ປີ 2024 ສິງກະໂປ ຕັ້ງເປົ້າໝາຍ ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກສະໜາມບິນ Changi ບໍ່ຈຳເປັນຕ້ອງໃຊ້ໜັງສືຜ່ານແດນ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 19 ກັນຍາ 2023, ທ່ານນາງ ໂຈເຊຟິນ ທິໂອ ລັດຖະມົນຕີວ່າການກະຊວງການຕິດຕໍ່ສື່ສານກ່າວຕໍ່ລັດຖະສະພາວ່າ: ສິງກະໂປ ຈະຢືນຢັນໂຕຕົນຜູ້ໂດຍສານໂດຍຜ່ານລະບົບເອກະລັກບຸກຄົນຕາມຈຸດຕ່າງໆ ນັບແຕ່ຈຸດໂຫລດກະເປົ໋າ ຈົນເຖິງການກວດຄົນເຂົ້າ-ອອກເມືອງ ແລະ ການຂຶ້ນເຮືອບິນ ຕັ້ງແຕ່ໄລຍະເຄິ່ງປີທຳອິດຂອງປີ 2024 “ວິທີດັ່ງກ່າວຈະຊ່ວຍອຳນວຍຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານ ໂດຍບໍ່ຕ້ອງສະແດງເອກະສານການເດີນທາງແບບຊ້ຳໆ ໃນລະຫວ່າງຂັ້ນຕອນການລະບຸໂຕຕົນຕ່າງໆ,”
ອົງການຂ່າວ Bloomberg ລາຍງານວ່າ ການເຄື່ອນໄຫວດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ສິງກະໂປຄາດວ່າ ຈຳນວນນັກເດີນທາງເຂົ້າສິງກະໂປຈະຟື້ນໂຕສູ່ລະດັບກ່ອນໂຄວິດ-19 ລະບາດພາຍໃນປີໜ້າ ແລະ ຈະສືບຕໍ່ເພີ່ມຂຶ້ນຫຼັງຈາກນັ້ນ.
ປັດຈຸບັນ ສິງກະໂປກຳລັງກໍ່ສ້າງອາຄານຮອງຮັບຜູ້ໂດຍສານແຫ່ງທີ 5 ຢູ່ສະໜາມບິນຊາງງີ (Changi) ໃນຂະນະດຽວກັນຄາດວ່າ ລົດໄຟຄວາມໄວສູງທີ່ເຊື່ອມຕໍ່ສິງກະໂປໄປຍັງລັດຍະໂຮຣ໌ ທາງພາກໃຕ້ຂອງມາເລເຊຍຈະພ້ອມໃຊ້ງານໃນໄລຍະບໍ່ເທົ່າໃດປີຂ້າງໜ້າ.
ສະໜາມບິນ Changi ຖືກຈັດອັນດັບເປັນສະໜາມບິນທີ່ດີທີ່ສຸດໃນໂລກ ໂດຍຮອງຮັບຜູ້ໂດຍສານ 5.12 ລ້ານຄົນໃນເດືອນມິຖຸນາ ເຊິ່ງບັນລຸ 5 ລ້ານຄົນເປັນຄັ້ງນັບຕັ້ງແຕ່ເດືອນມັງກອນ ປີ 2020 ເຊິ່ງເປັນໄລຍະທີ່ທີ່ການລະບາດຂອງ COVID-19 ໄດ້ເກີດຂຶ້ນ ໂດຍໂຕເລກນີ້ກວມເອົາ 88% ຂອງຈໍານວນຜູ້ໂດຍສານໃນເດືອນມິຖຸນາ 2019 ສະແດງໃຫ້ເຫັນວ່າ ການເດີນທາງລະຫວ່າງປະເທດຂອງສິງກະໂປນັ້ນຟື້ນຂຶ້ນຢ່າງຊັດເຈນ.
ອ້າງອີງຈາກ: https://edition.cnn.com/travel/article/changi-airport-singapore-passport-free-travel-intl-hnk/index.html

