ສານກິລາ ສະເປນ ປະຕິເສດຄຳອຸທອນໂທດ 5 ນັດ ຂອງ ໂຣນັນໂດ

ສານກິລາຂອງປະເທດ ສະເປນ (TAD) ປະຕິເສດ ອຸທອນໂທດ 5 ນັດ ຂອງ ຄຣິສ ຕຽນໂນ ໂຣນັນໂດ ດາວຍິງ ຊຸບເປີສະຕາຂອງ ຣິນ ມາ ດຣິດ ຕາມລາຍງານຂອງ ຣອຍເຕ ສຳນັກຂ່າວຊື່ດັງ.
ໂຣນັນໂດ ກາຍເປັນປະ ເດັນຮ້ອນ ຫຼັງຍູ້ກຳມະການ ລະຫວ່າງ ສະເປນ ຊຸບເປີຄັບ ນັດທຳອິດທີ່ຕົ້ນສັງກັດບຸກໄປຊະນະ ບາເຊໂລນາ 3-1 ໃນ ວັນທີ 13 ສິງຫາຜ່ານມາ ເພາະບໍ່ພໍໃຈທີ່ຖືກເບິ່ງວ່າຕັ້ງ ໃຈລົ້ມ ຈົນໄດ້ຮັບໃບເຫຼືອງທີ 2 ເປັນໃບແດງໄລ່ອອກຈາກ ສະໜາມໄປ ເຊິ່ງເລື່ອງທີ່ເກີດ ຂຶ້ນ ເຮັດໃຫ້ ໂຣນັນໂດ ຖືກສັ່ງ ລົງໂທດລວມ 5 ນັດ ໂດຍລົງ ໂທດ 1 ນັດ ມາກຈາກການ ທີ່ລາວຖືກໄລ່ອອກສະໜາມ ສ່ວນ ອີກ 4 ນັດ ມາຈາກການ ຍູ້ກຳມະການ.
ທັງນີ້ ໂຣນັນໂດ ກ່າວ ຜ່ານອິນສະຕາແກຣມວ່າ: ຂ້ອຍຜິດ ຫວັງຫຼາຍການຕັດ ສິນຄັ້ງນີ້ຫຼາຍໆ ເປັນອີກຄັ້ງ ທີ່ຄຳຕັດສິນມັນເຂົ້າໃຈໄດ້ ຍາກ ຂ້ອຍຕ້ອງພົບກັບຄວາມ ບໍ່ຍຸດຕິທຳອີກແລ້ວ ພວກເຂົາ ບໍ່ມີວັນກັບຄຳຕັດສິນໃຫ້ຂ້ອຍແລ້ວ.