລອນ ມັສກ໌ ເຫັນວ່າປະເທດຂອງທ່ານບໍ່ໄດ້ມີພຽງແຕ່ຊັບພະຍາກອນທີ່ຈຳເປັນສຳລັບການຜະລິດແບັດເຕີຣີ. ໃນການໃຫ້ສຳພາດຕໍ່ສຳນັກຂ່າວບລູມເບິກ (Bloomberg) ໃນວັນທີ 18 ສິງຫາ 2022, ປະທານາທິບໍດີ ໂຈໂຄ ວິໂດໂດ ຂອງອິນໂດເນເຊຍ ຢືນຢັນວ່າ: ທ່ານຕ້ອງການໃຫ້ມີການສ້າງລົດຍົນໄຟຟ້າເທສລາ (Tesla) ໃນອິນໂດເນເຊຍ ບໍ່ພຽງແຕ່ແບັດເຕີຣີເທົ່ານັ້ນ. ໂດຍການໃຫ້ສຳພາດຄັ້ງນີ້ເກີດຂຶ້ນຫລັງຈາກໃນອາທິດກ່ອນ…

ກົນລະຍຸດໃໝ່ ຂໍ້ຄວາມຈາກມິດສາຊີບອ້າງສະຫລອງຄົບຮອບ ຫ້າງ Central ໃຫ້ແອັດລາຍແຈກເງິນ ຫວັງຕວົະເອົາຂໍ້ມູນສ່ວນບຸກຄົນ

ກົນລະຍຸດໃໝ່ ຂໍ້ຄວາມຈາກມິດສາຊີບອ້າງສະຫລອງຄົບຮອບ ຫ້າງ Central ໃຫ້ແອັດລາຍແຈກເງິນ ຫວັງຕວົະເອົາຂໍ້ມູນສ່ວນບຸກຄົນ

  ສຳນັກຂ່າວ WorkpointToday ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2022 ຕຳຫລວດໄທປະຊາສຳພັນໃຫ້ພີ່ນ້ອງປະຊາຊົນໄດ້ຮູ້ເຖິງກົນລະຍຸດເດັດຂອງຂໍ້ຄວາມມິດສາຊີບທັງ 5 ແບບ ທີ່ມິດສາຊີບມັກໃຊ້ໃນການຕວົະເຫຍື່ອກົດລິ້ງ ເພື່ອເອົາຂໍ້ມູນສ່ວນບຸກຄົນ, ເອົາຊັບສິນ,ໃຫ້ກູ້ເງິນນອກລະບົບ ຫລື ໃຫ້ຫລິ້ນການພະນັນອອນລາຍ…ລ່າສຸດມິດສາຊີບໄດ້ປ່ຽນກົນລະຍຸດໃໝ່ມາຕົວະປະຊາຊົນແລ້ວ. ພັນຕຳຫລວດເອກ ສິລິວັດ ດີພໍ ຮອງໂຄສົກສຳນັກງານຕຳຫລວດແຫ່ງຊາດໄທກ່າວວ່າ:…

ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ ໃນ​ລາຄາ​ມິດຕະພາບ ​ແລະ ມີ​ຄຸນ​ນະພາ​ບ

ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ ໃນ​ລາຄາ​ມິດຕະພາບ ​ແລະ ມີ​ຄຸນ​ນະພາ​ບ

ຕາມ​ຂ່າວ​ຈາກ ນະຄອນ​ຢາງ​ກຸ້ງ, ວັນ​ທີ18 ​ສິງຫາ​ 2022 ນີ້, ມຽນມາປະກາດ ການ​ກະກຽມນຳ​ເຂົ້ານ້ຳມັນ ເຊື້ອ​ໄຟໃນ​ລາຄາ​ມິດຕະພາບ ​ແລະ ມີ​ຄຸນ​ນະພາ​ບໂດຍ​ສະ​ເພາະນ້ຳມັນ​ແອັດ​ຊັງ ​ແລະ ກາ​ຊວນ ຈາກຣັດ​ເຊຍ ​ໂດຍ​ເປັນ​ຜົນ​ຈາກການ​ເດີນທາງ​ຢ້ຽມຢາມຣັດ​ເຊຍຢ່າງ​ເປັນ​ທາງ​ການຢູ່​ນະຄອນຫລວງມົດ​ສະ​ກູ ຂອງທ່ານ ພົນ​ເອກ ມິນ​ອ່ອງ​ລາຍ(Min Aung Hlaing),ຜູ້ນຳ​ລັດຖະບານ​ຂອງ​ມຽນມາ…

ຈີນເລັ່ງເຮັດຝົນທຽມໃນຫລາຍມົນທົນ ຮັບມືໄພແຫ້ງແລ້ງຮຸນແຮງ ແລະ ວິກິດຄື້ນຄວາມຮ້ອນຍາວນານເປັນປະຫວັດສາດ

ຈີນເລັ່ງເຮັດຝົນທຽມໃນຫລາຍມົນທົນ ຮັບມືໄພແຫ້ງແລ້ງຮຸນແຮງ ແລະ ວິກິດຄື້ນຄວາມຮ້ອນຍາວນານເປັນປະຫວັດສາດ

ທາງການຈີນເລັ່ງດຳເນີນການເຮັດຝົນທຽມໃນຫລາຍມົນທົນທາງພາກກາງ ແລະ ພາກຕາເວັນຕົກສຽງໃຕ້ ທ່າມກາງຄວາມພະຍາຍາມຮັບມືສະຖານະການໄພແລ້ງຂັ້ນຮຸນແຮງ ແລະ ຄື້ນຄວາມຮ້ອນທີ່ແຜ່ປົກຄຸມຍາວນານທີ່ສຸດເປັນປະຫວັດສາດກວ່າ 2 ເດືອນ. ຜົນກະທົບຈາກໄພແລ້ງ ແລະ ຄື້ນຄວາມຮ້ອນດັ່ງກ່າວ ສົ່ງຜົນໃຫ້ແມ່ນ້ຳແຢງຊີ ເຊິ່ງເປັນແມ່ນ້ຳຍາວທີ່ສຸດໃນທະວີບອາຊີ ມີລະດັບນ້ຳໃນບາງຊ່ວງຫລຸດລົງຕໍ່າສຸດເປັນປະຫວັດສາດ, ຂະນະທີ່ມີຝົນຕົກໜ້ອຍກວ່າໄລຍະປົກກະຕິເຖິງເຄິ່ງໜຶ່ງ. ໂດຍຫລາຍມົນທົນຮອບແມ່່ນ້ຳແຢງຊີເຊັ່ນ: ມົນທົນຫູເປີຍ ມີການຍິງຈະຫລວດບັນທຸກສານເຄມີເພື່ອມີການບົ່ມຂີ້ເຝື້ອ (Cloud Seeding)…

CDC ອາເມລິກາ ປະກາດປະຕິຮູບອົງກອນຄັ້ງໃຫຍ່ ຫລັງລົ້ມເຫລວຮັບມືໂຄວິດ

CDC ອາເມລິກາ ປະກາດປະຕິຮູບອົງກອນຄັ້ງໃຫຍ່ ຫລັງລົ້ມເຫລວຮັບມືໂຄວິດ

ທ່ານ ດຣ. ໂຣເຊລ ວາເລນສກີ ຜູ້ອຳນວຍການສູນຄວບຄຸມພະຍາດຕິດຕໍ່ອາເມລິກາ (Centers for Disease Control and Prevention: CDC) ປະກາດຕໍ່ເຈົ້າໜ້າທີ່ຂອງໜ່ວຍງານໃນວັນທີ 17 ສິງຫາ ກ່ຽວກັບແຜນປະຕິຮູບອົງກອນຄັ້ງໃຫຍ່ ໂດຍຊີ້ເຖິງສາເຫດຈາກຄວາມລົ້ມເຫລວໃນການຮັບມືໂຄວິດ ແລະ ຄວາມຈຳເປັນເພື່ອເຮັດໃຫ້ການເຮັດວຽກມີຄວາມຄ່ອງຕົວ ແລະ…