ສະພາຕໍ່າອິນເດຍຜ່ານກົດໝາຍ ເພີ່ມໂກຕ້າສະມາຊິກສະພາເພດຍິງເປັນໜຶ່ງໃນສາມ

ສະພາຜູ້ແທນລາຊະດອນອິນເດຍ ຜ່ານກົດໝາຍໃຫ້ອັດຕາສ່ວນສະມາຊິກເພດຍິງໃນສະຖາບັນຝ່າຍນິຕິບັນຍັດຕ້ອງຢູ່ປະມານ 33%.
ວັນທີ 21 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະພາຜູ້ແທນລາຊະດອນອິນເດຍມີມະຕິສຽງສ່ວນຫລາຍ 454 ຕໍ່ 2 ສຽງ ໃນກອງປະຊຸມວັນທີ 21 ກັນຍາຜ່ານມາ ຮັບຮອງກົດໝາຍເພີ່ມອັດຕາສ່ວນສະມາຊິກສະພາທີ່ເປັນເພດຍິງໃຫ້ຢູ່ໜຶ່ງໃນສາມ ໂດຍກົດໝາຍນີ້ຄວບຄຸມສະພາຜູ້ແທນລາຊະດອນ ແລະ ສະມາຊິກສະພາລະດັບທ້ອງຖິ່ນ.
ເຖິງຢ່າງໃດກໍຕາມ, ການປ່ຽນແປງດັ່ງກ່າວຈະຍັງບໍ່ເກີດຂຶ້ນທັນທີ ໂດຍຕ້ອງໃຫ້ຜ່ານພົ້ນການເລືອກຕັ້ງທົ່ວໄປໃນປີໜ້າໄປກ່ອນ ເນື່ອງຈາກຕ້ອງຜ່ານຂະບວນການອີກຫລາຍຂັ້ນຕອນ ລວມທັງການພິຈາລະນາ ແລະ ລົງມະຕິໂດຍວຸດທິສະພາ.
ເຖິງວ່າອິນເດຍມີນາຍົກລັດຖະມົນຕີຜູ້ຍິງມາແລ້ວ ຄືນາງ ອິນທິຣາ ຄານທີ ແຕ່ນາງຍັງເປັນພຽງຜູ້ຍິງຄົນທໍາອິດ ແລະ ຄົນດຽວທີ່ດໍາລົງຕໍາແໜ່ງສູງສຸດຂອງຝ່າຍບໍລິຫານການເມືອງໃນອິນເດຍ.
ຂະນະທີ່ອັດຕາສ່ວນສະມາຊິກເພດຍິງໃນສະພາຜູ້ແທນລາຊະດອນຊຸດປັດຈຸບັນ ມີສະມາຊິກທັງໝົດ 788 ຄົນ ມີພຽງ 104 ຄົນ ຫລື ປະມານ 13% ເທົ່ານັ້ນ ເຊິ່ງຫລາຍຝ່າຍວິເຄາະວ່າ: ເລື່ອງນີ້ສາມາດສະທ້ອນສະພາບສັງຄົມຂອງອິນເດຍໄດ້ເຊັ່ນກັນ ໂດຍຂໍ້ມູນຈາກສໍານັກງານສະຖິຕິແຫ່ງຊາດອິນເດຍລະບຸວ່າ: ອັດຕາສ່ວນປະຊາກອນຍິງໄວແຮງງານໃນລະບົບຂອງປະເທດມີເກືອບໜຶ່ງໃນສາມເທົ່ານັ້ນ.

