ເກີດເຫດໄຟໄໝ້ລົດໂດຍສານຢູ່ອິນເດຍ ເຮັດໃຫ້ມີຄົນເສຍຊີວິດ 25 ຄົນ

ສຳນັກຂ່າວອິນເດຍ ລາຍງານ: ວັນທີ 1 ກໍລະກົດ, ເຈົ້າໜ້າທີ່ຕຳຫລວດອິນເດຍໃຫ້ຮູ້ວ່າ: ເກີດເຫດໄຟໄໝ້ ລົດໂດຍສານເທິງເສັ້ນທາງດ່ວນ ທາງພາກຕາເວັນຕົກ ຂອງອິນເດຍເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 25 ຄົນ ແລະ ບາດເຈັບອີກ 8 ຄົນ. ຊຶ່ງລົດໂດຍສານຄັນດັ່ງກ່າວພວມເດີນທາງ ໄປຍັງ ເມືອງປຸເໜ ໄດ້ຕໍາກັບເສົາໄຟຟ້າແລ້ວພິກຂວໍ້າ ເຮັດໃຫ້ຖັງນໍ້າມັນທີ່ເປັນເຊື້ອໄຟເກີດໄຟລຸກໄໝ້ຢ່າງຮຸນແຮງ, ໃນຂະນະທີ່ ເກີດເຫດ ມີຜູ້ໂດຍສານ ປະມານ 30-35 ຄົນ ຢູ່ເທິງລົດ. ສ່ວນສາເຫດຕົ້ນຕໍຂອງ ອຸບັດເຫດໃນຄັ້ງນີ້ພວມຢູ່ໃນລະຫວ່າງ ການສືບສວນ ສອບສວນຂອງ ເຈົ້າໜ້າທີ່.