ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສືບຕໍ່ຊ່ວຍເຫລືອປະເທດທີ່ໄດ້ຮັບກະທົບຈາກລະເບີດລູກຫວ່ານ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ

ໃນລະຫວ່າງວັນທີ 11-14 ກັນຍາ 2023, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 11 ຈັດຂຶ້ນທີ່ ເຊີແນວ, ປະເທດສວິດ.

ສປປ ລາວ ໃນນາມປະເທດລັດພາຄີ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ  (Convention on Cluster Munitions – CCM) ໄດ້ເຂົ້າຮ່ວມກອງະຊຸມປະຈຳປີ ເພື່ອລາຍງານຄວາມຄືບໜ້າການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຫົວໜ້າຄະນະ ໄດ້ກ່າວຄຳເຫັນໃນພາກອະພິປາຍທົ່ວໄປ ໂດຍໄດ້ຢ້ຳຄືນນະໂຍບາຍ ແລະ ຄວາມໝາຍໝັ້ນທາງການເມືອງຂອງ ສປປ ລາວ ໃນນາມປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫລາຍທີ່ສຸດໃນໂລກ ທີ່ໄດ້ສະໜັບສະໜູນ ແລະ ໃຫ້ຄວາມສຳຄັນຕໍ່ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນການປົກປ້ອງຊີວິດຂອງປະຊາຊົນ ຈາກລະເບີດບໍ່ທັນແຕກ. ພ້ອມກັນນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ລາຍງານການຈັດຕັ້ງປະຕິບັດການສຳຫລວດ ກວດກູ້ລະເບີດບໍ່ທັນແຕກ(ລບຕ), ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ການຜັນຂະຫຍາຍສົນທິສັນຍາສາກົນເຂົ້າໃນນິຕິກຳພາຍໃນ ເພື່ອຮັບປະກັນການແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ໃນໂອກາດດັ່ງ ກ່າວ, ຄະນະຜູ້ແທນ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດ ຕັ້ງສາກົນທີ່ກ່ຽວຂ້ອງໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ແລະ ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສືບຕໍ່ຊ່ວຍເຫລືອປະເທດທີ່ໄດ້ຮັບກະທົບຈາກລະເບີດລູກຫວ່ານ ເພື່ອສືບຕໍ່ປົກປ້ອງຊີວິດປະຊາຊົນ ແລະ ອຳນວຍຄວາມສະດວກໃຫ້ການປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ.

ນອກຈາກການປະກອບຄຳເຫັນລາຍງານຕໍ່ກອງປະຊຸມແລ້ວ, ຄະນະຜູ້ແທນກໍໄດ້ມີການພົບປະສອງຝ່າຍກັບຫລາຍພາກສ່ວນ ໂດຍສະເພາະແມ່ນການປຶກສາຫາລືກັບກອງເລຂາສົນທິສັນຍາ ເພື່ອກະກຽມບົດລາຍງານການຕໍ່ໄລຍະເວລາການຈັດຕັ້ງປະຕິບັດມາດຕາ 4 ໃນການສຳຫລວດ ກວດກູ້ລະເບີດບໍ່ທັນແຕກ ພາຍໃຕ້ສົນທິສັນຍາ CCM ທີ່ ສປປ ລາວ ມີພັນທະໃນການສົ່ງບົດສະເໜີຂໍຕໍ່ໄລຍະເວລາດັ່ງກ່າວໃນປີ 2024.

ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນສົນທິສັນຍາສາກົນທີ່ໄດ້ຖືກຮັບຮອງໃນປີ 2009 ແລະ ສປປ ລາວ ເປັນປະເທດທີ່ສອງທີ່ໄດ້ລົງນາມ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງລັດພາຄີສົນທິສັນຍາ CCM ຄັ້ງທຳອິດໃນປີ 2010 ທີ່ນະຄອນຫລວງວຽງຈັນ. ປັດຈຸບັນ ສົນທິສັນຍາ CCM ມີລັດພາຄີຈຳນວນ 112 ປະເທດ.