ສີລັງກາໄຟຂຽວກົດໝາຍຄຸມອຳນາດປະທານາທິບໍດີ ຫວັງຫລຸດຄວາມບໍ່ພໍໃຈຂອງປະຊາຊົນ
ລັດຖະບານສີລັງກາໄດ້ລົງມະຕິສະໜັບສະໜູນຮ່າງກົດໝາຍທີ່ຈະຄວບຄຸມອຳນາດຂອງປະທານາທິບໍດີ ເຊິ່ງເປັນຄວາມພະຍາຍາມທີ່ຈະຫລຸດຄວາມບໍ່ພໍໃຈຂອງປະຊາຊົນ ຫລັງ Kothaphaya Ratchapaksa ອະດີດປະທານາທິບໍດີສີລັງກາໄດ້ນຳພາປະເທດເຂົ້າສູ່ວິກິດເສດຖະກິດຄັ້ງຮ້າຍແຮງທີ່ສຸດນັບແຕ່ປະກາດເອກະລາດ. ສຳນັກຂ່າວບລູມເບິກລາຍງານວ່າ: ຫລັງການອະພິປາຍເປັນເວລາ 2 ວັນ ສະມາຊິກລັດຖະສະພາ 174 ຄົນຈາກທັງໝົດ 225 ຄົນສະໜັບສະໜູນຮ່າງກົດໝາຍດັ່ງກ່າວ ເຊິ່ງຖືເປັນຄວາມຄືບໜ້າໃນຄວາມພະຍາຍາມທີ່ຈະປະຕິຮູບການເມືອງ ເພື່ອຄວບຄຸມອຳນາດຂອງປະທານາທິບໍດີ ແລະ ເຮັດໃຫ້ຕຳແໜ່ງປະທານາທິບໍດີຕ້ອງມີຄວາມຮັບຜິດຊອບຕໍ່ສະພານິຕິບັນຍັດເພີ່ມຂຶ້ນ. ກົດໝາຍດັ່ງກ່າວຖືເປັນຫົວໃຈສຳຄັນສຳລັບແຜນການຂອງ…








