ຜູ້ນຳລັດຖະປະຫານໄນເຈີເຫັນພ້ອມ ກຽມເຈລະຈາໂດຍກົງ ກັບຜູ້ນຳກຸ່ມປະເທດອາຟຣິກາຕາເວັນຕົກ

ກຸ່ມນັກວິຊາການອິດສະລາມຊາວໄນຈີເຣຍທີ່ມີໂອກາດເຂົ້າພົບ ນາຍພົນ ອັບດູຣາຮາມາເນ ຊີອານີ ປະທານສະພາແຫ່ງຊາດວ່າດ້ວຍການປົກປ້ອງມາຕຸພູມ (CLSP) ທີ່ປະກາດຕົນຂຶ້ນດຳລົງຕຳແໜ່ງປະທານາທິບໍດີໄນເຈີຄົນໃໝ່ໃນທາງພຶດຕິໄນ ເປີດເຜີຍໃນວັນທີ 13 ສິງຫາວ່າ: ນາຍພົນ ຊີອານີ ເຫັນພ້ອມຈະໃຊ້ວິທີການເຈລະຈາໂດຍກົງກັບບັນດາຜູ້ນຳກຸ່ມປະຊາຄົມເສດຖະກິດລັດອາຟຣິກາຕາເວັນຕົກ (ECOWAS) ເພື່ອຫາທາງອອກໃຫ້ວິກິດທາງການເມືອງໃນຄັ້ງນີ້.
ການພົບກັນຄັ້ງນີ້ເກີດຂຶ້ນຂະນະທີ່ກຸ່ມ ECOWAS ພະຍາຍາມສຳຫລວດທາງເລືອກ ແລະ ຄວາມເປັນໄປໄດ້ທີ່ຈະຟື້ນຟູປະຊາທິປະໄຕ ແລະ ຄືນອຳນາດໃຫ້ປະຊາຊົນຊາວໄນເຈີໂດຍໄວ ເຊິ່ງກ່ອນໜ້ານີ້ ກຸ່ມ ECOWAS ເຄີຍປະກາດວ່າ: ພວກເຂົາອາດແຊກແຊງທາງການທະຫານຖ້າມີຄວາມຈຳເປັນ ໂດຍເຫດການລັດຖະປະຫານທີ່ເກີດຂຶ້ນຖືເປັນລັດຖະປະຫານຄັ້ງທີ 7 ໃນພື້ນທີ່ເຂດອາຟຣິກາກາງ ແລະ ອາຟຣິກາຕາເວັນຕົກພາຍໃນໄລຍະ 3 ປີຜ່ານມາ.
ໂດຍກຸ່ມນັກວິຊາການເປີດເຜີຍວ່າ: ຜູ້ນຳລັດຖະປະຫານໄນເຈີໄດ້ເຫັນພ້ອມໃນແນວທາງດັ່ງກ່າວແລ້ວ ແລະ ກຳລັງຢູ່ໃນໄລຍະພິຈາລະນາວ່າການເຈລະຈາໂດຍກົງນີ້ຈະເກີດຂຶ້ນຢູ່ໃສ ຢູ່ໄນເຈີ, ໄນຈີເຣຍ ຫລື ປະເທດອື່ນທີ່ພວກເຂົາຄິດວ່າເປັນທາງເລືອກທີ່ດີສຳລັບພວກເຂົາ.
ກຸ່ມນັກວິຊາການນີ້ໄດ້ຮັບແຮງສະໜັບສະໜູນຈາກທ່ານ ໂບລາ ຕິນູບູ ປະທານາທິບໍດີໄນຈີເຣຍ ແລະ ຜູ້ນຳກຸ່ມ ECOWAS ຄົນປັດຈຸບັນ ເພື່ອສ້າງຄວາມເຂົ້າໃຈລະຫວ່າງກັນ ແລະ ນຳພາສັນຕິພາບກັບຄືນສູ່ພາກພື້ນນີ້ໂດຍໄວ ເຊິ່ງກ່ອນໜ້ານີ້ ທ່ານ ຕິນູບູ ໄດ້ຮັບກະແສຄັດຄ້ານພາຍໃນປະເທດຢ່າງໜັກ ປະຊາຊົນຢ້ານເກີດສະຖານະການລຸກລາມກາຍເປັນສົງຄາມໃຫຍ່ ຫລັງຈາກທ່ານເຄີຍຂີດເສັ້ນຕາຍໃຫ້ຄະນະລັດຖະປະຫານໄນເຈີໃຫ້ຄືນອຳນາດທ່ານ ໂມຮຳເໝັດ ບາຊູມ ປະທານາທິບໍດີໄນເຈີ ທີ່ຖືກຄວບຄຸມຕົວຢູ່ຕອນນີ້ ແຕ່ບໍ່ເປັນຜົນ.
ກຸ່ມນັກວິຊາການຊາວໄນຈີເຣຍຍັງເປີດເຜີຍອີກວ່າ: ປັດຈຸບັນມີການເຈລະຈາກັບນາຍພົນ ຊີອານີ ຜູ້ນຳລັດຖະປະຫານໄນເຈີ, ທ່ານໄດ້ເນັ້ນເຖິງການພົວພັນອັນດີລະຫວ່າງໄນເຈີ ແລະ ໄນຈີເຣຍ. ພ້ອມຊີ້ວ່າ: ທັງສອງປະເທດບໍ່ພຽງເປັນເພື່ອນບ້ານ, ແຕ່ເປັນບ້ານອ້າຍເມືອງນ້ອງທີ່ຄວນແກ້ໄຂບັນຫາຕ່າງໆ ດ້ວຍທ່າທີ ແລະ ວິທີການທີ່ເປັນມິດ.
ນອກຈາກນີ້, ນາຍພົນ ຊີອານີ ຍັງລະບຸວ່າ: ການກໍ່ລັດຖະປະຫານຄັ້ງນີ້ເກີດຈາກເຈດຕະນາທີ່ດີທີ່ພະຍາຍາມຈະຢຸດໄພຄຸກຄາມຕ່າງໆ ທີ່ໃກ້ຈະເຂົ້າມາ ແລະ ອາດສົ່ງຜົນກະທົບຕໍ່ໄນຈີ ແລະ ໄນຈີເຣຍ ໂດຍລະບຸວ່າ: ທ່ານເອງກໍເຈັບປວດທີ່ກ່ອນໜ້ານີ້ກຸ່ມ ECOWAS ຍື່ນຄຳຂາດໃຫ້ຄືນອຳນາດທ່ານ ບາຊູມ ໂດຍບໍ່ຟັງສຽງຂອງພວກເຂົາ.
ຖ້າຄວາມພະຍາຍາມຈະໃຊ້ວິທີການທາງການທູດບໍ່ປະສົບຜົນສຳເລັດ ການແຊກແຊງໃດໆຈາກກຸ່ມປະເທດ ECOWAS ແລະ ພັນທະມິດຕາເວັນຕົກ ອາດຍິ່ງເຮັດໃຫ້ສະຖານະການພາຍໃນພາກພື້ນຮ້າຍແຮງຕື່ມ ຫລັງຈາກຜູ້ນຳທະຫານຂອງມາລີ ແລະ ບູກິນາຟາ ໂຊ ທີ່ຂຶ້ນມາບໍລິຫານປະເທດຈາກການກໍ່ລັດຖະປະຫານກ່ອນໜ້ານີ້ ໄດ້ປະກາດຈະສະໜັບສະໜູນກອງທັບໄນເຈີ ຍັງບໍ່ລວມບັນຫາທີ່ກອງທັບໄນເຈີອາດຮ້ອງຂໍການຊ່ວຍເຫລືອຈາກກຸ່ມທະຫານຮັບຈ້າງວາກເນີຂອງຣັດເຊຍ ເຊິ່ງຈະຍິ່ງເຮັດໃຫ້ສະຖານະການຊັບຊ້ອນ ແລະ ຮ້າຍແຮງໄປອີກ.
ອ້າງອີງ:
- https://www.aljazeera.com/news/2023/8/13/nigerian-delegation-says-niger-military-leaders-open-to-diplomacy
- https://apnews.com/article/niger-coup-west-africa-military-jihadis-57900b121d1fa1499354ed21aca994d1
- https://www.reuters.com/world/africa/west-african-regional-group-weighs-next-steps-niger-2023-08-12/

