ອິນເດຍ ຈະເປີດໃຫ້ບໍລິການສະໜາມບິນໃໝ່ອີກ 2 ເດືອນຕໍ່ໜ້າ

ອິນເດຍ ຈະເປີດໃຫ້ບໍລິການສະໜາມບິນໃໝ່ອີກ 2 ເດືອນຕໍ່ໜ້າ

ສຳນັກຂ່າວ​ ​ຊິນ​ຮວາ ລາຍງານໃຫ້ຮູ້ວ່າ: ອິນ​ເດຍ ຈະ​ເປີດ​ໃຫ້ ​ບໍລິການ ​ສະໜາມ​ບິນ ​ໂມ​ປາ(Mopa)​ໃນ​ອີກ 2 ​ເດືອນ​ຕໍ່ໜ້າ ຫລັງ​ຈາກ​ຖ້ຽວບິນ​ທົດ​ລອງ​ໄດ້​ລົງ​ຈອດ ​ເມື່ອ​ອາທິດ​ຜ່ານ​ມາ ພາຍຫລັງ ທ່ານ Sri Mauwin Godinho, ລັດຖະມົນຕີ ກະຊວງ ຄົມມະນາຄົມ…

ອິນເດຍ ຈັບ 6 ຜູ້ຕ້ອງຫາ ຄະດີຂົ່ມຂືນ ຂ້າສອງເອື້ອຍນ້ອງແຂວນຄໍເທິງຕົ້ນໄມ້ ເພື່ອປິດບັງຄະດີ

ອິນເດຍ ຈັບ 6 ຜູ້ຕ້ອງຫາ ຄະດີຂົ່ມຂືນ ຂ້າສອງເອື້ອຍນ້ອງແຂວນຄໍເທິງຕົ້ນໄມ້ ເພື່ອປິດບັງຄະດີ

ສຳນັກຂ່າວຂອງອິນເດຍ ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ທີ່ຜ່ານມາ ຕຳຫລວດໃນເມືອງອຸຕະຣະ ປະເທດອິນເດຍ ຈັບກຸມຊາຍ 6 ຄົນໃນຂໍ້ຫາຜູ້ຕ້ອງສົງໄສກໍ່ເຫດຂົມຂືນ ແລະ ຄາດຕະກຳ ສອງເອື້ອຍນ້ອງ ເຊິ່ງພົບເປັນສົບແຂນຄໍຢູ່ເທິງຕົ້ນໄມ້ໃນໄຮ່ອ້ອຍໃກ້ເຮືອນ. ເຈົ້າໜ້າທີ່ ອິນເດຍໃຫ້ຮູ້ວ່າ: ການສືບສວນເບື້ອງຕົ້ນພົບວ່າສອງເອື້ອຍນ້ອງຄູ່ນີ້ອອກຈາກເຮືອນໄປໃນວັນທີ 14…

ເກີດເຫດຢຽບກັນໃນງານຄອນເສີດ ສະຫລອງວັນຊາດປະເທດກົວເຕມາລາ ເສຍຊີວິດ 10 ຄົນ

ເກີດເຫດຢຽບກັນໃນງານຄອນເສີດ ສະຫລອງວັນຊາດປະເທດກົວເຕມາລາ ເສຍຊີວິດ 10 ຄົນ

ອີງຕາມສຳນັກຂ່າວ thairath ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ເກີດເຫດປະຊາຊົນບຽດກັນເຂົ້າງານຄອນເສີດກາງແຈ້ງ ທີ່ຈັດຂື້ນເພື່ອສະຫລອງວັນຊາດ ກົວເຕມາລາ ມີຄົນຢຽບກັນ ເສຍຊີວິດ 10 ຄົນ ແລະ ມີຜູ້ບາດເຈັບປະມານ 20 ຄົນ. ເຫດການນີ້ເກີດຂຶ້ນທີ່ເມືອງ ເກັດຊາລເຕນິງໂກ…

ໄທ ພົບຄົນເຈັບຕິດເຊື້ອພະຍາດໝາກສຸກລີງ ຄົນທີ 8 ເດີນທາງມາຈາກປະເທດກາຕາ

ໄທ ພົບຄົນເຈັບຕິດເຊື້ອພະຍາດໝາກສຸກລີງ ຄົນທີ 8 ເດີນທາງມາຈາກປະເທດກາຕາ

ໃນວັນທີ 16 ກັນຍາ 2022 ນີ້ ກົມຄວບຄຸມພະຍາດ ເຜີຍຄົບເຈັບຕິດເຊື້ອພະຍາດໝາກສຸກລີງ ຄົນທີ 8 ອາຍຸ 23 ປີ ບໍ່ມີພະຍາດປະຈຳຕົວ ປະກອບອາຊີບໃຫ້ບໍລິການທີ່ປະເທດກາຕາ ແລະ ເລີ່ມມີອາການ ຈຶ່ງເດີນທາງກັບມາປະເທດໄທ ແລະ ເຂົ້າຮັບການກວດເຊື້ອທີ່ ສະຖາບັນບຳຣາດນຣາດູ….

ຈີນ ສັ່ງຍົກຍ້າຍປະຊາຊົນ1,6 ລ້ານຄົນ ສ່ຽງໄພຈາກ ພາຍຸໄຕ້ຝຸ່ນ ໝຸ່ຍຟ້າ

ຈີນ ສັ່ງຍົກຍ້າຍປະຊາຊົນ1,6 ລ້ານຄົນ ສ່ຽງໄພຈາກ ພາຍຸໄຕ້ຝຸ່ນ ໝຸ່ຍຟ້າ

ສະຖານີ ​ໂທລະພາບ CCTV ຂອງ​ທາງ​ການ​ຈີນ ລາຍ​ງານ​​ ໃນ​ວັນ​ທີ 15​ ກັນຍາ​ 2022 ນີ້ວ່າ: ​ຈີນ ສັ່ງ​ຍົກຍ້າຍ​ ປະຊາຊົນ 1,6 ລ້ານ​ຄົນ ອອກ​ຈາກ​ເຮືອນທີ່​ສ່ຽງ​ໄພ ​ແລະ ​ໂຈະ​ຫລາຍ​ຖ້ຽວ​ບິນ ​ໃນ​ສະໜາມ​ບິນ ​ຊຽງ​ໄຮ້…

ສະຫະລັດອາເມຣິກາ ອະນຸມັດສ້າງສະຖານີສາກລົດໄຟຟ້າໃນ 35 ລັດ

ສະຫະລັດອາເມຣິກາ ອະນຸມັດສ້າງສະຖານີສາກລົດໄຟຟ້າໃນ 35 ລັດ

ໃນວັນ​ທີ 15​ ກັນຍາ​ 2022 ນີ້ ລັດຖະບານ ສະຫະລັດອາ​ເມ​ຣິ​ກາ ອະນຸມັດ ​ວົງເງິນ ງວດ​ທຳ​ອິດ 900 ລ້ານ​ໂດ​ລາ ​ສະຫະລັດ ສ້າງ​ສະຖານີ ສາກ​ລົດ​ໄຟຟ້າ 500.000 ສະຖານີ ​ໃນ 35 ລັດ…

ສານປະເທດໄທ ສັ່ງປະຫານຊີວິດ ແມ່ລ້ຽງໃຈໂຫດ ວາງຢາຂ້າລູກ ຫວັງເອົາເງິນບໍລິຈາກ

ສານປະເທດໄທ ສັ່ງປະຫານຊີວິດ ແມ່ລ້ຽງໃຈໂຫດ ວາງຢາຂ້າລູກ ຫວັງເອົາເງິນບໍລິຈາກ

ອີງຕາມສຳນັກຂ່າວ thairath ໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ນີ້ ສານອາຍາປະເທດໄທມີຄຳພິິພາກສາຄະດີໝາຍເລກດຳ ທີ່ພະນັກງານໄອຍາການສຳນັກງານຄະດີຄ້າມະນຸດ 3 ໂຈດ ຍື່ນຟ້ອງ ນາງ ນັດຕິວັນ ພັດທານິດ ຫລື ປຸກ ຈິດລຳລຶກ ຂໍ້ຫາຄ້າມະນຸດ…

WHO ເຊື່ອໂຄວິດໃກ້ເຖິງຈຸດຈົບ ຮຽກຮ້ອງທຸກຝ່າຍເລັ່ງມືໃນຊ່ວງທ້າຍນີ້

WHO ເຊື່ອໂຄວິດໃກ້ເຖິງຈຸດຈົບ ຮຽກຮ້ອງທຸກຝ່າຍເລັ່ງມືໃນຊ່ວງທ້າຍນີ້

ອົງການອະນາໄມໂລກປະເມີນສະຖານະການໂຄວິດ ລະບຸຕອນນີ້ເປັນໂອກາດດີສຸດທີ່ຈະຢຸດຢັ້ງການລະບາດ. ດຣ. ທີໂດສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວລະຫວ່າງຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 14 ກັນຍາ 2022 ເຖິງສະຖານະການການລະບາດຂອງພະຍາດໂຄວິດ-19 ວ່າ: ພະຍາດນີ້ຍັງບໍ່ສິ້ນສຸດ ແຕ່ຕອນນີ້ສາມາດເບິ່ງເຫັນຈຸດຈົບໄດ້ແລ້ວ ໂດຍຂໍໃຫ້ແຕ່ລະປະເທດກະຈາຍວັກຊີນໄປໃນກຸ່ມສ່ຽງໃຫ້ໄດ້ 100%, ມີການກວດເຊື້ອ ແລະ…

ຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກໃນປາກິດສະຖານ ເພີ່ມຂຶ້ນສູງ ຫລັງນ້ຳຖ້ວມຂັງກາຍເປັນແຫລ່ງເພາະພັນຍຸງ

ຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກໃນປາກິດສະຖານ ເພີ່ມຂຶ້ນສູງ ຫລັງນ້ຳຖ້ວມຂັງກາຍເປັນແຫລ່ງເພາະພັນຍຸງ

ສຳນັກຂ່າວ The standard ລາຍງານໃຫ້ຮູ້ວ່າ:ໃນວັນທີ 15 ກັຍາ 2022 ນີ້ ວິກິດນ້ຳຖ້ວມໃນປາກິດສະຖານຍັງບໍ່ຈົບ ຫລັງຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເປັນຈຳນວນຫລາຍໃນປະເທດ ເນື່ອງຈາກນ້ຳຖ້ວມຂັງກາຍເປັນແຫລ່ງເພາະພັນຍຸງ  ຈົນເຮັດໃຫ້ ເຈົ່້າໜ້າທີ່ໄດ້ອອກມາເຕືອນໃຫ້ເຝົ້າລະວັງວ່າ ອາດຈະເປັນວິກິດດ້ານສາທາລະນະສຸກຄັ້ງໃໝ່ຂອງປະເທດ. ເຈົ້າໜ້າທີ່ເປີດເຜີຍວ່າ ປັດຈຸບັນຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ຕິດເຊື້ອທາງເດີນອາຫານເພີ່ມຂຶ້ນຢ່າງຫລວງຫລາຍ ເນື່ອງຈາກປະຊາຊົນບໍ່ມີທີ່ຢູ່ອາໄສຕ້ອງໄດ້ໄປຕັ້ງແຄ້ມຢູ່ໃກ້ກັບນ້ຳຖ້ວມຂັງ ສະເພາະໃນແຄວ້ນສິນ…