ເອີຣົບຜະເຊີນວິກິດຄື້ນຄວາມຮ້ອນ ອັງກິດແລ້ງໜັກ ຝຣັ່ງຜະເຊີນໄຟໄໝ້ປ່າຄັ້ງໃຫຍ່
ຫລາຍປະເທດໃນທະວີບເອີຣົບ ຜະເຊີນຜົນກະທົບຮຸນແຮງຈາກຄື້ນຄວາມຮ້ອນ ໂດຍຝຣັ່ງກຳລັງຜະເຊີນສະຖານະການໄຟໄໝ້ປ່າຄັ້ງໃຫຍ່ໃກ້ເມືອງບໍໂດ ທາງຕາເວັນຕົກສຽງໃຕ້, ຂະນະທີ່ຫລາຍພື້ນທີ່ຂອງອັງກິດກຳລັງຜະເຊີນໄພແຫ້ງແລ້ງຂັ້ນຮຸນແຮງ. ໂດຍວັນທີ 12 ສິງຫາ, ເຈົ້າໜ້າທີ່ມອດໄຟຈາກເຢຍລະມັນ, ຣູມາເນຍ, ເກຣັກ ແລະ ຫລາຍປະເທດທົ່ວເອີຣົບ ໄດ້ເດີນທາງໄປຝຣັ່ງ ເພື່ອຮ່ວມມືກັບເຈົ້າໜ້າທີ່ມອດໄຟທ້ອງຖິ່ນຫລາຍກວ່າ 1.000 ຄົນ ໃນການພະຍາຍາມຄວບຄຸມເຫດໄຟໄໝ້ປ່າຄັ້ງໃຫຍ່ດັ່ງກ່າວ ເຊິ່ງເຜົາຜານເນື້ອທີ່ປ່າໄປແລ້ວ 46.000…










