ທ່ານ ໄບເດນ ປະກາດລະບາຍນ້ຳມັນ 15 ລ້ານບາເຣວ ຫວັງສະກັດລາຄາແພງຂຶ້ນ

ທ່ານ ໄບເດນ ປະກາດລະບາຍນ້ຳມັນ 15 ລ້ານບາເຣວ ຫວັງສະກັດລາຄາແພງຂຶ້ນ

ປະທານາທິບໍດີ ໂຈ ໄບເດນ ຜູ້ນຳອາເມລິກາ ຖະແຫລງໃນວັນທີ 20 ຕຸລາ 2022 ວ່າ: ລັດຖະບານຈະລະບາຍນ້ຳມັນຈາກສາງສຳຮອງທາງຍຸດທະສາດ (SPR) ຈຳນວນ 15 ລ້ານບາເຣລ ເພື່ອສະກັດການເພີ່ມຂຶ້ນຂອງລາຄານ້ຳມັນ. ປະທານາທິບໍດີ ໄບເດນ ຕັດສິນໃຈດັ່ງກ່າວ ຫລັງກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ)…

ການວິໄຈຂອງອາເມລິກາ ເຕືອນຜູ້ຍິງ ໃຊ້ “ນ້ຳຢາຢືດຜົມ” ເປັນປະຈຳ ສ່ຽງເປັນມະເຮັງມົດລູກເພີ່ມ 2 ເທົ່າ

ການວິໄຈຂອງອາເມລິກາ ເຕືອນຜູ້ຍິງ ໃຊ້ “ນ້ຳຢາຢືດຜົມ” ເປັນປະຈຳ ສ່ຽງເປັນມະເຮັງມົດລູກເພີ່ມ 2 ເທົ່າ

ອາເມລິກາເປີດເຜີຍການວິໄຈ ເຕືອນຜູ້ຍິງໃຊ້ນ້ຳຢາຢືດຜົມເປັນປະຈຳ ສ່ຽງເປັນມະເຮັງມົດລູກເພີ່ມຂຶ້ນ 2 ເທົ່າ ທຽບໃສ່ຜູ້ທີ່ບໍ່ເຄີຍໃຊ້ຜະລິດຕະພັນຢືດຜົມ. ວາລະສານສະຖາບັນມະເຮັງແຫ່ງຊາດອາເມລິກາ ເຜີຍແຜ່ຜົນການສຶກສາຂອງຄະນະນັກວິໄຈຈາກສະຖາບັນວິທະຍາສາດອະນາໄມສິ່ງແວດລ້ອມແຫ່ງຊາດ (NIEHS) ເຕືອນໄພຜູ້ຍິງທີ່ໃຊ້ຜະລິດຕະພັນຢືດຜົມເປັນປະຈຳ ມີຄວາມສ່ຽງເປັນມະເຮັງມົດລູກຫລາຍກວ່າຜູ້ທີ່ບໍ່ເຄີຍໃຊ້ນ້ຳຢາຢືດຜົມ. ການວິໄຈດັ່ງກ່າວມາຈາກການເກັບຮວບຮວມຂໍ້ມູນຈາກຜູ້ຍິງຫລາຍເຊື້ອຊາດໃນຊ່ວງອາຍຸ 35-74 ປີ ຫລາຍກວ່າ 33.947 ຄົນ ເປັນໄລຍະເວລາເກືອບ 11 ປີ…

ສປຊ ຮຽກຮ້ອງການເຄື່ອນໄຫວຢ່າງຮີບດ່ວນເພື່ອລຶບລ້າງຄວາມທຸກຍາກ

ສປຊ ຮຽກຮ້ອງການເຄື່ອນໄຫວຢ່າງຮີບດ່ວນເພື່ອລຶບລ້າງຄວາມທຸກຍາກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ:  ເນື່ອງໃນໂອກາດວັນສາກົນລຶບລ້າງຄວາມທຸກຍາກ 17 ຕຸລາ 2022 ນີ້ ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງຕ້ອງພະຍາຍາມໃນການເຄື່ອນໄຫວທົ່ວໂລກຢ່າງຮີບດ່ວນໃນສະພາບການຂາດຄວາມສະເໝີພາບພວມເພີ່ມຂຶ້ນ, ບັນດາພື້ນຖານເສດຖະກິດແຫ່ງຊາດ ແລະ ປະຊາຊົນຖືກຜົນກະທົບຍ້ອນບໍ່ມີວຽກເຮັດງານທຳ, ລາຄາສະບຽງອາຫານ ແລະ ພະລັງງານເພີ່ມຂຶ້ນສູງ ພ້ອມກັບໄພຊຸດໂຊມທົ່ວໂລກ. ບໍ່ພຽງແຕ່ເທົ່ານັ້ນ, ວິກິດການດ້ານອາກາດ…

ມາເລເຊຍສະໜັບສະໜູນມະຕິ “ໂອເປັກພລັສ” ເພື່ອຮັກສາສົມດູນຕະຫລາດ

ມາເລເຊຍສະໜັບສະໜູນມະຕິ “ໂອເປັກພລັສ” ເພື່ອຮັກສາສົມດູນຕະຫລາດ

ລັດຖະບານມາເລເຊຍກ່າວວ່າ: ມະຕິຂອງໂອເປັກພລັສໃນການຫລຸດເພດານການຜະລິດນ້ຳມັນ ໄດ້ຮັບສຽງສະໜັບສະໜູນເປັນເອກະພາບ ເພື່ອການຮັກສາສະຖຽນລະພາບຂອງຕະຫລາດ. ວັນທີ 19 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດຂອງມາເລເຊຍອອກຖະແຫລງການໃນຖານະເປັນໜຶ່ງໃນສະມາຊິກການຮ່ວມມື “ໂອເປັກພລັສ” ເຊິ່ງເປັນການລວມຕົວລະຫວ່າງກຸ່ມປະເທດນອກອົງການກຸ່ມປະເທດຜູ້ສົ່ງນ້ຳມັນອອກ (ໂອເປັກ) ຈຳນວນ 11 ປະເທດ ກັບສະມາຊິກໂອເປັກດັ້ງເດີມ 13 ປະເທດວ່າ: ແຜນຫລຸດອຸປະທານໃນເດືອນພະຈິກນີ້…

“ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້

“ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້

ລັດຖະບານອິນໂດເນເຊຍພົບວ່າ ເດັກນ້ອຍຢ່າງໜ້ອຍ 74 ຄົນແລ້ວໃນປີນີ້ ເສຍຊີວິດຈາກ “ສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນປິດສະໜາ”. ວັນທີ 19 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອິນໂດເນເຊຍອອກຖະແຫລງການກ່ຽວກັບຄວາມຄືບໜ້າຂອງການສອບສວນ “ສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນປິດສະໜາ” ເຊິ່ງເກີດຂຶ້ນນຳເດັກໃນປະເທດ ນັບແຕ່ເດືອນມັງກອນປີນີ້ວ່າ: ມີຄົນເຈັບສະສົມຢ່າງໜ້ອຍ 189 ຄົນ ສ່ວນຫລາຍມີອາຍຸຕໍ່າກວ່າ 5…

SII ກຽມຜະລິດວັກຊີນປ້ອງກັນອີໂບລາ ເລັ່ງສະກັດການລະບາດໃນຢູກັນດາ

SII ກຽມຜະລິດວັກຊີນປ້ອງກັນອີໂບລາ ເລັ່ງສະກັດການລະບາດໃນຢູກັນດາ

ສະຖາບັນເຊຣຳແຫ່ງອິນເດຍ (SII) ຜູ້ຜະລິດວັກຊີນລາຍໃຫຍ່ທີ່ສຸດຂອງໂລກ ວາງແຜນຜະລິດວັກຊີນປ້ອງກັນອີໂບລາທົດລອງ 20.000-30.000 ໂດສ ໃນທ້າຍເດືອນພະຈິກນີ້ ເພື່ອໃຊ້ໃນການທົດລອງຮັບມືການແພ່ລະບາດໃນຢູກັນດາ. ວັນທີ 18 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຢູກັນດາ ມີຜູ້ຕິດເຊື້ອພະຍາດອີໂບລາຢືນຢັນແລ້ວ 54 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 19…

ອີຣານເດີນໜ້າຂາຍລູກສອນໄຟ ແລະ ໂດຣນໃຫ້ຣັດເຊຍເພີ່ມ ຢືນຢັນບໍ່ລະເມີດມະຕິ UNSC

ອີຣານເດີນໜ້າຂາຍລູກສອນໄຟ ແລະ ໂດຣນໃຫ້ຣັດເຊຍເພີ່ມ ຢືນຢັນບໍ່ລະເມີດມະຕິ UNSC

ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງຂອງອາເມລິກາ ແລະ ອີຣານຢືນຢັນກົງກັນວ່າ: ອີຣານຕົກລົງຈະຈັດຫາລູກສອນໄຟໄລຍະກາງ ແລະ ໂດຣນຈຳນວນຫລາຍໃຫ້ຣັດເຊຍ ເພື່ອໃຊ້ໃນປະຕິບັດການທາງທະຫານພິເສດໃນອູແກຣນ. ໂດຍອີຣານຈະຈັດຫາລູກສອນໄຟແບບພື້ນສູ່ພື້ນໃຫ້ຣັດເຊຍ ເພື່ອເພີ່ມສາງອາວຸດຂອງຣັດເຊຍທີ່ກຳລັງຫລຸດລົງເລື້ອຍໆ ຫລັງຈາກໄລຍະຜ່ານມາ ຣັດເຊຍໄດ້ຖະຫລົ່ມຍິງລູກສອນໄຟຈຳນວນຫລາຍ ເພື່ອໂຈມຕີໂຄງສ້າງພື້ນຖານດ້ານໄຟຟ້າຂອງອູແກຣນກ່ອນເຂົ້າສູ່ລະດູໜາວ. ທ່ານ ເບນ ວອລເລຊ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອັງກິດ ໄດ້ເດີນທາງໄປນະຄອນຫລວງວໍຊິງຕັນຂອງອາເມລິກາ ເພື່ອຫາລືກ່ຽວກັບສົງຄາມທີ່ເກີດຂຶ້ນ ເຊິ່ງກຳລັງເຂົ້າສູ່ໄລຍະອັນຕະລາຍຮອບໃໝ່ ແລະ…

ພັກຄອມມູນິດຈີນປັບປຸງລະບົບລະບຽບການ ລົງໂທດການສໍ້ລາດບັງຫຼວງດ້ວຍທ່າທີບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ ໂດຍຖືກແກ້ໄຂຫລາຍກວ່າ 282.000 ຄະດີ

ພັກຄອມມູນິດຈີນປັບປຸງລະບົບລະບຽບການ ລົງໂທດການສໍ້ລາດບັງຫຼວງດ້ວຍທ່າທີບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ ໂດຍຖືກແກ້ໄຂຫລາຍກວ່າ 282.000 ຄະດີ

ຂ່າວ CRI ລາຍງານໃຫ້ຊາບວ່າ:​ ວັນທີ 17 ຕຸລານີ້ 2022 ນີ້ , ສູນຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທີ 2 ເພື່ອແນະນຳ ສະພາບກ່ຽວກັບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງເດັດດ່ຽວບໍ່ຫວັ່ນໄຫວຄອນແຄນ ແລະ ລົງເລິກຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ ກ່ຽວກັບການກໍ່ສ້າງ ພັກໃນຍຸກໃໝ່,…

ຫລາຍພາກພື້ນໃນຝຣັ່ງພົບການລະບາດຮອບໃໝ່ຂອງ “ໄຂ້ຫວັດສັດປີກ”

ຫລາຍພາກພື້ນໃນຝຣັ່ງພົບການລະບາດຮອບໃໝ່ຂອງ “ໄຂ້ຫວັດສັດປີກ”

ຝຣັ່ງລາຍງານການພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ ແລະ ສັດປີກຕິດເຊື້ອໄວຣັສດັ່ງກ່າວໃນຫລາຍພາກພື້ນຂອງປະເທດ. ວັນທີ 17 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລາຍງານຄາດວ່າການປົນເປື້ອນເຊື້ອໄວຣັສໄຂ້ຫວັດສັດປີກຢູ່ຟາມວ໊ອງເດນັ້ນ ມີສາເຫດມາຈາກນົກປ່າທີ່ຕິດເຊື້ອໄວຣັສ. ຂະນະທີ່ຟາມທົ່ວປະເທດມີການກຳຈັດສັດປີກຫລາຍກວ່າ 330.000 ໂຕ ນັບແຕ່ວັນທີ 1 ສິງຫາຜ່ານມາ ແລະ ຢືນຢັນພົບການແພ່ລະບາດໃນຟາມຈຳນວນ 24 ກຸ່ມ…

ພາຍຸ “ເຊິນກາ” ເຮັດໃຫ້ຊາວຫວຽດນາມເສຍຊີວິດເພີ່ມເປັນ 10 ຄົນ

ພາຍຸ “ເຊິນກາ” ເຮັດໃຫ້ຊາວຫວຽດນາມເສຍຊີວິດເພີ່ມເປັນ 10 ຄົນ

ຫວຽດນາມແຈ້ງວ່າ: ມີຜູ້ເສຍຊີວິດເພີ່ມອີກ 6 ຄົນ ຈາກເຫດນ້ຳຖ້ວມທາງຕອນກາງຂອງປະເທດນັບແຕ່ຄືນວັນທີ 14 ຕຸລາ ອັນເປັນຜົນມາຈາກພາຍຸເຊິນກາ (Son Ca) ຂຶ້ນຝັ່ງ ເຮັດໃຫ້ຈຳນວນຜູ້ເສຍຊີວິດລວມເປັນ 10 ຄົນແລ້ວໃນປັດຈຸບັນ. ຜູ້ເສຍຊີວິດລາຍໃໝ່ປະກອບມີນັກສຶກສາ 2 ຄົນທີ່ຢູ່ໃນພື້ນທີ່ທີ່ມີນ້ຳຖ້ວມສູງເກືອບ 2 ແມັດໃນເມືອງດານັງ, ເດັກນ້ອຍ…