ວົງການກິລາລາວຄືສ້ວຍຫາງປາ

ໂດຍ: ທິດກໍ່າ
ເມື່ອເອີ່ຍເຖິງວົງການກິລາລາວໃນປັດຈຸບັນ ຫລາຍຄົນຮູ້ສຶກ “ທໍ້ແທ້” ວ່າຊັ້ນ ! ຄໍາວ່າທໍ້ແທ້ນີ້ກໍຍ້ອນມາເບິ່ງໃນດ້ານປະສິດທິ ພາບ ແລະ ປະສິດທິຜົນໃນເວລາໄປສູ້ກັບເຂົາຢູ່ຕ່າງແດນຜົນໄດ້ຮັບກໍຄືບໍ່ສູ້ເຂົາ.
ກ່ອນເວລາໄປແຂ່ງບາງຄັ້ງເພິ່ນກໍໃຫ້ສໍາພາດ ແລະ ຄາດຫວັງເປົ້າໝາຍວ່າຈະເອົາຄັກໆ,ແຕ່ພໍໄປຜະເຊີນໜ້າແບບເອົາຈິງເອົາຈັງແຮງພັດບໍ່ສູ້ເຂົາ. ຈາກນັ້ນໃນເວລາກັບມາບ້ານບາງຄັ້ງກໍຝາມືເປົ່າ ແລະ ສີມິດໆ ເພາະອັບອາຍ ແລະ ຢ້ານສັງຄົມເຂົາວິຈານ. ແຕ່ກ່ອນເວົ້າເຖິງກິລາເປຕັງເກືອບເວົ້າໄດ້ວ່າລະດັບໂລກ, ມາດຽວນີ້ອືດອາດທັງເຫື່ອໄຫລໄຄຍ້ອຍ, ບານສົ່ງ, ບານບ້ວງກໍມິດປານຫອຍໄຂ່, ມວຍສາກົນກັບມວຍລາຍລາວຍັງພໍກູ້ໜ້າກູ້ຕາ, ເຫັນລູກຫລານບາງຄົນເຂົາໄປຄ້າກໍາປັ້ນຢູ່ປະເທດເພື່ອນບ້ານມີກຽດຊື່ສຽງໂດ່ງດັ່ງມາແລ້ວຫລາຍຄົນ. ສ່ວນວ່າກິລາບານເຕະໄຄແດ່ແຕ່ຕອນຍັງນ້ອຍອາຍຸ 12-13 ປີ ບາດໃຫຍ່ຂຶ້ນມາເປັນທີມຊາດອືດ ອາດປານດຶງຂາເຕົ່າ. ໃນເວລາໄປແຂ່ງຢູ່ຕ່າງປະເທດ ທິດກໍ່າ ໄດ້ຍິນຄໍາເວົ້າແຕ່ໜຸ່ມຈົນເຖົ້າວ່າໄປເອົາປະສົບປະການ ແລະ ຖອດຖອນບົດຮຽນ. ຕໍ່ຄໍາເວົ້າເຫລົ່ານີ້ ໄດ້ຍິນ ແລະ ໄດ້ຟັງມາຈົນລຶ້ງຫູ. ສະຫລຸບ ຖ້າຈະເວົ້າໃຫ້ວົງການກິລາບ້ານເຮົາໃນປັດຈຸບັນມັນສ້ວຍລົງຄືຫາງຂີ້ໂກະ ຍ້ອນວ່າມັນບໍ່ກ້າວໄປໜ້າ, ກົງກັນຂ້າມພັດມີການຖອຍຫລັງໄປຕິກໆ ປະເພດທີ່ເປັນຕາເວົ້າກວ່າໝູ່ແມ່ນກິລາບານເຕະ ມັນຍິ່ງຂີ້ຮ້າຍລົງນັບມື້. ແຕ່ກ່ອນວົງການບານເຕະລາວຊະນະກໍາປູເຈຍ, ບຣູໄນ ແລະ ຕີມໍເລສເຕ, ສ່ວນວ່າກັບມຽນມາ, ມາເລເຊຍ, ສິງກະໂປນັ້ນສູສີກັນໄຂ່ເປັດໄຂ່ໄກ່ ແລະ ຕົກໃນອັນດັບທີ 6 ຫລື 7 ຂອງອາຊຽນ. ແຕ່ມາດຽວນີ້ອາດຕົກໄປເປັນນາຍທ້າຍປ່ອຍໃຫ້ປະເທດອື່ນເຂົາພາກັນແຫ່ໄປເອົາຕ່ອນກ່ອນ.
ຕາມທິດກໍ່າວ່າ, ການທີ່ວົງການບານເຕະລາວ ກໍຄືກິລາປະເພດອື່ນໆຕົກຢູ່ໃນສະພາບແລະ ເງື່ອນໄຂເປັນໝັນແບບສ້ວຍຫາງຂີ້ໂກະນີ້, ມັນກໍເນື່ອງມາຈາກຫລາຍສາເຫດ ຄືອັນທີໜຶ່ງແມ່ນຂຶ້ນກັບເງິນ ມັນກໍຄືເຂົາວ່າຫັ້ນລະ ມີເງິນຫລາຍເຮັດຫຍັງກໍໄດ້, ອັນສອງມາແມ່ນຂຶ້ນກັບຄົນ ເວົ້າເຖິງຄົນກໍຕ້ອງເປັນຄົນເກັ່ງອີ່ຫລີ ບໍ່ເປັນຄົນເຄິ່ງໆກາງໆ ທັງບໍ່ແມ່ນຄົນເຈົ້າຄົນຂ້ອຍ, ອັນສາມກໍແມ່ນລະບົບການຈັດຕັ້ງບໍລິຫານ, ຄຸ້ມຄອງບັນຊາຕ້ອງແທດເໝາະສອດຄ່ອງ ແລະ ທັນສະໄໝກັບຍຸກການປ່ຽນແປງໃໝ່ຂອງໂລກ ທັງມີວິໄສທັດ ແລະ ມຸມມອງແນວຄວາມຄິດທີ່ລ້ຳຍຸກ, ອັນທີສີ່ກໍແມ່ນໃນດ້ານເຕັກນິກອຸປະກອນຮັບໃຊ້ຕ້ອງພຽງພໍກັບຄວາມຮຽກຮ້ອງຕ້ອງການດີສົມຄວນ ຈຶ່ງສາມາດກະຕຸກຊຸກຍູ້ໃຫ້ວຽກງານທຸກຢ່າງເດີນໄດ້. ສ່ວນວ່າອັນສຸດທ້າຍແມ່ນເຫັນວ່າຢູ່ ບ້ານເຮົາຍັງບໍ່ມີວົງການກິລາປະເພດໃດເປັນອາຊີບ ພໍຮອດຍາມແຂ່ງຂັນມາກໍຮ້ອງກັນເຂົ້າສູນດ້າມເດືອນສອງເດືອນແລ້ວພາ ກັນຍົກທີມໄປແຂ່ງ, ຊ້ຳບໍ່ໜໍາອັດຕາບໍາລຸງບໍ່ພຽງພໍມັນກໍເລີຍພາກັນເຮັດຄືໂສ້ບໍ່ເຄັ່ງ, ນັກກິລາເຮົາສ່ວນຫລາຍແມ່ນສູ້ດ້ວຍໃຈ ແລະ ສູ້ດ້ວຍຄວາມມັກຮັກ. ທັງໝົດທີ່ເວົ້າມານີ້ມັນກໍຂຶ້ນກັບຄົນທີ່ເປັນຂອດຕັດສິນວ່າຈະໄດ້ ຫລື ບໍ່ໄດ້.
ໃນຫລາຍປີຜ່ານມາ, ເວົ້າເຖິງການສັນຫານັກກິລາທີ່ເກັ່ງໃນທົ່ວປະເທດກໍຫາກຍັງພໍມີຢູ່,ແຕ່ອັນສໍາຄັນເວລາມາເຝິກແອບບາດໃກ້ຈະຮອດມື້ໄປແຂ່ງແທ້ພັດຍັງມີຄົນເຈົ້າຄົນຂ້ອຍ, ຫລິ້ນພັກຫລິ້ນພວກ, ບາດເວລາໄປແຂ່ງໄດ້ເງິນລາງວັນມາແທນທີ່ນັກກິລາທີ່ມັນສູ້ຕາຍຈະໄດ້ເປັນກອບເປັນກໍາແດ່ ພັດແຈກຢາຍໄປຕະປິດຕະປີ່ ເຜີໆແມ່ນຜູ້ເປັນນາຍໄດ້ຫລາຍກວ່າ. ນີ້ຄືອາຖັນຂອງວົງການກິລາລາວທີ່ຈະຕ້ອງໄດ້ຜ່າຕັດຢ່າງແທດເຖິງ ແລະ ເດັດຈິງຈັງ. ຈາກສະພາບການຕ່າງໆທີ່ມັນຍັງມີປາກົດການຫຍໍ້ທໍ້ໃນວົງການກິລາລາວພວກເຮົາ ກໍຕ້ອງໄດ້ພ້ອມກັນຄິດ ແລະ ພ້ອມກັນແກ້. ກົງກັນຂ້າມ ຖ້າພວກເຮົາຫາກຖືເບົາກໍສະແດງວ່າການປະ ຕິບັດມະຕິ 9 ກັບມະຕິ 10 ຂອງພັກບໍ່ມີຜົນສັກສິດ ແລະ ບໍ່ເປັນຮູບປະທໍາ ກາຍເປັນທິດສະດີນ້ຳເຕົ້າເປົ່າ ເພາະວ່າການສ້າງນັກກິລາທີ່ເກັ່ງກໍແມ່ນການສ້າງຊັບພະຍາກອນມະນຸດທີ່ເກັ່ງ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າຄິດ ຄວາມຫວັງຂອງວົງການກິລາລາວພໍຍັງມີທາງອອກໃນຫລາຍດ້ານ ແລະ ທາງອອກແຕ່ລະດ້ານກໍຕ້ອງໄປຕາມແຕ່ລະຂໍ້ທີ່ໄດ້ກ່າວມາຂ້າງເທິງ, ອັນສໍາຄັນກ່ອນອື່ນໝົດແມ່ນເລີ່ມຈາກຄົນ, ຈາກແນວຄິດກ້າວໄປເຖິງການກະທໍາທີ່ປອດໃສຂາວສະອາດ, ຖືເອົາການກິລາເປັນບໍ່ເກີດແຫ່ງການສ້າງຄົນໃຫ້ໄປເຖິງເປົ້າ. ເມື່ອນັ້ນລະ ກຽດສັກສີໃບໜ້າໃບຕາຂອງຕົນເອງ ແລະ ຂອງຊາດ ຈຶ່ງຈະເປັນທີ່ຍອມຮັບຈາກປວງຊົນລາວທັງຊາດ.

