ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ ໃນລາຄາມິດຕະພາບ ແລະ ມີຄຸນນະພາບ

ຕາມຂ່າວຈາກ ນະຄອນຢາງກຸ້ງ, ວັນທີ18 ສິງຫາ 2022 ນີ້, ມຽນມາປະກາດ ການກະກຽມນຳເຂົ້ານ້ຳມັນ ເຊື້ອໄຟໃນລາຄາມິດຕະພາບ ແລະ ມີຄຸນນະພາບໂດຍສະເພາະນ້ຳມັນແອັດຊັງ ແລະ ກາຊວນ ຈາກຣັດເຊຍ ໂດຍເປັນຜົນຈາກການເດີນທາງຢ້ຽມຢາມຣັດເຊຍຢ່າງເປັນທາງການຢູ່ນະຄອນຫລວງມົດສະກູ ຂອງທ່ານ ພົນເອກ ມິນອ່ອງລາຍ(Min Aung Hlaing),ຜູ້ນຳລັດຖະບານຂອງມຽນມາ ແລະ ຍັງມີແຜນສຳຫລວດ ພະລັງງານຮ່ວມກັບຣັດເຊຍ ແລະ ຈີນອີກດ້ວຍ.
ນອກຈາກນີ້ ທ່ານ ພົນເອກ Min Aung Hlaing ຍັງຕ້ອນຮັບ ທ່ານSergei Lavrov, ລັດຖະມົນຕີ ກະຊວງ ການຕ່າງປະເທດ ຣັດເຊຍ ທີ່ນະຄອນຫລວງ ເນປີດໍໃນວັນທີ 3 ສິງຫາປີນີ້.
ຂ່າວ: ຂປລ

