ຕວກກີ ອັດຕາເງິນເຟີ້ເພີ່ມຂຶ້ນທີ່ລະດັບເກືອບ 76,6%

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ສິງຫາທີ່ຜ່ານມານີ້, ທະນາຄານກາງຕວກກີໄດ້ປະກາດວ່າ ໄດ້ປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງຈາກ 1% ຈາກທີ່ຍັງຄົງຮັກສາອັດຕາດອກເບ້ຍໄວ້ທີ່ລະດັບ 14% ມາດົນນານກວ່າເຄິ່ງປີ ລົງມາຢູ່ທີ່ 13% ໂດຍແນວທາງດັ່ງກ່າວສວນທາງກັບຫຼັກການທາງດ້ານເສດຖະສາດທີ່ຜູ້ຊ່ຽວຊານສ່ວນໃຫຍ່ຍຶດຖືມາດົນນານ ນັ້ນຄື ເມື່ອອັດຕາເງິນເຟີ້ເພີ່ມສູງຂຶ້ນ ວິທີການທີ່ຈະໃຊ້ຄວບຄຸມຄືການປັບຂຶ້ນອັດຕາດອກເບ້ຍນະໂຍບາຍໃຫ້ສອດຄ່ອງປະສານກັນ.

ຂະນະທີ່ອັດຕາເງິນເຟີ້ຂອງຕວກກີເພີ່ມຂຶ້ນສູ່ລະດັບ 79,6% ເມື່ອເດືອນກໍລະກົດທີ່ຜ່ານມາ ຖືວ່າເປັນສະຖິຕິສູງທີ່ສຸດໃນຮອບ 24 ປີ ເຖິງແມ່ນວ່າທະນາຄານກາງໃຫ້ເຫດຜົນຂອງການປັບຫຼຸດອັດຕາດອກເບ້ຍວ່າ ເພື່ອກະຕຸ້ນການຈ້າງງານ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ ເຖິງຢ່າງໃດກໍຕາມ, ສະກຸນເງິນລີຣາຕວກກີຍັງຄົງອ່ອນຄ່າລົງຢ່າງຕໍ່ເນື່ອງເມື່ອທຽບກັບສະກຸນເງິນໂດລາ ແລະ ຍິ່ງສົ່ງຜົນກະທົບຕໍ່ການດຳເນີນຊີວິດປະຈຳວັນຂອງປະຊາຊົນ ຊຶ່ງຕ້ອງປະເຊີນກັບລາຄາອາຫານ, ເຊື້ອໄຟ ແລະ ສິ່ງຂອງຈຳເປັນອີກຫຼາຍຢ່າງທີ່ເພີ່ມຂຶ້ນ.

ໜຶ່ງໃນນັ້ນຄື ສິມິດ (Simit) ເຂົ້າໜົມປັງ ຊຶ່ງເປັນອາຫານວ່າງທີ່ນິຍົມຫຼາຍ ແລະ ອາຫານເຊົ້າແບບດັ້ງເດີມຂອງຊາວຕວກກີ ໂດຍໃນຂະນະນີ້ລາຄາເຂົ້າໜົມປັງດັ່ງກ່າວເພີ່ມສູງຂຶ້ນຫຼາຍຈົນກາຍເປັນອາຫານທີ່ຟຸມເຟືອຍສຳລັບຜູ້ທຸກຍາກໄປແລ້ວ ເຫດນີ້ຍິ່ງເນັ້ນຢ້ຳເຖິງຄວາມຕຶງຄຽດຂອງສະຖານະການທາງດ້ານເສດຖະກິດໃນປະເທດ.

ຂ່າວ: ປະຊາຊົນ