ຜູ້ນຳອິນໂດເນເຊຍເຜີຍ ຕ້ອງການໃຫ້ Tesla ສ້າງລົດຍົນໄຟຟ້າໃນປະເທດ ບໍ່ພຽງແຕ່ຜະລິດແບັດເຕີຣີ

ປະທານາທິບໍດີອິນໂດເນເຊຍຍິນດີໃຊ້ເວລາໃນການຊັກຊວນໃຫ້ ອີລອນ ມັສກ໌ ເຫັນວ່າປະເທດຂອງທ່ານບໍ່ໄດ້ມີພຽງແຕ່ຊັບພະຍາກອນທີ່ຈຳເປັນສຳລັບການຜະລິດແບັດເຕີຣີ.

ໃນການໃຫ້ສຳພາດຕໍ່ສຳນັກຂ່າວບລູມເບິກ (Bloomberg) ໃນວັນທີ 18 ສິງຫາ 2022, ປະທານາທິບໍດີ ໂຈໂຄ ວິໂດໂດ ຂອງອິນໂດເນເຊຍ ຢືນຢັນວ່າ: ທ່ານຕ້ອງການໃຫ້ມີການສ້າງລົດຍົນໄຟຟ້າເທສລາ (Tesla) ໃນອິນໂດເນເຊຍ ບໍ່ພຽງແຕ່ແບັດເຕີຣີເທົ່ານັ້ນ.

ໂດຍການໃຫ້ສຳພາດຄັ້ງນີ້ເກີດຂຶ້ນຫລັງຈາກໃນອາທິດກ່ອນ ມີການເປີດເຜີຍຈາກທາງການອິນໂດເນເຊຍວ່າ: ເທສລາໄດ້ເຊັນສັນຍາມູນຄ່າ 5 ພັນລ້ານໂດລາ ໃນການຈັດຊື້ນິກເກິລຈາກບໍລິສັດອິນໂດເນເຊຍໄປໃຊ້ໃນແບັດເຕີຣີລິທຽມຂອງເທສລາ.

ເຖິງຢ່າງໃດກໍຕາມ, ຫລ້າສຸດປະທານາທິບໍດີຂອງອິນໂດເນເຊຍເປີດເຜີຍວ່າ: ສັນຍາດັ່ງກ່າວຍັງຢູ່ໃນຂັ້ນຕອນການຫາລື ທຸກຢ່າງລ້ວນຕ້ອງໃຊ້ເວລາ ທ່ານບໍ່ຢາກຈະຈັດການຢ່າງວ່ອງໄວແຕ່ບໍ່ໄດ້ຜົນຫຍັງ ມັນຕ້ອງໃຊ້ການສື່ສານຢ່າງເຂັ້ມຂຸ້ນ ແລະ ຜົນຈະສະແດງອອກມາເອງ.

ປັດຈຸບັນ ອິນໂດເນເຊຍເປັນປະເທດທີ່ມີແຮ່ນິກເກິລເກືອບ 1 ໃນ 4 ຂອງທົ່ວໂລກ ເຮັດໃຫ້ໄດ້ຮັບຄວາມສົນໃຈຈາກຜູ້ຜະລິດລົດຍົນ ແລະ ແບັດເຕີຣີ ໃນການຈັດຫາແຮ່ດັ່ງກ່າວເພື່ອຮອງຮັບການຜະລິດແບັດເຕີຣີລົດຍົນໄຟຟ້າທີ່ມີຄວາມຕ້ອງການເພີ່ມສູງຂຶ້ນ.

ກ່ອນໜ້ານີ້ ທາງການອິນໂດເນເຊຍເຜີຍວ່າ: ກຳລັງຫາທາງຈັດກອງປະຊຸມລະຫວ່າງປະທານາທິບໍດີກັບ ອີລອນ ມັສກ໌ ຜູ້ບໍລິຫານຂອງເທສລາ ຂຶ້ນອີກ. ຂະນະທີ່ ມັສກ໌ ເອງບອກວ່າ: ທ່ານກຳລັງພິຈາລະນາເຖິງການຢ້ຽມຢາມອິນໂດເນເຊຍໃນເດືອນພະຈິກຈະເຖິງນີ້.

ອ້າງອີງ:

https://www.bloomberg.com/…/tesla-must-make-cars…