ຈີນ ຜະລິດ-ຈຳໜ່າຍ ອຸປະກອນເອເລັກໂຕຣນິກຢູ່ແຖວໜ້າຂອງໂລກ
ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 21 ກັນຍາ 2022 ນີ້ວ່າ: ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຂອງຈີນ ອອກຖະແຫລງການ ຈີນ ຜະລິດ ແລະ ຈຳໜ່າຍ ອຸປະກອນ ເອເລັກໂຕຣນິກ…
ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 21 ກັນຍາ 2022 ນີ້ວ່າ: ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຂອງຈີນ ອອກຖະແຫລງການ ຈີນ ຜະລິດ ແລະ ຈຳໜ່າຍ ອຸປະກອນ ເອເລັກໂຕຣນິກ…
ໃນວັນທີ 20 ກັນຍາ ທີ່ຜ່ານມາ ໄຕ້ຝຸ່ນ ນັນມາດອລ ອ່ອນກຳລັງລົງເປັນພາຍຸໄຊໂຄນແລ້ວ ຫລັງຈາກທີ່ເຄື່ອນຕົວຂຶ້ນຝັ່ງເກາະດິວຊູ ພາກໃຕ້ຂອງຍີ່ປຸ່ນໃນຫລາຍມື້ທີ່ຜ່ານມາ ເຮັດໃຫ້ຝົນຕົກໜັກ ຈົນເກີດນ້ຳຖ້ວມ ແລະ ດິນຖະຫລົ່ມໃນຫລາຍພື້ນທີ່ ພົບຜູ້ເສຍຊີວິດແລ້ວ 4 ຄົນ ແລະ ບາດເຈັບອີກ 114 ຄົນ…
ໃນວັນທີ 20 ກັນຍາ 2022 ທີ່ຜ່ານມາ ເກີດເຫດໄຟໄໝ້ໂຮງກັ່ນນ້ຳມັນໃນເມືອງທ່າ ທາງຕອນເໜືອຂອງເວເນຊູເອລາ ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ໂຮງກັ່ນນ້ຳມັນຍັງເປີດດຳເນີນງານຕາມປົກກະຕິ. ພາບວິດີໂອທີ່ມີຜູ້ບັນທຶກໄວ້ໄດ້ ເຜີຍໃຫ້ເຫັນຄວັນສີດຳຂະໜາດໃຫຍ່ລອຍຂຶ້ນເໜືແເປວໄຟທີ່ກຳລັງລຸກໄໝ້ໂຮງກັ່ນນ້ຳມັນໃນເມືອງທ່າເປີໂຕລາຄຣູ ທາງຕອນເໜືອຂອງເວເນຊູເອລາ ຫລັງຈາກມີຝົນຟ້າຄະນອງໃນວັນທີ 19 ກັນຍາ ໂດຍໄຟໄດ້ລຸກໄໝ້ໜຶ່ງໃນຖັງກັກເກັບນ້ຳມັນພາຍໃນໂຮງກັ່ນ ນັບແຕ່ຕອນບ່າຍ ຈາກນັ້ນອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ມອດໄຟກໍສາມາດຄວບຄຸມໄຟໄວໄດ້….
ສຳນັກຂ່າວຟາຣ໌ສຂອງອີຣານລາຍງານວ່າ: ອີຣານກຽມຊື້ແກັສວັນລະ 9 ລ້ານແມັດກ້ອນ ຈາກຣັດເຊຍຜ່ານທາງອາເຊີໄບຈານ ໂດຍກະຊວງນ້ຳມັນອີຣານໄດ້ປະກາດແຜນດັ່ງກ່າວໃນລາຍງານຊີ້ແຈງລາຍລະອຽດກ່ຽວກັບຂໍ້ຕົກລົງຈຳນວນ 4 ໝື່ນລ້ານໂດລາ ເຊິ່ງບໍລິສັດນ້ຳມັນແຫ່ງຊາດອີຣານ (NIOC) ໄດ້ຕົກລົງກັນໄວ້ກັບບໍລິສັດແກັສພຣອມຂອງລັດຖະບານຣັດເຊຍໃນເດືອນກໍລະກົດຜ່ານມາ. ກະຊວງນ້ຳມັນອີຣານກ່າວວ່າ: ອີຣານຈະໄດ້ຮັບແກັສວັນລະ 6 ລ້ານແມັດກ້ອນຈາກຣັດເຊຍໃນມໍ່ໆນີ້ ຕາມຂໍ້ຕົກລົງສະວອບເພື່ອສົ່ງອອກໃນຮູບແບບແກັສທຳມະຊາດເຫລວ (LNG) ໄປປະເທດອື່ນໆຈາກທາງຕອນໃຕ້ຂອງອີຣານ. ຂໍ້ຕົກລົງດັ່ງກ່າວຍັງຄວບຄຸມການສ້າງທໍ່ສົ່ງແກັສຈາກອີຣານໄປປາກິດສະຖານ ແລະ…
ຊາວນາຈີນໃນມົນທົນກຸ້ຍໂຈ ກຽມເກັບກ່ຽວເຂົ້າປະສົມຂະໜາດຍັກ ລຳຕົ້ນມີຄວາມສູງເກືອບ 2 ແມັດ. ວັນທີ 20 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ເຂົ້າປະສົມຍັກສາຍພັນໜຶ່ງ ເຊິ່ງສາມາດເຕີບໃຫຍ່ສູງ 1,9 ແມັດ ຫວ່ານໃນນາຕົວແບບຂະໜາດ 1,6 ໄລ່ ໃນບ້ານຊານໂຈ ມົນທົນກຸ້ຍໂຈ ທາງຕາເວັນຕົກສຽງໃຕ້ຂອງຈີນ…
ອົງການອະນາໄມໂລກ ແລະ ລັດຖະບານອູກັນດາ ປະກາດການແພ່ລະບາດຂອງພະຍາດອີໂບລາຄັ້ງໃໝ່ ໂດຍຖືເປັນຄັ້ງທຳອິດໃນຮອບ 10 ກວ່າປີ ເຊິ່ງພົບຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາ “ສາຍພັນຊູດັງ”. ວັນທີ 20 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອູກັນດາ ແລະ ອົງການອະນາໄມໂລກ (WHO) ອອກຖະແຫລງການຮ່ວມກັນ ກ່ຽວກັບການແພ່ລະບາດຂອງພະຍາດອີໂບລາ…
ສຳນັກຂ່າວຊິນຫົວລາຍງານໃນວັນທີ 19 ກັນຍາ 2022 ໃຫ້ຮູ້ວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ລາຍງານຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບການຢືນຢັນຜົນທົ່ວປະເທດເກືອບ 24,000 ຄົນ. ປັດຈຸບັນ ລັດແຄລິຟໍເນຍ ເປັນລັດທີ່ມີຈຳນວນຜູ້ຕິດເຊື້ອຫລາຍທີ່ສຸດ 4,656 ຄົນ, ນິວຢອກ 3,755 ຄົນ ແລະ…
ກະຊວງການເງິນສີລັງກາເປີດເຜີຍວ່າ: ສີລັງກາກຽມນຳສະເໜີບັນຫາທາງເສດຖະກິດທັງໝົດ ແລະ ແຜນສຳລັບການປັບໂຄງສ້າງໜີ້ຕ່າງໆ ລວມທັງເງິນທຶນຊ່ວຍເຫລືອຈາກກອງທຶນການເງິນສາກົນ (IMF) ມູນຄ່າຫລາຍພັນລ້ານໂດລາ ຕໍ່ເຈົ້າໜີ້ຕ່າງປະເທດໃນວັນທີ 23 ກັນຍານີ້. ຕະຫລອດໄລຍະເວລາຫລາຍປີຜ່ານມາຂອງການບໍລິຫານເສດຖະກິດທີ່ຜິດພາດ ບວກກັບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສີລັງກາຕ້ອງຕົກຢູ່ໃນສະພາບວິກິດເສດຖະກິດຢ່າງຮຸນແຮງທີ່ສຸດນັບແຕ່ໄດ້ຮັບເອກະລາດຈາກອັງກິດໃນປີ 1948 ສົ່ງຜົນໃຫ້ສີລັງກາຜິດນັດຊຳລະໜີ້ພັນທະບັດຕ່າງປະເທດ. ກະຊວງການເງິນສີລັງກາລະບຸໃນຖະແຫລງການຜ່ານທາງບໍລິສັດກົດໝາຍ Clifford Chance ວ່າ: ການເຈລະຈາທາງອອນລາຍກ່ຽວກັບການປັບໂຄງສ້າງໜີ້ກັບເຈົ້າໜີ້ຈາກຕ່າງປະເທດນັ້ນ…
ພາຍຸໄຕ້ຝຸ່ນນັນມາດໍເຄື່ອນທີ່ເຂົ້າສູ່ເກາະຄິວຊູ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນໃນວັນທີ 19 ກັນຍາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ບາດເຈັບອີກຫລາຍກວ່າ 12 ຄົນ. ທັງນີ້, ສຳນັກຂ່າວກຽວໂດລາຍງານວ່າ: ໄຕ້ຝຸ່ນນັນມາດໍມີທ່າອ່ຽງເຄື່ອນທີ່ໄປທາງຝັ່ງຕາເວັນອອກສຽງເໜືອ ຫລັງຈາກຜ່ານເກາະຮອນຊູໃນວັນທີ 20 ກັນຍາ. ຂະນະທີ່ກົມອຸຕຸນິຍົມວິທະຍາຍີ່ປຸ່ນປະກາດເຕືອນໄພກະແສລົມຮຸນແຮງ, ຄື້ນສູງ ແລະ…
ນາຍົກລັດຖະມົນຕີກຳປູເຈຍ ສັ່ງໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງ ປາບປາມການພະນັນທີ່ຜິດກົດໝາຍທຸກຊະນິດ “ດ້ວຍຄວາມຈິງຈັງ ແລະ ເຂັ້ມງວດລະດັບສູງສຸດ”. ວັນທີ 18 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ຖະແຫລງເມື່ອບໍ່ດົນມານີ້ ສັ່ງໃຫ້ເຈົ້າແຂວງ ແລະ ເຈົ້າເມືອງຕ່າງໆ ຕະຫລອດຈົນຜູ້ນຳຊຸມຊົນ ຍົກລະດັບມາດຕະການປາບປາມການພະນັນຜິດກົດໝາຍທຸກປະເພດ…