ເກີດເຫດ ຖັງດັບເພີງລະເບີດ ໃນລະຫວ່າງຊ້ອມດັບເພີງ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ບາດເຈັບຫລາຍກວ່າ 20 ຄົນ

ສຳນັກຂ່າວຊ່ອງ3ໄທ ລາຍງານ ວັນທີ 23 ມິຖຸນາ 2023 ຜ່ານມາ: ເກີດເຫດ ຖັງດັບເພີງລະເບີດ ລະຫວ່າງຊ້ອມດັບເພີງ ໃນໂຮງຮຽນຣາຊວິນິດ ເຂດດຸສິດ ກຸງເທບມະຫານະຄອນ, ສົ່ງຜົນໃຫ້ນັກຮຽນເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 21 ຄົນ ໂດຍຜູ້ເສຍຊີວິດ ມີອາຍຸ 18 ປີ ເປັນນັກຮຽນຊັ້ນມ 6.
ທາງຕຳຫລວດໄດ້ແຈ້ງ 2 ຂໍ້ຫາທັງ 3 ຄົນທີ່ເປັນວິທະຍາກອນພາກປະຕິບັດ ຄື ຜູ້ໃດກະທຳຄວາມຜິດໂດຍປະໝາດ ແລະ ການກະທຳນັ້ນເປັນເຫດເຮັດໃຫ້ຜູ້ອື່ນເຖິງແກ່ຄວາມຕາຍ ແລະ ຜູ້ໃດກະທຳຄວາມຜິດໂດຍປະໝາດ ແລະ ການກະທຳນັ້ນເປັນເຫດເຮັດໃຫ້ຜູ້ອື່ນຮັບອັນຕະລາຍສາຫັດ.
ຕໍ່ມາທາງໂຮງຮຽນໄດ້ອອກໜັງສືຢຸດການຮຽນການສອນດ້ວຍເຫດພິເສດເປັນເວລາ 2 ວັນ ວັນທີ 26-27 ມິຖຸນາ 2023 ນີ້ ເພື່ອເປັນການສະແດງຄວາມເສຍໃຈກັບນັກຮຽນ ແລະ ຜູ້ປົກຄອງຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ທາງໂຮງຮຽນຈະມີການຕິດຕາມກວດສອບ ປະເມີນສະຖານະການຄວາມປອດໄພໃນດ້ານສະພາບແວດລ້ອມ ແລະ ອາຄານສະຖານທີ່ພາຍໃນໂຮງຮຽນໃຫ້ມີຄວາມພ້ອມໃນການໃຊ້ງານ ແລະ ຈະກັບມາເປີດສອນປົກກະຕິໃນວັນທີ 28 ມິຖຸນາ 2023 ນີ້.

