ເມືອງສັງທອງລະນຶກວັນຢຶດອຳນາດ 23 ສິງຫາ

ວັນທີ 30 ສິງຫານີ້, ເມືອງ ສັງທອງ ນະຄອນຫລວງວຽງຈັນ, ໄດ້ຈັດປາຖະກະຖາລະນຶກ ວັນຢຶດອຳນາດ (23 ສິງຫາ 1945), ໂດຍການເຂົ້າຮ່ວມ ຂອງທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງໆສັງທອງ, ມີບັນດາ ພະນັກງານ ຫລັກແຫລ່ງ, ຕະຫລອດຮອດນາຍບ້ານຕ່າງໆ ເຂົ້າຮ່ວມນຳ.

 

 

 

 

+ ເມືອງສັງທອງດຳເນີນກອງປະຊຸມຜູ້ບໍລິຫານການສຶກສາ

+ ວຽກງານປ້ອງກັນປ່າສະຫງວນເມືອງສັງທອງມີອັນພົ້ນເດັນ

 

ໃນພິທີທ່ານເຈົ້າເມືອງ ໄດ້ ຍົກໃຫ້ເຫັນ ປະຫວັດຄວາມ ເປັນ ມາຂອງວັນຢຶດອຳນາດ 23 ສິງ ຫາ, ທີ່ປະຊາຊົນບັນດາເຜົ່າໄດ້ ລຸກຂຶ້ນຕໍ່ສູ້ ເພື່ອຄວາມເປັນ ເອກະລາດ ແລະ ເສລີພາບ ເພື່ອ ຄວາມຢູ່ດີກິນດີຂອງປະຊາຊົນ ບັນດາເຜົ່າ ແລະ ສ້າງຕັ້ງອຳ ນາດຂອງຕົນຂຶ້ນສະຖາປະນາ ລະບອບໃໝ່ ເຮັດໃຫ້ສັງຄົມມີ ຄວາມສະຫງົບສຸກ ແລະ ຍຸຕິ ທຳສ້າງນະຄອນຫລວງວຽງ ຈັນເຕີບໃຫຍ່ເຂັມແຂງ ແລະ ຮຸ່ງ ເຮືອງສີວິໄລ.