ຄົນລາວຖືກຈັບໃນຂໍ້ຫາຍາດອາຊີບຄົນໄທ (ຂາຍຫວຍຢູ່ໄທ) ແລະ ຂາຍຫວຍເກີນລາຄາທີ່ກຳນົດໄວ້

ສຳນັກຂ່າວຊ່ອງ7 ໄທ ລາຍງານວັນທີ 29 ມິຖຸນາ 2023 ຜ່ານມາວ່າ: ເຈົ້າໜ້າທີ່ໄທ ຈັບຕົວແມ່ຄ້າຂາຍເລກຄົນໜຶ່ງທີ່ຂາຍເກີນລາຄາທາງການກຳນົດ ໃນຂໍ້ຫາ ສະເໜີຂາຍເລກໄທທີ່ຍັງບໍ່ໄດ້ອອກລາງວັນ ໃນລາຄາເກີນກວ່າທີ່ກຳນົດ.

ຜູ້ກະທຳຜິດ ຊື່ວ່າ ນາງ ຂາວ ອາຍຸ 40 ປີ ສັນຊາດລາວ ແລະ ມີຄວາມຜິດໃນຂໍ້ຫາ ຄົນຕ່າງດ້າວເຮັດວຽກໂດຍບໍ່ມີໃບອະນຸຍາດເຮັດວຽກ ຫລື ເຮັດວຽກນອກເໜືອຈາກສິດທີ່ມີ ເຊິ່ງເປັນການຝ່າຝືນ ພ້ອມກວດຢຶດຂອງກາງຄື: ສຳເນົາທະນະບັດໄທ ສະບັບລະ 100 ບາດ 2 ສະບັບ ແລະ ໃບຫວຍລັດຖະບານໄທ ທີ່ຈະອອກ ວັນທີ1ກໍລະກົດ2023 ຕື່ມອີກ 2ໃບ ລວມເປັນເງິນ 200ບາດ.

ທີ່ມາ: news.ch7.com