Razer ເຜີຍໂສມເມົາໄຮ້ສາຍລຸ້ນໃຫມ່ ໃສ່ຖ່ານ 2 ກ້ອນ ໃຊ້ໄດ້ດົນເຖິງ 350 ຊົ່ວໂມງ

Razer ເຜີຍໂສມ Atheris ເມົາບໍ່ມີສາຍລຸ້ນໃຫມ່ ແບັດເຕີຣີມີອາຍຸຍາວນານທີ່ສຸດໃນໂລກໂດຍຄອນເຊປຂອງເມົາລຸ້ນນີ້ ຄືເມົາສໍາລັບເຮັດວຽກທີ່ມີປະສິດທິພາບທຽບເທົ່າລະດັບເກມມິ່ງເກຍ ດ້ວຍພະລັງງານຈາກຖ່ານ AA ຈໍານວນສອງກ້ອນ ສາມາດໃຊ້ໄດ້ດົນເຖິງ 350 ຊົ່ວໂມງ (ເມື່ອເຊື່ອມຕໍ່ຜ່ານ Bluetooth LE).

Razer – Atheris ມີຄວາມລະອຽດສູງເຖິງ 7200 DPI ນໍ້າໜັກ 66 ກຣາມ ຮອງຮັບການເຮັດວຽກຮ່ວມກັບ Razer Synapse 3 ເຊື່ອມຕໍ່ກັບຄອມພິວເຕີຜ່ານ Wi-Fi Dual 2.4 GHz ຫຼື Bluetooth LE ກໍໄດ້ ມີບ່ອນເກັບ Wi-Fi dongle ພາຍໃນຕົວເມົາ. ເມົານີ້ຈະບໍ່ມີໄຟເພື່ອຄວາມສວຍງາມໃນຕົວ ບໍ່ຮອງຮັບ Razer Chroma ເນື່ອງຈາກຕ້ອງການປະຢັດພະລັງງານໃຫ້ໃຊ້ໄດ້ດົນທີ່ສຸດ.
ໃຜທີ່ສົນໃຈ ຕອນນີ້ສາມາດສັ່ງຊື້ໄດ້ຈາກໜ້າເວັບໄຊຂອງ Razer ເທົ່ານັ້ນ ໃນລາຄາ ປະມານ 400.000 ກວ່າກີບ ຈະວາງຂາຍໃນຮ້ານຄ້າທົ່ວໄປໃນທ້າຍປີນີ້.

