ກຳປູເຈຍ ມອບເງິນຊ່ວຍເຫລືອຄອບຄົວທຸກຍາກທີ່ໄດ້ຮັບຜົນກະທົບຈາກໂຄວິດ 7 ແສນຄອບຄົວ

ຕາມ​ຂ່າວ​ຈາກຊິນ​ຮວາ,ກຳປູ​ເຈຍມອບ​ເງິນຊ່ວຍ​ເຫລືອຄອບຄົວທຸກ​ຍາກ ​ແລະ ຄອບຄົວທີ່​ໄດ້​ຮັບ​ຜົນ​ກະທົບຈາ​ກການລະບາດໂຄ​ວິດ-19 ປະມານ 700.000 ຄອບຄົວ ມູນ​ຄ່າ 744 ລ້ານ​ກວ່າ​ ໂດ​ລາ​ ສະຫະລັດຫລັງ​ຈາກ​ໄດ້​ເລີ່​ມ​ໂຄງການຊ່ວຍ​ເຫລືອປະຊາຊົນຕັ້ງ​ແຕ່​ເດືອນ​ມິຖຸນາປີ​ນີ້ ​ແລະ ຈະ​ດຳ​ເນີນ ໂຄງການ​ນີ້​ຕໍ່​ໄປຈົນ​ກວ່າສິ້ນ​ສຸດ​ການລະບາດ ​ໂຄ​ວິດ-19.
ຂ່າວ: ຂປລ