AI ເປັນທັງ “ຄວາມສ່ຽງ” ແລະ “ໂອກາດ” ສໍາລັບສື່ສານມວນຊົນ

ປັນຍາປະດິດ (AI) ເປັນທັງໄພຄຸກຄາມ ແລະ ໂອກາດສໍາລັງຂະແໜງສື່ສານມວນຊົນ ໂດຍຜູ້ຕອບແບບສອບຖາມສໍາລັບລາຍງານສະບັບໃໝ່ ລະບຸວ່າ: ພວກເຂົາມີຄວາມກັງວົນກ່ຽວກັບຜົນກະທົບທາງຈະລິຍະທໍາຕໍ່ຜົນງານຂອງພວກເຂົາ.

ວັນທີ 21 ກັນຍາ, ສໍານັກຂ່າວ AFP ລາຍງານວ່າ: ການສຶກສາດັ່ງກ່າວຢູ່ໃນໂຄງການລິເລີ່ມ “JournalismAI” ຂອງວິທະຍາໄລເສດຖະສາດ ແລະ ລັດຖະສາດແຫ່ງລອນດອນ (LSE) ເຊິ່ງສໍາຫລວດອົງກອນຂ່າວຫລາຍກວ່າ 100 ແຫ່ງ ຈາກ 46 ປະເທດ ກ່ຽວກັບການໃຊ້ AI ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງ ລະຫວ່າງເດືອນເມສາ-ເດືອນກັນຍາຜ່ານມາ.

“ຜູ້ຕອບແບບສອບຖາມຫລາຍກວ່າ 60% ຊີ້ເຖິງຄວາມກັງວົນກ່ຽວກັບຜົນກະທົບທາງຈາລິຍະທໍາຂອງ AI ທີ່ມີຕໍ່ຄຸນຄ່າດ້ານສື່ສານມວນຊົນ ບໍ່ວ່າຈະເປັນ ຄວາມຖືກຕ້ອງ, ຄວາມຍຸຕິທໍາ ແລະ ຄວາມໂປ່ງໃສ ລວມທັງແງ່ມຸມອື່ນໆຂອງການສື່ສານມວນຊົນ” ທີມນັກວິໄຈລະບຸໃນຖະແຫລງການ.

ທ່ານ ຊາລີ ເບດເກດ ຜູ້ອໍານວຍການໂຄງການ ແລະ ຜູ້ຂຽນຮ່ວມຂອງລາຍງານ ກ່າວວ່າ: ຂະແໜງສື່ສານມວນຊົນທົ່ວໂລກກໍາລັງຜະເຊີນໄລຍະເວລາຂອງການປ່ຽນແປງທາງເຕັກໂນໂລຊີທີ່ໜ້າຕື່ນເຕັ້ນ ແລະ ເປັນຕາຢ້ານ ເນື່ອງຈາກຜົນການສຶກສາສະແດງໃຫ້ເຫັນວ່າ: AI ສໍາລັບການສ້າງຄອນເທນແບບໃໝ່ມີທັງໄພຄຸກຄາມຕໍ່ຄວາມສົມບູນຂອງຂໍ້ມູນ ແລະ ສື່ຂ່າວ ແລະ ເປັນໂອກາດທີ່ໜ້າເຫລືອເຊື່ອໃນການເຮັດໃຫ້ສື່ສານມວນຊົນມີປະສິດທິພາບ, ປະສິດທິຜົນ ແລະ ຄວາມໜ້າເຊື່ອຖືຫລາຍຂຶ້ນ.

ເຖິງວ່ານັກຂ່າວຫລາຍຄົນຈະເນັ້ນໜັກເຖິງຜົນປະໂຫຍດຂອງ AI ກ່ຽວກັບການປະຢັດເວລາໃນການເຮັດວຽກຕ່າງໆເຊັ່ນ: ການແກະສຽງຈາກບົດສໍາພາດ, ແຕ່ພວກເຂົາຊີ້ວ່າ: ເນື້ອໃນທີ່ມາຈາກ AI ສໍາລັບການສ້າງຄອນເທນ ຈໍາເປັນຕ້ອງໄດ້ຮັບການກວດສອບໂດຍມະນຸດ ເພື່ອຫລຸດຄວາມສ່ຽງຂອງອັນຕະລາຍທີ່ອາດເກີດຂຶ້ນ ບໍ່ວ່າຈະເປັນອະຄະຕິ ແລະ ຄວາມບໍ່ຖືກຕ້ອງ.

ນອກຈາກນີ້, ຄວາມທ້າທາຍອີກຢ່າງໜຶ່ງທີ່ກ່ຽວຂ້ອງກັບການບູລະນະການ AI ຄື ຄວາມບໍ່ເທົ່າທຽມ ເນື່ອງຈາກເຕັກໂນໂລຊີ AI ເຊິ່ງໄດ້ຮັບການພັດທະນານັ້ນມີໃຫ້ບໍລິການໃນພາສາອັງກິດ ນັ້ນຈຶ່ງເຮັດໃຫ້ຜົນປະໂຫຍດທາງເສດຖະກິດ ແລະ ສັງຄົມຂອງ AI ລວມຢູ່ໃນກຸ່ມປະເທດໂລກເໜືອ ແລະ ເກີດຄວາມເສຍຫາຍຕໍ່ກຸ່ມປະເທດໂລກໃຕ້.