ແຫລ່ງຂ່າວເມືອງປາກຊ່ອງລາຍງານ ໃຫ້ຮູ້ເມື່ອບໍ່ດົນຜ່ານມາວ່າ: ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ປັບປຸງເສັ້ນທາງທີ່ເປ່ເພຈາກຜົນກະທົບໃນໄລຍະລະດູຝົນທີ່ຜ່ານມາ ໂດຍໄດ້ສ້າງຄວາມຫຍຸ້ງຍາກລຳບາກໃນການສັນຈອນໄປ-ມາ ແລະ ຂົນສົ່ງສິນຄ້າຂອງປະຊາຊົນພາຍໃນເມືອງປາກຊ່ອງ, ເຊິ່ງການລົງຕິດຕາມຂອງ ທ່ານ ພີມພອນ ພັນດານຸວົງ ເຈົ້າເມືອງປາກຊ່ອງ, ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີອຳນາດການປົກຄອງບ້ານ ແລະ ພະນັກງານວິຊາການຂອງຫ້ອງການເຂົ້າຮ່ວມ.
ການສ້ອມແປງທາງຄັ້ງນີ້ ທາງອຳນາດການປົກຄອງເມືອງໄດ້ແກ້ໄຂສຸກເສີນຢູ່ 2 ຈຸດຄື: ຈຸດບ້ານວັດຫລວງ ກຸ່ມ I ຜ່ານເທດສະບານເມືອງມີເສັ້ນທາງ 4 ເສັ້ນ, ມີຄວາມຍາວ 2.400 ແມັດ ໃນນັ້ນທາງດິນແດງ 1 ລັອກ ມີມູນຄ່າສ້ອມແປງ 47 ລ້ານກີບ ຊຶ່ງແມ່ນທຶນປະກອບສ່ວນຂອງບ້ານ, ອົງການປົກຄອງເມືອງ, ຜູ້ປະກອບການ ແລະ ນັກທຸລະກິດພາຍໃນເມືອງ. ຈຸດທີ 2 ແມ່ນເຂດບ້ານຫລັກ 5 ທົ່ງກະຕ່າຍ ກຸ່ມ VII ມີຄວາມຍາວ 2.700 ແມັດ, ມີມູນຄ່າການສ້ອມແປງ 69 ລ້ານກີບ ເຊິ່ງແມ່ນທຶນຈາກນັກທຸລະກິດ, ຜູ້ປະກອບການທີ່ມາລົງທຶນພາຍໃນເມືອງປາກຊ່ອງ.
ນອກນັ້ນ, ທາງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປາກຊ່ອງ ຍັງໄດ້ລົງສຳຫລວດ, ເກັບກໍາຂໍ້ມູນເສັ້ນທາງທີ່ໄດ້ຮັບຜົນກະທົບຈາກພະຍຸໂນຣຸ ແລະ ຂຶ້ນແຜນໃຫ້ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງໃນການຈັດສັນຫງົບປະມານປະຈຳປີຕື່ມອີກ.