ກົນລະຍຸດໃໝ່ ຂໍ້ຄວາມຈາກມິດສາຊີບອ້າງສະຫລອງຄົບຮອບ ຫ້າງ Central ໃຫ້ແອັດລາຍແຈກເງິນ ຫວັງຕວົະເອົາຂໍ້ມູນສ່ວນບຸກຄົນ

 

ສຳນັກຂ່າວ WorkpointToday ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2022 ຕຳຫລວດໄທປະຊາສຳພັນໃຫ້ພີ່ນ້ອງປະຊາຊົນໄດ້ຮູ້ເຖິງກົນລະຍຸດເດັດຂອງຂໍ້ຄວາມມິດສາຊີບທັງ 5 ແບບ ທີ່ມິດສາຊີບມັກໃຊ້ໃນການຕວົະເຫຍື່ອກົດລິ້ງ ເພື່ອເອົາຂໍ້ມູນສ່ວນບຸກຄົນ, ເອົາຊັບສິນ,ໃຫ້ກູ້ເງິນນອກລະບົບ ຫລື ໃຫ້ຫລິ້ນການພະນັນອອນລາຍ…ລ່າສຸດມິດສາຊີບໄດ້ປ່ຽນກົນລະຍຸດໃໝ່ມາຕົວະປະຊາຊົນແລ້ວ.

ພັນຕຳຫລວດເອກ ສິລິວັດ ດີພໍ ຮອງໂຄສົກສຳນັກງານຕຳຫລວດແຫ່ງຊາດໄທກ່າວວ່າ: ພົບເຫັນກຸ່ມມິດສາຊີບໄດ້ປ່ຽນແຜນກົນລະຍຸດໃນການຫລອກລວງຜ່ານ ຂໍ້ຄວາມຈາກຮູບແບບເກົ່າປ່ຽນມາສົ່ງຂໍ້ຄວາມອ້າງວ່າ ເພື່ອສະຫລອງຄົບຮອບ Central ທາງບໍລິສັດຈະແຈກເງິນລາງວັນໃຫ້ກັບທຸກທ່ານ ໂດຍໃຫ້ແອັດລາຍຜ່ານລິ້ງທີ່ແນບມາກັບຂໍ້ຄວາມ, ເຊິ່ງສຳນັກງານຕຳຫລວດແຫ່ງຊາດໄດ້ສອບຖາມ ບໍລິສັດສັບພະສິນຄ້າເຊັນທຣັລ ຈຳກັດ ແລ້ວໄດ້ຮັບການຢືນຢັນວ່າບໍລິສັດບໍ່ໄດ້ມີການຈັດກິດຈະກຳແຈກເງິນໃນລັກສະນະດັ່ງກ່າວ, ຈາກກໍລະນີດັ່ງກ່າວຫາກເຫຍື່ອຫລົງເຊື່ອແອັດລາຍ ກໍຈະຖືກລ້ວງເອົາຂໍ້ມູນສ່ວນບຸກຄົນ, ຂໍ້ມູນບັນຊີທະນາຄານ ຕະຫລອດຈົນຮອດລະຫັດຕ່າງໆ.

ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫລວດແຫ່ງຊາດ ຈຶ່ງແຈ້ງມາຍັງ ພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງຕົວ ຕໍ່ກັບຂໍ້ຄວາມ ທີ່ຊັກຊວນໃຫ້ກົດລິ້ງ ຫລື ຕິດຕໍ່ສະໝັກເປັນສະມາຊິກ ຫລື ອ້າງວ່າເປັນບໍລິສັດ, ສູນການຄ້າ, ຫ້າງຮ້ານ, ແຈກຂອງລາງວັນຕ່າງໆ  ເພາະອາດຈະເປັນ ເປັນຂໍ້ຄວາມຂອງຜູ້ຫລອກລວງ ແລະ ຂໍໃຫ້ປະຊາຊົນກວດສອບຂໍ້ມູນກັບບໍລິສັດ ຮ້ານດັ່ງກ່າວວ່າແມ່ນ​ຄວາມ​ຈິງ​ຫລືບໍ? ກ່ອນທີ່ຈະຫລົງເຊື່ອ ແລະ ກົດການເຊື່ອມຕໍ່ທີ່ແນບມາກັບຂໍ້ຄວາມ, ຂໍໃຫ້ຕິດຕາມຂ່າວສານທີ່ກ່ຽວຂ້ອງກັບອາດຊະຍາກຳທາງອິນເຕີເນັດ ເພື່ອໃຫ້ຮູ້ໄວ້ເທົ່າທີ່ຈະໄວໄດ້, ປ້ອງກັນຕົນເອງ ແລະ ສະມາຊິກໃນຄອບຄົວບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມອາດຊະຍາກຳດັ່ງກ່າວ.