ບາເຊໂລນ້າ ລັອກເປົ້າກຽມຢືມ ຊານໂຊ້ ເສີມທີມໃນຕະຫລາດຮອບສອງ

 

ບາເຊໂລນາ ສະໂມສອນຍັກໃຫຍ່ຈາກ ລາ ລີກາ ສະເປນ ສະແດງຄວາມສົນໃຈທີ່ຈະຢືມໂຕ ຈາດອນ ຊານໂຊ້ ປີກຊາວອັງກິດຈາກ ແມນເຊັສເຕີ ຢູໄນເຕັດ ເຂົ້າມາຮ່ວມທີມໃນຊ່ວງເປີດຕະຫລາດຊື້ຂາຍຮອບສອງໃນເດືອນມັງກອນປີໜ້າ.

ອະນາຄົດຂອງ ຊານໂຊ້ ຢູ່ ໂອລແທຣັບຟອດ ເລີ່ມບໍ່ແນ່ນອນ. ຫລັງຈາກທີ່ນັກເຕະຖືກລົງໂທດຕັດຊື່ອອກຈາກທີມຊຸດໃຫຍ່. ເນື່ອງຈາກສະແດງອາການຕໍ່ ເທນຮາກ ຜ່ານສື່ສັງຄົມອອນລາຍ ຫລັງຈາກນັດທີ່ເສຍໃຫ້ ອາເຊນອລ 1-3 ເມື່ອຕົ້ນເດືອນກັນຍາ.

ຫລ້າສຸດໃນນັດທີ່ “ຜີສາດແດງ” ເສຍໃຫ້ ໄບຣຕັນ ນັກເຕະບໍ່ໄດ້ຮ່ວມກັບທີມ, ເຂົາເລີຍໃຊ້ເວລາໄປເບິ່ງເກມ ແມນເຊັສເຕີ ຢູໄນເຕັດ ອາຍຸບໍ່ເກີນ 18 ປີ ເມື່ອວັນເສົາທີ່ຜ່ານມາ. ແລະ ເບິ່ງຄືວ່າປີກທີມຊາດອັງກິດ ຮູ້ສະຕາຂອງຕົນເອງວ່າຕ້ອງກຽມທີ່ຈະໄປເລີ່ມຕົ້ນຊີວິດໃຫມ່ກັບສະໂມສອນອື່ນ.

ອີງຕາມການລາຍງານຂອງ “Spotrac”, ສື່ທີ່ມີຊື່ສຽງໃນປະເທດສະເປນ, ບາເຊໂລນ້າ ວາງແຜນທີ່ຈະຢືມຕົວນັກເຕະໄປຮ່ວມທັບໃນຊ່ວງຕະຫລາດລະດູໃບໄມ້ປົ່ງໃນລະດູໜາວ ເພື່ອຊ່ວຍໃຫ້ ຊານໂຊ້ ພົ້ນຈາກຝັນຮ້າຍຂອງລາວຈາກ “ໂຮງລະຄອນແຫ່ງຄວາມຝັນ”

ຢ່າງໃດກໍ່ຕາມ, ບັນຫາດຽວທີ່ບໍ່ສາມາດເຮັດໃຫ້ທີມຂອງ ຊາບີ ເຊັນສັນຍາກັບອະດີດດາວຂອງ ບູຣຸດເຊຍ ດັອດມຸນ ແມ່ນຄ່າຈ້າງຂອງລາວ ເພາະປະຈຸບັນຄ່າຈ້າງຂອງລາວແມ່ນ 350,000 ປອນ ຕໍ່ອາທິດ.