ວິກິດນ້ຳຖ້ວມຢູ່ໄນຈີເຣຍ ເສຍຊີວິດເພີ່ມກວ່າ 600 ຄົນ ປະຊາຊົນພັດຖິ່ນນັບລ້ານ

ວິກິດນ້ຳຖ້ວມຢູ່ໄນຈີເຣຍ ເສຍຊີວິດເພີ່ມກວ່າ 600 ຄົນ ປະຊາຊົນພັດຖິ່ນນັບລ້ານ

ທາງການໄນຈີເຣຍລາຍງານຜົນກະທົບຈາກສະຖານະການນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນຮອບທົດສະວັດ, ຫລ້າສຸດພົບວ່າຈຳນວນຜູ້ເສຍຊີວິດເພີ່ມຫລາຍກວ່າ 600 ຄົນແລ້ວ. ຂະນະທີ່ມີເຮືອນຖືກນ້ຳຖ້ວມທຳລາຍໄປກວ່າ 2 ແສນຫລັງ ແລະ ປະຊາຊົນຕ້ອງອົບພະຍົບຖິ້ມເຮືອນກວ່າ 1,3 ລ້ານຄົນ. ທ່ານ ຊາເດຍ ອູມາ ຟາຣຸກ ລັດຖະມົນຕີກະຊວງກິດຈະການມະນຸດ ແລະ ການແກ້ໄຂໄພພິບັດຂອງໄນຈີເຣຍ ເປີດເຜີຍວ່າ: ໄພພິບັດນ້ຳຖ້ວມທີ່ເກີດຂຶ້ນຕໍ່ເນື່ອງໃນໄລຍະຫລາຍເດືອນຜ່ານມານັ້ນຮຸນແຮງຈົນຍາກຈະຮັບມື…

IMF ຄາດວ່າ ເສດຖະກິດໂລກ ໃນປີ 2022 ຈະຂະຫຍາຍຕົວຊ້າລົງ ຢູ່ໃນລະດັບ 3,2% ແລະ 2,7% ໃນປີ 2023.

IMF ຄາດວ່າ ເສດຖະກິດໂລກ ໃນປີ 2022 ຈະຂະຫຍາຍຕົວຊ້າລົງ ຢູ່ໃນລະດັບ 3,2% ແລະ 2,7% ໃນປີ 2023.

ໃນລະຫວ່າງວັນທີ 10-16 ຕຸລາ 2022, ຄະນະຂອງທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ,​ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີຂອງກອງທຶນການເງິນສາກົນ (IMF)​ ແລະ ທະນາຄານໂລກ (WBG)…

ຈີນ ຊຸກຍູ້ວຽກງານຕາມທິດ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ”, ນໍາໃຊ້ຫຼາຍມາດຕະການປາບປາມປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາ ຈອກ”

ຈີນ ຊຸກຍູ້ວຽກງານຕາມທິດ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ”, ນໍາໃຊ້ຫຼາຍມາດຕະການປາບປາມປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາ ຈອກ”

ໃນໂອກາດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ໃນວັນທີ 16 ຕຸລາ 2022. ສະຫາຍ ສີ ຈິ້ນຜິງ, ເລຂາ ທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ຍົກໃຫ້ເຫັນບາງຕອນກ່ຽວກັບການລົງເລິກຊຸກຍູ້ການຄຸ້ມຄອງພັກກອມມູນິດຈີນ…

ການນຳສູງສຸດຈີນ ເນັ້ນຄວາມສໍາຄັນການສ້າງສັງຄົມນິຍົມທັນສະໄໝຮອບດ້ານ ຕາມຫລັກການປົກຄອງດ້ວຍກົດໝາຍ

ການນຳສູງສຸດຈີນ ເນັ້ນຄວາມສໍາຄັນການສ້າງສັງຄົມນິຍົມທັນສະໄໝຮອບດ້ານ ຕາມຫລັກການປົກຄອງດ້ວຍກົດໝາຍ

ໃນໂອກາດກ່າວບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ໃນວັນທີ 16 ຕຸລາ 2022 ທີ່ນະຄອນຫລວງປັກກິ່ງ, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ປະທານປະເທດຈີນ ໄດ້ເນັ້ນເຖິງຄວາມສຳຄັນທີ່ ສປຈີນ ຈະຕ້ອງສູ້ຊົນສ້າງປະເທດສັງຄົມນິຍົມທັນສະໄໝຮອບດ້ານ ພາຍໃຕ້ຫລັກການປົກຄອງດ້ວຍກົດໝາຍ. ສະຫາຍ ສີ…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຈີນຄັ້ງທີ 20 ໄຂຂຶ້ນ ຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຈີນຄັ້ງທີ 20 ໄຂຂຶ້ນ ຢ່າງເປັນທາງການ

ຕາມ​ຂ່າວ​ຈາກ CRI, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ຄັ້ງທີ 20 ໄດ້ໄຂຂຶ້ນ ໃນລະຫວ່າງ ວັນທີ 16-22 ຕຸລານີ້ ​ເພື່ອວາງແຜນ ວຽກ​ງານ ດ້ານມະຫາພາກ ໃຫ້ກັບ ຍຸດທະສາດ ການສ້າງປະເທດ ສັງຄົມ ນິຍົມທີ່…

ກອງທັບອິນເດຍກ້າວໜ້າອີກຂັ້ນ ທົດລອງລູກສອນໄຟດ້ວຍເຮືອດຳນ້ຳ

ກອງທັບອິນເດຍກ້າວໜ້າອີກຂັ້ນ ທົດລອງລູກສອນໄຟດ້ວຍເຮືອດຳນ້ຳ

ອິນເດຍກ່າວວ່າ: ການທົດລອງລູກສອນໄຟດ້ວຍເຮືອດຳນ້ຳປະສົບຜົນສຳເລັດ ເຮັດໃຫ້ປັດຈຸບັນ ອິນເດຍເປັນປະເທດທີ 6 ທີ່ມີເຮືອດຳນ້ຳພະລັງງານນິວເຄຼຍ ພ້ອມຄວາມສາມາດໃນການປ່ອຍລູກສອນໄຟ. ກະຊວງປ້ອງກັນປະເທດຂອງອິນເດຍກ່າວວ່າ: ອິນເດຍປະສົບຜົນສຳເລັດໃນການທົດລອງລູກສອນໄຟທີ່ຍິງຈາກເຮືອດຳນ້ຳພະລັງງານນິວເຄຼຍທີ່ສ້າງຂຶ້ນເອງລຳທຳອິດຂອງຕົນຄື INS Arihant ເຊິ່ງເປັນການເພີ່ມຂີດຄວາມສາມາດທາງທະຫານຂອງປະເທດເປັນການພິສູດປະສິດທິພາບຂອງລູກເຮືອ ແລະ ຂີດຄວາມສາມາດໃນການຍິງລູກສອນໄຟຂອງເຮືອດຳນ້ຳອິນເດຍ. ປັດຈຸບັນ ອິນເດຍເປັນປະເທດທີ 6 ຕໍ່ຈາກ ຈີນ, ຝຣັ່ງ,…

ຢູກັນດາລັອກດາວ 21 ວັນ ເພື່ອສະກັດການລະບາດຂອງອີໂບລາ

ຢູກັນດາລັອກດາວ 21 ວັນ ເພື່ອສະກັດການລະບາດຂອງອີໂບລາ

ລັດຖະບານຢູກັນດາປະກາດມາດຕະການລັອກດາວພື້ນທີ່ແພ່ລະບາດຂອງພະຍາດອີໂບລາ ເປັນເວລາ 21 ວັນ ເພື່ອຄວບຄຸມສະຖານະການ. ວັນທີ 16 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຢເວຣີ ເມເຊເວນີ ຜູ້ນຳຢູກັນດາ ຖະແຫລງຜ່ານສະຖານີໂທລະພາບແຫ່ງຊາດ ໃນວັນທີ 15 ຕຸລາຜ່ານມາ ປະກາດມາດຕະການ “ຈຳກັດການເຄື່ອນຍ້າຍ”…

ອິນໂດເນເຊຍຫ້າມນຳໃຊ້ “ບາງສ່ວນປະກອບ” ໃນຢາແກ້ໄອ ຫລັງພົບກໍລະນີເດັກນ້ອຍເສຍຊີວິດ

ອິນໂດເນເຊຍຫ້າມນຳໃຊ້ “ບາງສ່ວນປະກອບ” ໃນຢາແກ້ໄອ ຫລັງພົບກໍລະນີເດັກນ້ອຍເສຍຊີວິດ

ອິນໂດເນເຊຍອອກຄຳສັ່ງຫ້າມນຳໃຊ້ສ່ວນປະກອບບາງຢ່າງໃນຢາແກ້ໄອເດັກນ້ອຍ ເຊິ່ງກ່ຽວຂ້ອງກັບການເສຍຊີວິດຂອງເດັກນ້ອຍ 70 ຄົນໃນແກມເບຍ, ຂະນະທີ່ປະເທດໝູ່ເກາະແຫ່ງນີ້ກຳລັງສືບສວນກໍລະນີໝາກໄຂ່ຫລັງເສຍຫາຍຮຸນແຮງທີ່ຂ້າຊີວິດເດັກນ້ອຍ 20 ກວ່າຄົນໃນນະຄອນຫລວງຈາກາຕາປີນີ້. ວັນທີ 15 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: BPOM ໜ່ວຍງານຄວບຄຸມອາຫານ ແລະ ຢາ ຍັງລະບຸວ່າ: ພວກເຂົາກຳລັງສືບສວນໂອກາດຄວາມເປັນໄປໄດ້ທີ່ສ່ວນປະກອບດັ່ງກ່າວຄື: ໄດເອທິລີນ ໄກລຄອລ…

ສິງກະໂປເຝົ້າຕິດຕາມໂຄວິດສາຍພັນ XBB ຄາດລະບາດສູງສຸດກາງເດືອນພະຈິກ

ສິງກະໂປເຝົ້າຕິດຕາມໂຄວິດສາຍພັນ XBB ຄາດລະບາດສູງສຸດກາງເດືອນພະຈິກ

ກະຊວງສາທາລະນະສຸກ (MOH) ຂອງສິງກະໂປເປີດເຜີຍໃນວັນທີ 15 ຕຸລາວ່າ: ການແພ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນເປັນຜົນມາຈາກໄວຣັສສາຍພັນຍ່ອຍ XBB ແລະ ຄາດວ່າ ຈຳນວນຜູ້ຕິດເຊື້ອຈະສູງເຖິງ 15.000 ຄົນຕໍ່ວັນໃນໄລຍະປະມານກາງເດືອນພະຈິກນີ້. MOH ເປີດເຜີຍວ່າ: ຈາກການຄາດຄະເນທີ່ອີງໃສ່ການລະບາດຄັ້ງກ່ອນບົ່ງຊີ້ວ່າ: ສິງກະໂປມີຂີດຄວາມສາມາດດ້ານການເບິ່ງແຍງສຸຂະພາບພຽງພໍຈະຮັບມືການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອໂຄວິດ-19. ເວັບໄຊຂອງໜັງສືພິມສະເຕຣທາມລາຍງານວ່າ: ໂຮງໝໍຂອງລັດຖະບານສິງກະໂປໄດ້ອອກມາດຕະການຕ່າງໆແລ້ວເຊັ່ນ: ການເລື່ອນຮັບຄົນເຈັບທີ່ບໍ່ມີອາການຮຸນແຮງ…