ອິນໂດເນເຊຍກຽມທົບທວນຄ່າແຮງງານຂັ້ນຕໍ່າ ຫລັງປະຊາຊົນປະທ້ວງການຂຶ້ນລາຄານ້ຳມັນ

ອິນໂດເນເຊຍກຽມທົບທວນຄ່າແຮງງານຂັ້ນຕໍ່າ ຫລັງປະຊາຊົນປະທ້ວງການຂຶ້ນລາຄານ້ຳມັນ

ສຳນັກງານປະທານາທິບໍດີຂອງອິນໂດເນເຊຍເປີດເຜີຍໃນວັນທີ 13 ກັນຍາວ່າ: ລັດຖະບານກຽມທົບທວນກົດຄ່າແຮງງານຂັ້ນຕໍ່າ ແລະ ກົດດ້ານແຮງງານອື່ນໆ ຫລັງຈາກສະຫະພາບແຮງງານຕ່າງໆ ຈັດການຊຸມນຸມທົ່ວປະເທດເພື່ອຕໍ່ຕ້ານການປັບຂຶ້ນລາຄານ້ຳມັນໃນໄລຍະຜ່ານມາ. ຂະນະທີ່ລາຍໄດ້ຂອງແຮງງານຍັງຄືເກົ່າ. ສຳນັກຂ່າວຣອຍເຕີລາຍງານວ່າ: ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນຊຍ ໄດ້ປັບຂຶ້ນລາຄານ້ຳມັນເຊື້ອໄຟ 30% ໃນຕົ້ນເດືອນນີ້ ເພື່ອຄວບຄຸມງົບປະມານທີ່ເພີ່ມຂຶ້ນໃນການອຸດໜູນດ້ານພະລັງງານ ເຊິ່ງສົ່ງຜົນໃຫ້ແຮງງານ ແລະ…

ອາເມລິກາຢືນຢັນພົບຜູ້ເສຍຊີວິດຈາກພະຍາດໝາກສຸກລີງ ຄົນທຳອິດໃນລອສແອນເຈລິສ

ອາເມລິກາຢືນຢັນພົບຜູ້ເສຍຊີວິດຈາກພະຍາດໝາກສຸກລີງ ຄົນທຳອິດໃນລອສແອນເຈລິສ

ກົມສາທາລະນະສຸກ (Department of Public Health) ໃນນະຄອນລອສແອນເຈລິສ ລັດແຄລິຟໍເນຍ ລາຍງານກໍລະນີການເສຍຊີວິດຂອງຊາວເມືອງຄົນໜຶ່ງ ທີ່ມີສາເຫດມາຈາກອາການປ່ວຍດ້ວຍພະຍາດໝາກສຸກລີງ ໂດຍຖືເປັນຜູ້ເສຍຊີວິດຈາກພະຍາດໝາກສຸກລີງຄົນທຳອິດໃນອາເມລິກາ. ໂດຍກົມສາທາລະນະສຸກລອສແອນເຈລິສ ຮ່ວມກັບສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາ (CDC) ໄດ້ເຜີຍແຜ່ປະກາດຂ່າວ ຢືນຢັນຜົນການກວດສອບ ພົບການເຊື່ອມໂຍງລະຫວ່າງການເສຍຊີວິດຂອງຜູ້ປ່ວຍຄົນດັ່ງກ່າວກັບພະຍາດໝາກສຸກລີງ ແລະ ລະບຸວ່າ:…

ເສສວນ ປະເທດຈີນ ກັບມາສູ່ສະພາບປົກກະຕິ ພາຍຫລັງເກີດແຜ່ນດິນໄຫວ ເສຍຊີວິດ 93 ຄົນ

ເສສວນ ປະເທດຈີນ ກັບມາສູ່ສະພາບປົກກະຕິ ພາຍຫລັງເກີດແຜ່ນດິນໄຫວ ເສຍຊີວິດ 93 ຄົນ

ວັນທີ 13 ກັນຍານີ້, ສື່ທາງການຈີນລາຍງານວ່າ: ເຈົ້າໜ້າທີ່ໃນມົນທົນເສສວນ ພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໄດ້ຫລຸດລະດັບການຮັບມືເຫດສຸກເສີນລົງເນື່ອງຈາກການຂົນສົ່ງໄຟຟ້າ ແລະ ການສື່ສານສ່ວນໃຫຍ່ກັບມາເປັນປົກກະຕິ ຫລັງຈາກເມື່ອອາທິດທີ່ຜ່ານມາເກີດແຜ່ນດິນໄຫວຂະໜາດຄວາມຮຸນແຮງ 6.6-6.8 ຣິກເຕີ ໃນມົນທົນຫລູຕິ້ງ ມີຜູ້ເສຍຊີວິດ 55 ຄົນ ແລະ ເມືອງ ຫຍ່າອັນ 38…

ທ່ານ ຮຸນເຊນ ຊີ້ ອາຊຽນຕ້ອງຮ່ວມກັນສະໜັບສະໜູນ ສັນຕິພາບ ສະຖຽນລະພາບ ຄວາມຮຸ່ງເຮືອງໃນພາກພື້ນ

ທ່ານ ຮຸນເຊນ ຊີ້ ອາຊຽນຕ້ອງຮ່ວມກັນສະໜັບສະໜູນ ສັນຕິພາບ ສະຖຽນລະພາບ ຄວາມຮຸ່ງເຮືອງໃນພາກພື້ນ

ຜູ້ນຳກຳປູເຈຍຮຽກຮ້ອງສະມາຊິກອາຊຽນເພີ່ມຄວາມເປັນເອກະພາບ ໃນການຮັບມືຄວາມທ້າທາຍສຳຄັນຫລາຍປະການ ເພື່ອຄຸ້ມຄອງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ວັນທີ 12 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ໃນຖານະປະທານສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ປະຈຳປີນີ້ ຖະແຫລງໃນພິທີເປີດກອງປະຊຸມການເປັນຜູ້ນຳ ແລະ ການເປັນຫຸ້ນສ່ວນອາຊຽນ…

ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ

ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ

ນິວຊີແລນປະກາດຍົກເລີກຄຳສັ່ງໃສ່ຜ້າປິດປາກໃນອາຄານ ແລະ ຂໍ້ບັງຄັບສັກວັກຊີນເພື່ອການເຮັດວຽກສຳລັບບຸກຄະລາກອນທີ່ມີຄວາມສຳຄັນ ເນື່ອງຈາກນິວຊີແລນຈະຢຸດການຕໍ່ສູ້ກັບພະຍາດລະບາດ ເພື່ອຮຽນຮູ້ທີ່ຈະຢູ່ຮ່ວມກັບໂຄວິດ-19. ທັງນີ້, ນາຍົກລັດຖະມົນຕີ ຈາຊິນດາ ອາຣເດິນ ແຫ່ງນິວຊີແລນ ຖະແຫລງໃນວັນທີ 12 ກັນຍາວ່າ: ປະຊາຊົນບໍ່ຕ້ອງໃສ່ຜ້າປິດປາກຢູ່ບ່ອນສາທາລະນະອີກຕໍ່ໄປ ນັບແຕ່ທ່ຽງຄືນວັນທີ 12 ກັນຍາ ບໍ່ວ່າຈະເປັນພື້ນທີ່ໃນອາຄານ ຫລື ກາງແຈ້ງ…

ຜູ້ນຳຈີນກຽມຢ້ຽມຢາມຕ່າງປະເທດຄັ້ງທຳອິດ ນັບແຕ່ໂຄວິດລະບາດ

ຜູ້ນຳຈີນກຽມຢ້ຽມຢາມຕ່າງປະເທດຄັ້ງທຳອິດ ນັບແຕ່ໂຄວິດລະບາດ

ປະທານປະເທດຈີນກຽມຢ້ຽມຢາມກາຊັກສະຖານ ແລະ ອຸຊເບກິດສະຖານ ໃນອາທິດນີ້ ເຊິ່ງຈະເປັນການອອກຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19. ວັນທີ 12 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດຈີນ ອອກຖະແຫລງໃນວັນທີ 12 ກັນຍາວ່າ: ປະທານປະເທດ ສີ ຈິ້ນຜິງ ກຽມຢ້ຽມຢາມກາຊັກສະຖານ ແລະ…

ອິນໂດເນເຊຍເລັ່ງຊື້ນ້ຳມັນຈາກຣັດເຊຍ ບັນເທົາບັນຫາຄ່າຄອງຊີບ

ອິນໂດເນເຊຍເລັ່ງຊື້ນ້ຳມັນຈາກຣັດເຊຍ ບັນເທົາບັນຫາຄ່າຄອງຊີບ

ລັດຖະບານອິນໂດເນເຊຍກຳລັງພິຈາລະນາຫລາຍຫົນທາງ ລວມທັງ “ການຊື້ນ້ຳມັນຈາກຣັດເຊຍ” ເພື່ອບັນເທົາຄວາມເຄັ່ງຕຶງຂອງສະຖານະການທາງເສດຖະກິດໃນປະເທດ. ວັນທີ 12 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງາຍໂດຍອ້າງຈາກລາຍງານຂອງ ເດິ ໄຟແນນຊຽວ ທາມ ເຊິ່ງສຳພາດພິເສດປະທານາທິບໍດີ ດີໂຈໂຄ ວິໂດໂດ ຜູ້ນຳອິນໂດເນເຊຍວ່າ: ລັດຖະບານຈາກາຕາຍັງພິຈາລະນາທຸກແນວທາງທີ່ເປັນໄປໄດ້ ແລະ ສົມເຫດສົມຜົນ ໃນການຈັດຫາເຊື້ອໄຟຈາກພາຍນອກ…

ເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມຄົນຮ້າຍຂົນຢາເສບຕິດລາຍໃຫຍ່ ຈຳນວນ 7 ຄົນ ພ້ອມຂອງກາງ ຢາບ້າ 1 ລ້ານເມັດ

ເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມຄົນຮ້າຍຂົນຢາເສບຕິດລາຍໃຫຍ່ ຈຳນວນ 7 ຄົນ ພ້ອມຂອງກາງ ຢາບ້າ 1 ລ້ານເມັດ

ວັນທີ 12 ກັນຍາ 2022 ນີ້ ເຈົ້າໜ້າທີ່ຕຳຫລວດ ຈັງຫວັດນະຄອນຣາຊສີິມາ ປະເທດໄທ ຈັບກຸມຂະບວນການລຳລຽງຢາເສບຕິດຂ້າມຊາດລາຍໃຫຍ່ ຈຳນວນ 7 ຄົນ, ພ້ອມຢຶດຂອງກາງເປັນຢາບ້າ ຈຳນວນ 1 ລ້ານເມັດ, ຢາອີ ຈຳນວນ 50.000 ເມັດ…

ບໍລິສັດຢາສູບໄຟຟ້າຍີ່ຫໍ້ດັງ ຍອມຈ່າຍເງິນຊົດເຊີຍ 17,000 ລ້ານບາດ ໃນຂໍ້ຫາເຮັດການຕະຫລາດມຸ່ງເນັ້ນໄປທີ່ເດັກນ້ອຍ ແລະ ເຍົາວະຊົນ

ບໍລິສັດຢາສູບໄຟຟ້າຍີ່ຫໍ້ດັງ ຍອມຈ່າຍເງິນຊົດເຊີຍ 17,000 ລ້ານບາດ ໃນຂໍ້ຫາເຮັດການຕະຫລາດມຸ່ງເນັ້ນໄປທີ່ເດັກນ້ອຍ ແລະ ເຍົາວະຊົນ

ໃນວັນທີ 11 ກັນຍາ 2022 ຮອງສາດສະດາຈານ ດຣ ເຣິງລະດີ ປະທານວານິດ ອາຈານພາກວິຊາການແພດຊຸມຊົນ ຄະນະແພດສາດ ໂຮງໝໍ ຣາມາທິບໍດີ ເປີດເຜີຍວ່າ: ໄອຍາການສູງສຸດຄອນເນດທິຄັດ ສະຫະລັດອາເມຣິກາ ໄດ້ອອກປະກາດໃນວັນທີ 6 ກັນຍາ ທີ່ຜ່ານມາວ່າ: ບໍລິລິສັດຢາສູບໄຟຟ້າຍີ່ຫໍ້ດັງ…

ເກີດແຜ່ນດິນໄຫວ 7.6 ຣິກເຕີ ຖະຫລົ່ມ ປະເທດປາປົວນິວກີນີ ເສຍຊີວິດແລ້ວ 16 ຄົນ

ເກີດແຜ່ນດິນໄຫວ 7.6 ຣິກເຕີ ຖະຫລົ່ມ ປະເທດປາປົວນິວກີນີ ເສຍຊີວິດແລ້ວ 16 ຄົນ

ໃນວັນທີິ 11 ກັນຍາ 2022 ເກີດແຜ່ນດິນໄຫວຂະໜາດຄວາມຮຸນແຮງ 7.6 ຣິກເຕີ ທີ່ບໍລິເວນ ປາປົວນິວກີນີ ເຊິ່ງສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນ ມີລາຍງານຜູ້ເສຍຊີວິດແລ້ວ 16 ຄົນ ໃນຂະນະດຽວກັນກໍເກີດແຜ່ນດິນໄຫວ 6.1 ຣິກເຕີ ທີ່ປະເທດອິນໂດເນເຊຍ ລາຍງານລະບຸວ່າ: ແຜ່ນດິນໄຫວທີ່ລະດັບຄວາມເລິກ 80…