ນາຍົກລັດຖະມົນຕີຕ້ອນຮັບປະທານເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ

ວັນທີ 17 ກັນຍາ 2023 ຢູ່ ສູນປະຊຸມສາກົນ ໂຮງແຮມລີ້ຢວນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຫລານ ທ່ຽນ ລີ້ ປະທານເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ສປ ຈີນ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ຄະນະຮັບຜິດຊອບຈັດງານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ ແກ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຢ່າງຮອບດ້ານໃນການພັດທະນາເສດຖະກິດ-ສັງຄົມ ຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ເຊິ່ງເຫັນວ່າ ເປັນເຂດໜຶ່ງທີ່ມີການພັດທະນາໄວໃນ ສປ ຈີນ. ສໍາລັບການເປັນເຈົ້າພາບຈັດງານວາງສະແດງສິນຄ້າ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນອາຊຽນ-ຈີນ ຄັ້ງທີ 20 ນີ້, ເປັນການສືບຕໍ່ຈາກການວາງສະແດງໃນຫລາຍຄັ້ງຜ່ານມາ ເພື່ອສົ່ງເສີມການພົວພັນຮ່ວມມືທາງດ້ານເສດຖະກິດ,ການຄ້າ, ການລົງທຶນ, ການທ່ອງທ່ຽວ, ເຕັກໂນໂລຊີ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆລະ ຫວ່າງ ສປ ຈີນ ແລະ ບັນດາປະເທດອາຊຽນ. ພ້ອມນີ້, ແຂວງກວາງຊີ ຍັງຖືວ່າເປັນຂົວຕໍ່ອັນສຳຄັນກັບ ບັນດາປະເທດອາຊຽນ ແລະ ເປັນປະຕູທາງຜ່ານຈາກອາຊຽນເຂົ້າສູ່ປະເທດຈີນ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ  ແລະ ເຊື່ອໝັ້ນວ່າ ການເປັນເຈົ້າພາບຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະ ຫຍາຍການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ໄດ້ຮັບໝາກຜົນຕົວຈິງຫລາຍກວ່າເກົ່າ. ສ່ວນການຮ່ວມມືຂອງສອງປະເທດ ເຫັນວ່າສອງພັກ, ສອງລັດແລະ ປະຊາຊົນສອງຊາດ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫລາຍດ້ານ ໂດຍສະເພາະ ແມ່ນການສືບຕໍ່ປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປຈີນ ເຂົ້າກັບຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ໂດຍສະເພາະ ຕະຫລອດໄລຍະຜ່ານມາ ສປປ ລາວ ແລະ ແຂວງກວາງຊີ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງຝ່າຍ ກໍດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ ລວມທັງ ການຊ່ວຍເຫລືອພັດທະນາ ແລະ ບໍາລຸງສ້າງຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ. ສໍາລັບການຮ່ວມມືໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ປະຕິບັດການຮ່ວມມືສອງປະເທດ ລາວ-ຈີນ ກໍຄື ລະຫວ່າງ ສປປ ລາວ ກັບແຂວງກວາງຊີ ໂດຍຖືເອົາການຕົກລົງເປັນເອກະພາບຂອງສອງເລຂາທິການໃຫຍ່ເປັນທິດຊີ້ນໍາ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນ ເປັນຮູບປະທໍາ ແລະ ມີປະສິດທິຜົນ; ໂດຍອີງໃສ່ມູນເຊື້ອປະຫວັດສາດທີ່ມີການພົວພັນກັນມາແຕ່ດົນນານນັ້ນ ໃຫ້ສືບຕໍ່ແລກປ່ຽນການຢ້ຽມຢາມການນໍາແຂວງກວາງຊີ ແລະ ບັນດາແຂວງກ່ຽວຂ້ອງຂອງລາວ; ສືບຕໍ່ຖອດຖອນບົດຮຽນ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ແກ່ ສປປ ລາວ; ລວມທັງ ສະເໜີໃຫ້ມີນະໂຍບາຍພິເສດໃຫ້ແກ່ສິນຄ້າກະສິກຳຈາກ ສປປ ລາວ ໃຫ້ສາມາດເຂົ້າມາຈຳໜ່າຍຢູ່ ສປ ຈີນ ແລະ ຊ່ວຍ ສປປ ລາວ ໃນການຍົກສູງຄຸນນະພາບການຜະລິດສິນຄ້າກະສິກຳ, ປັບປຸງການປູກພືດກະສິກຳທີ່ມີທ່າແຮງ ແລະ ມີຜົນຕອບຮັບທີ່ສູງຂຶ້ນດ້ວຍການຮ່ວມມືກັນໃຫ້ເລິກເຊິ່ງ; ສົ່ງເສີມ ແລະ ນຳໃຊ້ກົນໄກຮ່ວມມືລະຫວ່າງບັນດາແຂວງພາກເໜືອຂອງລາວ ກັບແຂວງກວາງຊີ ເພື່ອຊຸກຍູ້ການຮ່ວມມືຮອບດ້ານ; ຊຸກຍູ້ບັນດາວິສາ ຫະກິດທີ່ມີທຶນຮອນ, ມີປະສົບການ ແລະ ມີຄວາມສາມາດໄປລົງທຶນ ຫລື ຮ່ວມທຸລະກິດຢູ່ລາວຫລາຍຂຶ້ນໂດຍສະເພາະ ການປຸງແຕ່ງກະສິກຳ ແລະ ການຜະລິດອຸດສາຫະກຳ ທີ່ລາວມີທ່າແຮງ; ສືບຕໍ່ໃຫ້ການຊ່ວຍເຫລືອສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ; ຄຽງຄູ່ກັບການຍົກສູງການຮ່ວມມືດ້ານການທ່ອງ ທ່ຽວລະຫວ່າງສອງຝ່າຍໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ການນຳໃຊ້ເສັ້ນທາງດ່ວນລາວ-ຈີນ ແລ ະເສັ້ນທາງອື່ນໆ. ໃນປີ 2024 ຈະເປັນປີທ່ອງທ່ຽວຂອງ ສປປ ລາວ ຫວັງວ່າ ອໍານາດການປົກຄອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈະມີນະໂຍບາຍສະໜັບສະໜູນ ເພື່ອເຮັດໃຫ້ການທ່ອງທ່ຽວສອງຝ່າຍ ມີບັນຍາກາດອັນໃໝ່. ພ້ອມກັນນີ້, ໄດ້ຕາງໜ້າພັກ-ລັດຖະບານແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ການນໍາຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີຕໍ່ການສະໜັບສະໜູນ,ການຊ່ວຍເຫລືອອັນລໍ້າຄ່າ ແລະ ມີຜົນປະໂຫຍດຫລາຍໆດ້ານ ໃຫ້ແກ່ ສປປ ລາວ.

ໃນໂອກາດດຽວກັນ, ທ່ານປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ກໍໄດ້ສະແດງຄວາມດີ ໃຈເປັນຢ່າງຍິ່ງ ແລະ ຍິນດີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະທີ່ເດີນທາງ ມາເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ການຍົກລະດັບ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ,ຈີນ-ລາວ ໂດຍສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກັບ ສປປ ລາວ ເຊິ່ງມີປະຫວັດສາດ, ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ; ສະແດງຄວາມດີໃຈ ແລະ ຕີລາຄາສູງ ທີ່ເຫັນວ່າການຮ່ວມມືຂອງສອງປະເທດ ນັບມື້ນັບໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ແມ່ນການຮ່ວມມືລະຫວ່າງ ເຂດກວາງຊີ ແລະ ສປປ ລາວ ແມ່ນໄດ້ການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກຕົວຈິງ ໂດຍສະເພາະ ການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກໍາ ຮ່ວມກັນ ລວມທັງ ຈະສືບຕໍ່ຊ່ວຍເຫລືອໃນການສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ. ພ້ອມທັງຢືນຢັນວ່າ ຈະຮ່ວມກັບພາກສ່ວນກ່ຽວຂ້ອງຂອງລາວ ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະກັນ ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ຖອດຖອນບົດຮຽນໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ ລວມທັງ ສ້າງຕັ້ງກົນໄກການຮ່ວມມື ເພື່ອຄວາມສະດວກໃນການປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ບັນດາບໍລິສັດ, ນັກລົງທຶນຂອງແຂວງກວາງຊີ ໄປຢ້ຽມຢາມ ແລະ ສຶກສາ ເບິ່ງຄວາມເປັນໄປໄດ້ໃນການຮ່ວມມືດ້ານການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ.

ໃນໄລຍະທີ່ເຄື່ອນໄຫວຢູ່ແຂວງກວາງຊີ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ສູນຂໍ້ມູນຂ່າວສານ ຈີນ-ອາຊຽນ ແລະ ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເຊັນ MOU ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກັບສູນຂໍ້ມູນຂ່າວສານ ຈີນ-ອາຊຽນ ຕື່ມອີກ.