YouTube ປ່ຽນໂລໂກ້ ພ້ອມປັບໂສມໃຫມ່ເບິ່ງສະອາດຕາຫຼາຍກວ່າເກົ່າ

ໃນທີ່ສຸດ  YouTube ກໍອັບເດດຮູບ​ແບບໜ້າເວັບໄຊໃຫມ່ຢ່າງເປັນທາງການ ຫຼັງຈາກທີ່ໄດ້ທົດສອບໜ້າ​ເວັບໃຫມ່ມາແຕ່ຕົ້ນປີ ພ້ອມກັບປ່ຽນຮູບ​ແບບຂອງໂລໂກ້ໃຫມ່ພ້ອມ​ກັນ.

 

            ສໍາລັບໂສມໃຫມ່ຂອງ YouTube ຈະມີການອອກແບບໃຫ້ UI ມີຄວາມໂລ່ງ ແລະ ລຽບງ່າຍຫຼາຍຂຶ້ນ ລວມເຖິງຕົວເລືອກ Dark mode ສໍາລັບປ່ຽນໂທນສີຂອງໜ້າເວັບໃຫ້ເໝາະສົມກັບການຮັບຊົມໃນເວລາກາງຄືນ.

            ໂລໂກ້ຂອງ YouTube ໄດ້ມີການອອກແບບໃຫມ່ເຊັ່ນກັນ ​ເຊິ່ງທາງ Neil Mohan ຫົວໜ້າຝ່າຍຜະລິດຂອງ YouTube ໄດ້ອອກມາອະທິບາຍວ່າ: ໂລໂກ້ແບບໃຫມ່ອອກແບບໃຫ້ສະແດງຜົນໄດ້ຢ່າງເໝາະສົມຢູ່ໜ້າຈໍທຸກຂະໜາດ ແລະ ຈະແທນທີ່ປຸ່ມ Play ໃນກໍລະນີພື້ນທີ່ການສະແດງຜົນບໍ່ພໍ.