ຄັ້ງທຳອິດຂອງ Apple ທີ່ຜະລິດ Apple Watch ແລະ MacBook ທີ່ຫວຽດນາມ

ສຳນັກຂ່າວ Nikkei Asia ລາຍງານວ່າ: ເມື່ອບໍ່ດົນມານີ້ Apple ກໍາລັງເຈລະຈາກັບຜູ້ສະໜອງທຶນ Luxshare Precision Industry ແລະ Foxconn ເພື່ອທົດສອບການຜະລິດ Apple Watch ໃນຫວຽດນາມເໜືອ ໂດຍມີີ​ເປົ້າ​ໝາຍ​ຂອງ​ການ​ຜະ​ລິດ​ອຸ​ປະ​ກອນ​ ຢູ່ນອກ​ປະ​ເທດ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ກ່ອນໜ້ານີ້ເລີ່ມຜະລິດຫູຟັງ AirPods ແລະ iPad ຢູ່ຫວຽດນາມແລ້ວ, ຖືໄດ້ວ່າເປັນ​ໄຊຊະນະ​ອີກ​ຢ່າງ​ໜຶ່ງ​ຂອງ​ຫວຽດນາມທີ່ເພີ່ມສັກກະຍະພາບ ສໍາລັບການຜະລິດຕະພັນເຕັກໂນໂລຊີຫລາຍຍີ່ຫໍ້

ຜູ້ຊ່ຽວຊານດ້ານອຸດສາຫະກໍາກ່າວວ່າ: Apple Watch ມີຄວາມຊັບຊ້ອນ ເພາະຕ້ອງບີບສ່ວນປະກອບຈຳນວນຫລາຍລົງ ເຊິ່ງຕ້ອງໄດ້ໃຊ້ທັກສະ ເຕັກໂນໂລຊີໃນລະດັບສູງ, ການຜະລິດອຸປະກອນດັ່ງກ່າວ ຈະ​ເປັນ​ໄຊຊະນະ​ຂອງ​ຫວຽດນາມເພື່ອຍົກລະດັບຂະແໜງການຜະລິດເຕັກໂນໂລຊີ.

ສ່ວນໜຶ່ງ​ທີ່​ຕ້ອງໄດ້ມາຜະລິດຢູ່ຫວຽດນາມ ເພາະຈີນໃຊ້ມາດຕະການລ໋ອກດາວຢ່າງເຂັ້ມງວດ ເຮັດໃຫ້ການຜະລິດສິນຄ້າມີຄວາມຫຍຸ້ງຍາກ ເຮັດໃຫ້ Apple ຕ້ອງກະຈາຍຄວາມສ່ຽງໄປຜະລິດສິນຄ້າຢູ່ນອກປະເທດຈີນ ໂດຍເລີ່ມຈາກ AirPods ໃນປີ 2020 ນອກຈາກ Apple Watch ແລະ MacBook ແລ້ວ, ຍັງມີລາຍງານວ່າ ຈະຜະລິດລຳໂພງອັດສະລິຍະ HomePod ໃນຫວຽດນາມອີກດ້ວຍ