ນາຍົກລັດຖະມົນຕີອັງກິດ ໄລ່ ລັດຖະມົນຕີການເງິນ ອອກຈາກຕຳແໜ່ງ ຍ້ອນແຜນຫລຸດພາສີ

ນາຍົກລັດຖະມົນຕີອັງກິດ ໄລ່ ລັດຖະມົນຕີການເງິນ ອອກຈາກຕຳແໜ່ງ ຍ້ອນແຜນຫລຸດພາສີ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ລິຊ ທຣັສ ນາຍົກລັດຖະມົນຕີອັງກິດ ໄດ້ໄລ່ທ່ານ ຄວາຊີ ຄວາເຕັງ ລັດຖະມົນຕີວ່າການກະຊວງການເງິນຂອງນາງອອກ ວັນທີ 14 ຕຸລາ. ສຳນັກຂ່າວ BBC ລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ນາງ ລິຊ…

ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ

ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ

ເຈົ້າໜ້າທີ່ກູ້ໄພຂອງຕວກກີດຳເນີນການຂຸດເຈາະກັນຢ່າງຕໍ່ເນື່ອງໝົດຄືນ ເພື່ອພະຍາຍາມຊ່ວຍເຫລືອກຸ່ມກຳມະກອນຫລາຍສິບຊີວິດທີ່ຕົກຄ້າງຢູ່ໃນບໍ່ຖ່ານຫີນໃຕ້ດິນໃນແຂວງບາຣຕິນ ທາງຕອນເໜືອຂອງຕວກກີ ຫລັງເກີດເຫດລະເບີດພາຍໃນບໍ່ຖ່ານຫີນລະດັບຄວາມເລິກ 300 ກວ່າແມັດ ໃນເວລາ 15:15 ໂມງ ຂອງວັນທີ 14 ຕຸລາ ສົ່ງຜົນໃຫ້ມີກຳມະກອນເສຍຊີວິດແລ້ວຢ່າງໜ້ອຍ 40 ຄົນ. ບໍ່ຖ່ານຫີນທີ່ເກີດເຫດຊື່ວ່າ: TTK Amasra Muessese Mudurlugu…

ຢູກັນດາສັ່ງໝໍພື້ນບ້ານຢຸດປິ່ນປົວຄົນເຈັບ ປ້ອງກັນອີໂບລາລຸກລາມ

ຢູກັນດາສັ່ງໝໍພື້ນບ້ານຢຸດປິ່ນປົວຄົນເຈັບ ປ້ອງກັນອີໂບລາລຸກລາມ

ປະທານາທິບໍດີ ໂຢເວຣີ ມູເຊເວນີ ຜູ້ນຳຢູກັນດາ ມີຄຳສັ່ງໃຫ້ແພດພື້ນບ້ານຢຸດປິ່ນປົວຄົນເຈັບ ເພື່ອປ້ອງກັນການແພ່ກະຈາຍຂອງເຊື້ອໄວຣັສອີໂບລາ ເຊິ່ງຂ້າຊີວິດປະຊາຊົນໃນປະເທດແລ້ວ 19 ຄົນ. ວັນທີ 14 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນການກ່າວຖະແຫລງທາງໂທລະພາບ ທ່ານ ມູເຊເວນີ ມີຄຳສັ່ງໃຫ້ເຈົ້າໜ້າທີ່ຄວາມໝັ້ນຄົງ ເຂົ້າຈັບກຸມຜູ້ຕ້ອງສົງໄສທີ່ອາດຕິດເຊື້ອໄວຣັສອີໂບລາໄດ້ ຖ້າພວກເຂົາປະຕິເສດຈະແຍກກັກຕົວ….

ຊາວຕວກກີຫັນໃຊ້ “ເຕົາຖ່ານ” ຫລັງແກັສທຳມະຊາດລາຄາແພງ

ຊາວຕວກກີຫັນໃຊ້ “ເຕົາຖ່ານ” ຫລັງແກັສທຳມະຊາດລາຄາແພງ

ວັນທີ 14 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ປະຊາຊົນພາກັນອອກມາເລືອກຊື້ “ເຕົາຖ່ານ” ຢູ່ຕະຫລາດແຫ່ງໜຶ່ງໃນນະຄອນອິສຕັນບູລຂອງຕວກກີ ຫລັງລາຄາແກັສທຳມະຊາດເພີ່ມສູງຂຶ້ນຕິດຕໍ່ກັນໄລຍະ 6 ເດືອນຜ່ານມາ ແລະ ເພີ່ມສູງເຖິງ 85% ໃນປະເທດ ເຮັດໃຫ້ຜູ້ອາໄສໃນອິສຕັນບູລຫລາຍຄົນເລີ່ມຫັນມາໃຊ້ເຕົາຟືນ ແລະ ເຕົາຖ່ານສຳລັບໃຫ້ຄວາມຮ້ອນ ແທນການໃຊ້ແກັສທຳມະຊາດ.

ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ

ອີຣັກ ໄດ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຄົນໃໝ່ແລ້ວ

ລັດຖະສະພາອີຣັກລົງມະຕິໃນວັນທີ 14 ຕຸລາ ເລືອກທ່ານ ອັບດຸລ ລາຕິຟ ຣາຊິດ ນັກການເມືອງຊາວເຄີດໃຫ້ດຳລົງຕຳແໜ່ງປະທານາທິບໍດີຄົນໃໝ່ ເຊິ່ງທ່ານໄດ້ສະເໜີຊື່ທ່ານ ໂມຮຳເໝັດ ເຊຍ ອັລ-ຊູດານີ ໃຫ້ເປັນວ່າທີ່ນາຍົກລັດຖະມົນຕີໃນທັນທີ ຖືເປັນການສິ້ນສຸດການຢຸດສະງັກເປັນເວລາ 1 ປີ ຫລັງການເລືອກຕັ້ງທົ່ວໄປໃນເດືອນຕຸລາປີຜ່ານມາ. ຕຳແໜ່ງປະທານາທິບໍດີ ເຊິ່ງຕາມປົກກະຕິແລ້ວມັກຈະເປັນຂອງຊາວເຄີດ ເປັນຕຳແໜ່ງທາງພິທີການ,…

ທ່ານ ເຈເຣມີ ຮັນ ດຳລົງຕຳແໜ່ງ ລັດຖະມົນຕີການເງິນອັງກິດຄົນໃໝ່

ທ່ານ ເຈເຣມີ ຮັນ ດຳລົງຕຳແໜ່ງ ລັດຖະມົນຕີການເງິນອັງກິດຄົນໃໝ່

ທ່ານ ເຈເຣມີ ຮັນ ອະດີດລັດຖະມົນຕີວ່າການກະຊວງຕ່າງປະເທດຂອງອັງກິດ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີການເງິນຄົນໃໝ່ ຫລັງຈາກທ່ານ ຄວາຊີ ກວາເຕັງ ລາອອກຈາກຕຳແໜ່ງໃນວັນທີ 14 ຕຸລານີ້. ທ່ານ ກວາເຕັງ ລາອອກຈາກຕຳແໜ່ງຫລັງຈາກທ່ານປະກາດມາດຕະການຫລຸດພາສີຄັ້ງໃຫຍ່ໃນເດືອນກັນຍາ ຈົນສ້າງຄວາມປັ່ນປ່ວນໃນຕະຫລາດການເງິນ ສົ່ງຜົນໃຫ້ເງິນປອນຫລຸດຕໍ່າສຸດເປັນປະຫວັດສາດທຽບໃສ່ໂດລາສະຫະລັດ. ຂະນະທີ່ນັກລົງທຶນແຫ່ເທຂາຍພັນທະບັດລັດຖະບານອັງກິດ ທ່າມກາງຄວາມກັງວົນກ່ຽວກັບສະຖານະການທາງການເງິນຂອງລັດຖະບານ. ທັງນີ້, ທ່ານ…

ເມືອງປາກຊ່ອງ ແຂວງຈຳປາສັກ ເອົາໃຈໃສ່ປັບປຸງເສັ້ນທາງເປ່ເພໃນລະດູຝົນທີ່ຜ່ານມາ

ເມືອງປາກຊ່ອງ ແຂວງຈຳປາສັກ ເອົາໃຈໃສ່ປັບປຸງເສັ້ນທາງເປ່ເພໃນລະດູຝົນທີ່ຜ່ານມາ

ແຫລ່ງຂ່າວເມືອງປາກຊ່ອງລາຍງານ ໃຫ້ຮູ້ເມື່ອບໍ່ດົນຜ່ານມາວ່າ: ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ປັບປຸງເສັ້ນທາງທີ່ເປ່ເພຈາກຜົນກະທົບໃນໄລຍະລະດູຝົນທີ່ຜ່ານມາ ໂດຍໄດ້ສ້າງຄວາມຫຍຸ້ງຍາກລຳບາກໃນການສັນຈອນໄປ-ມາ ແລະ ຂົນສົ່ງສິນຄ້າຂອງປະຊາຊົນພາຍໃນເມືອງປາກຊ່ອງ, ເຊິ່ງການລົງຕິດຕາມຂອງ ທ່ານ ພີມພອນ ພັນດານຸວົງ ເຈົ້າເມືອງປາກຊ່ອງ, ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີອຳນາດການປົກຄອງບ້ານ…

ທະນາຄານຈະນຳເອົາທະນະບັດປະເພດໃບ​ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ( ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້ ໃນເດືອນຕຸລາ 2022

ທະນາຄານຈະນຳເອົາທະນະບັດປະເພດໃບ​ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ( ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້ ໃນເດືອນຕຸລາ 2022

ວັນທີ 14 ຕຸລາ 2022 ນີ້ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງວ່າການ ທະນາຄານແຫ່ງ​ ສປປ​ ລາວ​ ໄດ້ຖະແຫຼງຂ່າວ ວ່າ: ທະນາຄານຈະນຳເອົາທະນະບັດປະເພດໃບ​ 10.000 ກີບ ແລະ ໃບ 20.000…

ສະຫວັນນະເຂດ ຈັດງານຕະຫຼາດນັດແຮງງານປະຈຳປີ 2022

ສະຫວັນນະເຂດ ຈັດງານຕະຫຼາດນັດແຮງງານປະຈຳປີ 2022

ໃນລະຫວ່າງວັນທີ 12-14 ຕຸລາ ນີ້ ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງສະຫວັນນະເຂດ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ສົມທົບກັບ ກະຊວງ ຮສສ ໄດ້ຈັດງານຕະຫຼາດນັດແແຮງງານ ລະຫວ່າງຜູ້ໃຊ້ແຮງງານພາຍໃນແຂວງ ແລະ ຜູ້ອອກແຮງງານ, ການຂຶ້ນທະບຽນຜູ້ຊອກວຽກເຮັດງານທຳທົ່ວໄປ ແລະ…

ເສດຖະກິດ ອິນເດຍ ຫລຸດລົງເຫລືອ 6,8%

ເສດຖະກິດ ອິນເດຍ ຫລຸດລົງເຫລືອ 6,8%

ອ້າງ​ຕາມ​ແຫ​ລ່ງຂ່າວຊິນ​ຮວາ​ຂອງຈີນ, ເມື່ອບໍ່ດົນມານີ້, ກອງ​ທຶນ​ເງິນຕາ ສາ​ກົນ(IMF) ໄດ້ປັບ​ຫລຸດ​ຕົວ​ເລກ​ຄາດ​ຄະເນ​ການເຕີບ​ໂຕທາງ​ດ້ານເສດຖະກິດຂອງອິນ​ເດຍໃນ​ປີ 2022 ລວມມີ 6,8%​ ເປັນ​ຄັ້ງ​ທີ 2 ​ໃນ​ປີ​ນີ້,  ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ IMF ໄດ້​ຄາດ​ຄະເນຕົວ​​ເລກການ​ເຕີບ​ໂຕຂອງລວມຍອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ຂອງອິນ​ເດຍກວມເອົາ 7,4% ສຳລັບ​ ປີ​ສົກງົບປະມານ​ທີ່​ເລີ່​ມຕົ້ນ​ໃນ​ເດືອນ​ເມສາ ​ປີ 2022, ​ໂດຍການຄາດການດັ່ງກ່າວຫລຸດລົງຕໍ່າ​ກວ່າ​ຕົວ​ເລກທ່ີກຳນົດໄວ້​ໃນ​ເດືອນມັງກອນຜ່ານມາຢູ່​ທີ 8,2%. ​ ເສດຖະກິດອິນ​ເດຍຈະເລີນ​ເຕີບ​ໂຕ 8,7% ​ໃນ​ປີ​ງົບປະມານ 2021-2022 (​ເດືອນ​ເມສາ 2021-​ມີນາ2022), ໃນຂະນະທ່ີ IMF ກ່າວໃນບົດ​​ລາຍ​ງານແນວໂນ້ມເສດຖະກິດ​​ໂລກ ( World Economic Outlook) ທ່ີເຜີຍ​​ແພ່ວ່າທ່າ​ອຽງ​ການ​ເຕີບ​ໂຕ​ຂອງອິນ​ເດຍກວມເອົາ…