ຕວກກີ ອັດຕາເງິນເຟີ້ເພີ່ມຂຶ້ນທີ່ລະດັບເກືອບ 76,6%
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ສິງຫາທີ່ຜ່ານມານີ້, ທະນາຄານກາງຕວກກີໄດ້ປະກາດວ່າ ໄດ້ປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງຈາກ 1% ຈາກທີ່ຍັງຄົງຮັກສາອັດຕາດອກເບ້ຍໄວ້ທີ່ລະດັບ 14% ມາດົນນານກວ່າເຄິ່ງປີ ລົງມາຢູ່ທີ່ 13% ໂດຍແນວທາງດັ່ງກ່າວສວນທາງກັບຫຼັກການທາງດ້ານເສດຖະສາດທີ່ຜູ້ຊ່ຽວຊານສ່ວນໃຫຍ່ຍຶດຖືມາດົນນານ ນັ້ນຄື ເມື່ອອັດຕາເງິນເຟີ້ເພີ່ມສູງຂຶ້ນ ວິທີການທີ່ຈະໃຊ້ຄວບຄຸມຄືການປັບຂຶ້ນອັດຕາດອກເບ້ຍນະໂຍບາຍໃຫ້ສອດຄ່ອງປະສານກັນ. ຂະນະທີ່ອັດຕາເງິນເຟີ້ຂອງຕວກກີເພີ່ມຂຶ້ນສູ່ລະດັບ 79,6% ເມື່ອເດືອນກໍລະກົດທີ່ຜ່ານມາ ຖືວ່າເປັນສະຖິຕິສູງທີ່ສຸດໃນຮອບ…









