ຈີນ ເປີດງານວາງສະແດງຫຸ່ນຍົນໂລກ 2022 ທີ່ນະຄອນຫລວງປັກກິ່ງ

ຕາມການລາຍງານຂ່າວຂອງCRI: ວັນທີ 18 ສິງຫາ 2022 ຜ່ານມາ, ຈີນໄດ້ຈັດງານວາງສະແດງຫຸ່ນຍົນໂລກ 2022 ຂຶ້ນຢູ່ສູນວາງສະແດງສາກົນຢີຊວ້າງປັກກິ່ງ, ໂດຍໄດ້ຕັ້ງເຂດວາງສະແດງໃຫຍ່ 3 ເຂດ, ມີວິສາຫະກິດຫຸ່ນຍົນແລະອົງການຄົ້ນຄວ້າວິທະຍາສາດທັງໝົດ 130 ກວ່າແຫ່ງເຂົ້າຮ່ວມວາງສະແດງຄັ້ງນີ້.
ງານວາງສະແດງຄັ້ງນີ້ລວມມີເຄື່ອງວາງສະແດງ 500 ກວ່າອັນແລະມີຜະລິດຕະພັນໃໝ່ 30 ກວ່າອັນໄດ້ເຕົ້າໂຮມຢູ່ສະຖານທີ່ວາງສະແດງ, ໂດຍປິ່ນອ້ອມຜົນງານການປະດິດສ້າງໃໝ່ ແລະ ສະຖານທີ່ການນຳໃຊ້ເຕັກໂນໂລຊີຫຸ່ນຍົນຂອງຍ່ານເໜືອ ແລະ ຍ່ານໃຕ້ໃນຂະແໜງທີ່ເປັນຕ່ອງໂສ້ການຜະລິດທັງໝົດ, ໄດ້ສຸມໃສ່ວາງສະແດງເຕັກໂນໂລຊີ ແລະ ຜະລິດຕະພັນທີ່ທັນສະໄໝຂອງຫຸ່ນຍົນ.
ເມື່ອທຽບກັບງານວາງສະແດງຄັ້ງຜ່ານມາແລ້ວ, ງານວາງສະແດງຄັ້ງນີ້ໄດ້ສ້າງຮູບແບບໃໝ່ຂອງການວາງສະແດງທີ່ມີ “ຫຸ່ນຍົນ+ສະຖານທີ່ນຳໃຊ້” ຢ່າງມີຫົວຄິດປະດິດສ້າງໃໝ່, ໄດ້ຈັດຕັ້ງເຂດວາງສະແດງ “ຫຸ່ນຍົນ+ການປິ່ນປົວ” “ຫຸ່ນຍົນ+ການຈໍລະຈອນສິນຄ້າ” “ຫຸ່ນຍົນ+ກະສິກຳ” ແລະ ເຂດວາງສະແດງສະເພາະອື່ນໆ, ໄດ້ເຕົ້າໂຮມຜະລິດຕະພັນຫຸ່ນຍົນທີ່ທັນສະໄໝພາຍໃຕ້ສະຖານທີ່ປະເພດຕ່າງໆ, ຕົວຢ່າງ: ຫຸ່ນຍົນລາດຕະເວນກວດກາຢູ່ໂຮງປັບໄຟຟ້າທີ່ສາມາດທົນທານຕໍ່ສະພາບອາກາດທີ່ໜາວຈັດ, ຫຸ່ນຍົນເກັບໝາກໂປ້ມ, ຫຸ່ນຍົນຜ່າຕັດເສັ້ນເລືອດແລະອື່ນໆ.

