ປະຊາກອນທົ່ວໂລກ ຜະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ 345 ລ້ານຄົນ

ປະຊາກອນທົ່ວໂລກ ຜະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ 345 ລ້ານຄົນ

ສຳນັກ​ຂ່າວ ຣອຍ​ເຕີລາຍງານວັນທີ 25 ສິງຫາ 2022 ນີວ່າ: ອົງການ​ ອາຫານ​ໂລກ ​ເປີດ​ເຜີຍ ກ່ຽວກັບຄົນ​ທີ່​ຕ້ອງ ຜະ​ເຊີນ​ໜ້າ​ກັບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທົ່ວໂລກທີ່ຮຸນແຮງເພີ່ມຂຶ້ນຫລາຍກວ່າ ສອງເທົ່າສູງ​ເຖິງ 345 ລ້ານຄົນ ນັບຕັ້ງແຕ່ ປີ 2019 ໃນໄລຍະ ການລະບາດ ຂອງ​ໂຄ​ວິດ-19ລວມ​ທັງ​ມາຈາກ​ສະ​ພາບ​ການຄວາມ​ຂັດ​ແຍ້​ງລະດັບ​ພາກ​ພື້ນ…

ບັງກລາເດັດ ປັບຫຼຸດມື້ຮຽນ ແລະ ເວລາເຮັດວຽກລົງເພື່ອປະຢັດພະລັງງານ

ບັງກລາເດັດ ປັບຫຼຸດມື້ຮຽນ ແລະ ເວລາເຮັດວຽກລົງເພື່ອປະຢັດພະລັງງານ

ຂ່າວຕ່າງປະເທດລາຍງານ ວັນທີ 24 ສິງຫາ 2022 ທີ່ຜ່ານມາວ່າ: ທ່ານ ຊີດ ຮາສິນາ ນາຍົກລັດຖະມົນຕີ ຂອງ ບັງກລາເດັດ ໄດ້ມີຄຳສັ່ງໃຫ້ໂຮງຮຽນໃນປະເທດພັກຮຽນເພີ່ມອີກອາທິດລະ 2 ວັນຈາກປັດຈຸບັນ ຈົນກວ່າຈະມີການປ່ຽນແປງ. ຂະນະທີ່ເວລາການເຮັດວຽກຂອງສະຖານທີ່ລັດຖະບານຈະປັບມາຢູ່ທີ່ລະຫວ່າງ 8:00 ໂມງເຖິງ 15:00…

ລາຄາແກ໊ສໃນເອີຣົບສູງຂຶ້ນ ເພີ່ມຄວາມກັງວົນການຂາດແຄນແກ໊ສໃນລະດູໜາວປີນີ້

ລາຄາແກ໊ສໃນເອີຣົບສູງຂຶ້ນ ເພີ່ມຄວາມກັງວົນການຂາດແຄນແກ໊ສໃນລະດູໜາວປີນີ້

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ສິງຫາ 2022 ທີ່ຜ່ານມາວ່າ: ລາຄາແກັສທຳມະຊາດໃນເອີຣົບເພີ່ມສູງຂຶ້ນທ່າມກາງຄວາມກັງວົນວ່າ ບັນຫາພະລັງງານຂາດແຄນໃນລະດູໜາວອາດຈະສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ເສດຖະກິດຂອງພາກພື້ນ. ລາຄາສັນຍາແກັສລ່ວງໜ້າເພີ່ມຂຶ້ນເຖິງ 5,2% ຢູ່ທີ່ 291 ຢູໂຣຕໍ່ເມກະວັດຊົ່ວໂມງ ຫຼັງຈາກທີ່ສ້າງສະຖິຕິສູງທີ່ສຸດເມື່ອວັນທີ 22 ສິງຫາທີ່ຜ່ານມາ. ຂ່າວແຈ້ງວ່າ ບໍລິສັດແກັສພຣອມຂອງຣັດເຊຍໄດ້ປະກາດຈະຢຸດຕິສົ່ງແກັສຜ່ານທໍ່ສົ່ງ ນອດ ສຕຣີມ…

ອຢ ປະເທດໄທ ອະນຸມັດວັກຊີນ Pfizer ສັກໃຫ້ເດັກນ້ອຍ 6 ເດືອນ – 5 ປີ ສາມາດປ້ອງກັນໂຄວິດໄດ້ 80.3%

ອຢ ປະເທດໄທ ອະນຸມັດວັກຊີນ Pfizer ສັກໃຫ້ເດັກນ້ອຍ 6 ເດືອນ – 5 ປີ ສາມາດປ້ອງກັນໂຄວິດໄດ້ 80.3%

ໃນວັນທີ 24 ສິງຫາ 2022 ດຣ ໄພສານ ດັ່ນຄຸ້ມ ເລຂາທິການຄະນະກົມການອາຫານ ແລະ ຢາ ປະເທດໄທ ເປີດເຜີຍວ່າ: ຄະນະອະນຸກຳມະການຂຶ້ນທະບຽນຢາປົວພະຍາດສຳລັບມະນຸດ ທີ່ເປັນວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ມີການອະນຸມັດ​ໃຫ້​ຂະຫຍາຍ​ຂອບ​ເຂດ​ຂໍ້ບົ່ງໃຊ້ຂອງວັກຊີນ ໂຄມີເນຕີ (Comirnaty Vaccine) ຂອງ​ບໍລິສັດໄຟເຊີຈຳກັດ ສຳລັບ​ເດັກນ້ອຍ​ອາຍຸ…

ເພີ່ມພື້ນທີ່ສີຂຽວ ດ້ວຍການປູກຜັກກິນເອງ

ເພີ່ມພື້ນທີ່ສີຂຽວ ດ້ວຍການປູກຜັກກິນເອງ

  ໃນຊ່ວງສິນຄ້າແພງແບບນີ້ ຫລາຍຄົນອາດຈະຫັນມາປູກຜັກກິນເອງ ເພາະນອກຈາກຈະສະອາດ, ສົດ, ໃໝ່ ແລະ ປອດສານພິດແລ້ວ, ຍັງຊ່ວຍປະຢັດຄ່າໃຊ້ຈ່າຍໄດ້ອີກດ້ວຍ. ພືດຜັກແບບໃດ ປູກງ່າຍ, ໃຫຍ່ໄວ? ສໍາລັບມືໃໝ່ຮຽນປູກອາດຈະເລີ່ມຕົ້ນຈາກການເລືອກພືດຜັກທີ່ມີອາຍຸສັ້ນ, ປູກງ່າຍ,​ ສາມາດປູກໄດ້ທຸກສະພາບອາກາດ ຫລື ຜັກທີ່ສາມາດປູກໄດ້ຕະຫລອດປີ, ວິທີນີ້ຈະເຮັດໃຫ້ເຮົາປະຢັດຄ່າໃຊ້ຈ່າຍໃນການຊື້ອາຫານ ແລະ ໝົດຄວາມກັງວົນເລື່ອງສານປົນເປື້ອນ…

ກຳປູເຈຍຫ້າມນຳເຂົ້າແປ້ງເດັກຈາກໄທ-ມາເລເຊຍຊົ່ວຄາວ ເຫດພົບສ່ວນປະສົມແຮ່ໄຍຫິນ

ກຳປູເຈຍຫ້າມນຳເຂົ້າແປ້ງເດັກຈາກໄທ-ມາເລເຊຍຊົ່ວຄາວ ເຫດພົບສ່ວນປະສົມແຮ່ໄຍຫິນ

ສຳນັກງານຄຸ້ມຄ້ອງຜູ້ບໍລິໂພກຂອງກຳປູເຈຍສັ່ງຫ້າມນຳເຂົ້າ ແລະ ຈຳໜ່າຍສິນຄ້າປະເພດແປ້ງທາໂຕເດັກຈາກບາງປະເທດ ຫລັງຈາກກວດພົບສ່ວນປະສົມຂອງແຮ່ໄຍຫິນ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບ ແລະ ເປັນສານເຮັດໃຫ້ເກີດມະເຮັງ. ວັນທີ 23 ສິງຫາ 2022, ສຳນັກງານຄຸ້ມຄອງຜູ້ບໍລິໂພກ ການແຂ່ງຂັນ ແລະ ປາບປາມການຫລອກລວງ ຫລື Consumer Protection, Competition and…

ອິນເດຍໄລ່ອອກ 3 ເຈົ້າໜ້າທີ່ ເຫດຍິງລູກສອນໄຟຕິດຫົວຮົບນິວເຄຼຍ ໃສ່ປາກິດສະຖານໂດຍບໍ່ຕັ້ງໃຈ

ອິນເດຍໄລ່ອອກ 3 ເຈົ້າໜ້າທີ່ ເຫດຍິງລູກສອນໄຟຕິດຫົວຮົບນິວເຄຼຍ ໃສ່ປາກິດສະຖານໂດຍບໍ່ຕັ້ງໃຈ

ກອງທັບອາກາດອິນເດຍເປີດເຜີຍໃນວັນທີ 23 ສິງຫາວ່າ: ລັດຖະບານໄດ້ມີຄຳສັ່ງໄລ່ອອກເຈົ້າໜ້າທີ່ 3 ຄົນ ຈາກເຫດການຍິງລູກສອນໄຟເຂົ້າໃສ່ປາກິດສະຖານໂດຍບໍ່ໄດ້ຕັ້ງໃຈ ເຊິ່ງເຫດເກີດນັບແຕ່ເດືອນມີນາຜ່ານມາ. ຂະນະທີ່ທັງ 2 ປະເທດ ເຊິ່ງເປັນຄູ່ປໍລະປັກທີ່ມີອາວຸດນິວເຄຼຍ ມີການແກ້ໄຂເລື່ອງນີ້ແບບງຽບໆ ເນື່ອງຈາກບໍ່ມີລາຍງານຜູ້ເສຍຊີວິດ ຫລື ບາດເຈັບ. ເຫດດັ່ງກ່າວເກີດຂຶ້ນເມື່ອວັນທີ 9 ມີນາຜ່ານມາ ໂດຍລູກສອນໄຟທີ່ຖືກຍິງໄປປາກິດສະຖານຄືລູກສອນໄຟ…

ອະດີດນາຍົກລັດຖະມົນຕີມາເລເຊຍຖືກຕັດສິນ ຕິດຄຸກ 12 ປີ ຂໍ້ຫາທຸຈະລິດເງິນມະຫາສານ ກອງທຶນ 1MDB

ອະດີດນາຍົກລັດຖະມົນຕີມາເລເຊຍຖືກຕັດສິນ ຕິດຄຸກ 12 ປີ ຂໍ້ຫາທຸຈະລິດເງິນມະຫາສານ ກອງທຶນ 1MDB

ທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ຖືກຕັດສິນຕິກຄຸກ 12 ປີ ຈາກຂໍ້ຫາທຸຈະລິດກອງທຶນ 1MDB. ສຳນັກຂ່າວຕ່າງປະເທດລາຍງານວ່າ: ສານສູງສຸດມາເລເຊຍມີຄຳພິພາກສາຍື່ນຄຳຕັດສິນຂອງສານຊັ້ນຕົ້ນ ແລະ ສານອຸທອນ ໃຫ້ອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ຮັບໂທດຕິດຄຸກ 12 ປີ ໃນຄວາມຜິດຄະດີທຸຈະລິດທີ່ກ່ຽວຂ້ອງກັບການຢັກຢອກເງິນມູນຄ່າຫລາຍພັນລ້ານໂດລາຈາກກອງທຶນເພື່ອການພັດທະນາເສດຖະກິດແຫ່ງຊາດມາເລເຊຍ…

ຈີນ​ຜະເຊີນກັບໄພແຫ້ງແລ້ງຢ່າງໜັກ ກະທົບຕໍ່ການຜະລິດໄຟຟ້າ-ຂົນສົ່ງທາງເຮືອ

ຈີນ​ຜະເຊີນກັບໄພແຫ້ງແລ້ງຢ່າງໜັກ ກະທົບຕໍ່ການຜະລິດໄຟຟ້າ-ຂົນສົ່ງທາງເຮືອ

  ອີງຕາມສຳນັກຂ່າວ The standard ລາຍງານໃນວັນທີ 22 ສິງຫາ ໃຫ້ຮູ້ວ່າ: ຈີນຜະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດສົ່ງຜົນໃຫ້ແມ່ນ້ຳຫລາຍສາຍໃນທົ່ວປະເທດ ລວມທັງບາງພື້ນທີ່ຂອງແມ່ນ້ຳແຍງຊີແຫ້ງແລ້ງຈົນເຫັນພື້ນດິນລຸ່ມ ປາກົດການດັ່ງກ່າວ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຫລາຍ​ຂະ​ແໜງ​ການ ບໍ່​ວ່າ​ຈະ​ເປັນ​ການ​ຜະລິດ​ໄຟຟ້າ​ພະລັງງານນ້ຳທີ່​ຕ້ອງ​ຢຸດສະງັກລົງ, ການຂົນສົ່ງເຮືອຕ້ອງໂຈະການບໍລິການຊົ່ວຄາວ ລວມທັງບໍລິສັດຈໍານວນຫລາຍແຫ່ງທີ່ຕ້ອງປິດລົງຍ້ອນການຂາດແຄນພະລັງງານໃນພາກພື້ນ. ແມ່​ນ້ຳ​ແຍງຊີ​ຂອງ​ຈີນ​ເປັນ​ແມ່​ນ້ຳ​ໃຫຍ່​ອັນ​ດັບ​ສາມ​ຂອງ​ໂລກ​ ແລະ ​ເປັນ​ແມ່​ນ້ຳ​ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ເສດ​ຖະ​ກິດ​ຂອງ​ຈີນ ແນວ​ໃດ​ກໍ​ຕາມ ລະດັບນ້ຳໄດ້​ຫລຸດ​ລົງ​ຕ່ຳ​ສຸດ​ໃນ​ລະ​ດູ​ຮ້ອນ​ນີ້ ໂດຍລາຍ​ງານ​ກ່າວ​ວ່າ:…