ປັກກິ່ງສ່ຽງຖືກລັອກດາວອີກຮອບ ຫລັງພົບຜູ້ຕິດເຊື້ອເກືອບ 200 ຄົນໃນ 10 ວັນ
ໃນຂະນະທີ່ນະໂຍບາຍໂຄວິດເປັນສູນຂອງຈີນກຳລັງຖືກວິພາກວິຈານວ່າເປັນສາເຫດເຮັດໃຫ້ເສດຖະກິດຫລຸດຖອຍ, ນະຄອນຫລວງປັກກິ່ງ ເມືອງຫລວງຂອງປະເທດ ຕ້ອງຜະເຊີນຄວາມສ່ຽງຕໍ່ການລັອກດາວອີກຮອບ ຫລັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເກືອບ 200 ຄົນ ໃນເວລາ 10 ວັນ. ໜ່ວຍງານດ້ານສຸຂະພາບຂອງນະຄອນຫລວງປັກກິ່ງ ກຳລັງເພີ່ມຄວາມພະຍາຍາມໃນການຢຸດຢັ້ງການລະບາດຂອງພະຍາດໂຄວິດ-19 ໃນເມືອງເຊິ່ງມີປະຊາກອນອາໄສຢູ່ 21 ລ້ານຄົນ ຫລັງຈາກມີລາຍງານພົບຜູ້ຕິດເຊື້ອເພີ່ມຂຶ້ນ 18 ຄົນໃນວັນທີ 20…










