ເກີດເຫດຢຽບກັນໃນງານຄອນເສີດ ສະຫລອງວັນຊາດປະເທດກົວເຕມາລາ ເສຍຊີວິດ 10 ຄົນ

ອີງຕາມສຳນັກຂ່າວ thairath ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ເກີດເຫດປະຊາຊົນບຽດກັນເຂົ້າງານຄອນເສີດກາງແຈ້ງ ທີ່ຈັດຂື້ນເພື່ອສະຫລອງວັນຊາດ ກົວເຕມາລາ ມີຄົນຢຽບກັນ ເສຍຊີວິດ 10 ຄົນ ແລະ ມີຜູ້ບາດເຈັບປະມານ 20 ຄົນ.
ເຫດການນີ້ເກີດຂຶ້ນທີ່ເມືອງ ເກັດຊາລເຕນິງໂກ ປະເທດກົວເຕມາລາ ໂດຍຜູ້ເຫັນເຫດການເລົ່າວ່າ: ຫລັງຈາກທີ່ປະຕູທາງເຂົ້າຄອນເສີດໄດ້ເປີດໃຫ້ຜູ້ຊົມໄດ້ເຂົ້າໄປ ປາກົດວ່າ ຜູ້ຕົນໄດ້ບຽດກັນເຂົ້າປະຕູ ຈົນມີຄົນລົ້ມລົງແລ້ວທັບກັນຕາມໆມາ. ການຈັດງານສະແດງດົນຕີສະຫລອງວັນຊາດຄົບຮອບ 201 ປີທີ່ ກົວເຕມາລາ ໄດ້ຮັບເອກະລາດຈາກສະເປນ ເປັນກິດຈະກຳທີ່ໄດ້ຮັບການອຸນຸຍາດຈາກທາງການທີ່ຖືກຕ້ອງຕາມລະບຽບກົດໝາຍແຕ່ປາກົດວ່າເມື່ອຮອດມື້ງານ ທາງຜູ້ຈັດງານບໍ່ໄດ້ມີມາດຕະການດູແລດ້ານຄວາມປອດໄພຢ່າງດີພໍ ແລະ ບໍ່ມີລະບົບຈັດການທີ່ີພໍ. ປັດຈຸບັນທາງການກຳລັງເລັ່ງສອບສວນທາງຄະນະຜູ້ຈັດງານຄອນເສີດໃນຄັ້ງນີ້.

