ທະນາຄານຈະນຳເອົາທະນະບັດປະເພດໃບ​ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ( ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້ ໃນເດືອນຕຸລາ 2022

ວັນທີ 14 ຕຸລາ 2022 ນີ້ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງວ່າການ ທະນາຄານແຫ່ງ​ ສປປ​ ລາວ​ ໄດ້ຖະແຫຼງຂ່າວ ວ່າ: ທະນາຄານຈະນຳເອົາທະນະບັດປະເພດໃບ​ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ( ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້ ໃນເດືອນຕຸລາ 2022 ເຊິ່ງມີລາຍລະອຽດດັ່ງນີ້: ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງສປປ ລາວ ໄດ້ນຳເອົາທະນະບັດ ປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2003 ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້ ເຊຶ່ງເປັນໂຄງປະກອບປະເພດໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ, ມາຮອດປະຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ​ 19 ປີ, ປະກອບກັບການຂະຫຍາຍຕົວທາງດ້ານນະວັດຕະກຳເທັກນິກ ໂລຊີໃນໄລຍະໃໝ່, ບັນດາປະເທດໃນພາກພື້ນ​ ແລະ ສາກົນ ກໍ່ໄດ້ມີການພັດທະນາປັບປຸງທະນະບັດຂອງ ຕົນເອງ ໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.
ສະນັ້ນ, ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຈາກລຸ້ນປີ 2003 ມາເປັນລຸ້ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020.​
ທັງນີ້ກໍ່ເພື່ອຍົກສູງ ຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ.
ໂອກາດນີ້, ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາໃຫ້ມີສະຖຽນລະພາບ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງ ເຜີຍແຜ່ໃຫ້ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະຕຳຫຼວດໃນ ຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອໝັ້ນ ຕໍ່ກັບການນຳເອົາທະນະບັດ ປະເພດໃບ 10.000 ກີບ ແລະ 20.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນກໍຄືສັງຄົມໃຫ້ໄດ້ນຳ ໃຊ້ໃນຄັ້ງນີ້ ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ ຫວັງດີ, ຈົ່ງຊ່ວຍກັນເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນຳໃຊ້ເງີນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນຳໃຊ້ເງີນກີບ, ເສີມສ້າງຄຸນຄ່າຂອງເງີນກີບ ແລະ ຮັກສາສະຖຽນລະພາບເງີນຕາແຫ່ງຊາດໃຫ້ໝັ້ນຄົງ.
อาจเป็นรูปภาพของ 2 คน และ ผู้คนกำลังยืน