ພາຍຸ “ເຊິນກາ” ເຮັດໃຫ້ຊາວຫວຽດນາມເສຍຊີວິດເພີ່ມເປັນ 10 ຄົນ

ຫວຽດນາມແຈ້ງວ່າ: ມີຜູ້ເສຍຊີວິດເພີ່ມອີກ 6 ຄົນ ຈາກເຫດນ້ຳຖ້ວມທາງຕອນກາງຂອງປະເທດນັບແຕ່ຄືນວັນທີ 14 ຕຸລາ ອັນເປັນຜົນມາຈາກພາຍຸເຊິນກາ (Son Ca) ຂຶ້ນຝັ່ງ ເຮັດໃຫ້ຈຳນວນຜູ້ເສຍຊີວິດລວມເປັນ 10 ຄົນແລ້ວໃນປັດຈຸບັນ.

ຜູ້ເສຍຊີວິດລາຍໃໝ່ປະກອບມີນັກສຶກສາ 2 ຄົນທີ່ຢູ່ໃນພື້ນທີ່ທີ່ມີນ້ຳຖ້ວມສູງເກືອບ 2 ແມັດໃນເມືອງດານັງ, ເດັກນ້ອຍ 2 ຄົນທີ່ຖືກກະແສນ້ຳພັດໃນແຂວງກວາງນາມ, ຜູ້ຊາຍທີ່ຕົກເຮືອ ແລະ ຜູ້ຊາຍທີ່ມື່ນລົ້ມຈົມນ້ຳຖ້ວມໃນແຂວງເຖື່ອທຽນ-ເຫວ້. ກ່ອນໜ້ານີ້ ເມືອງດານັງແຈ້ງໃນຕອນບ່າຍວັນທີ 16 ຕຸລາວ່າ: ມີຜູ້ເສຍຊີວິດຈາກນ້ຳຖ້ວມ 4 ຄົນ.

ພາຍຸເຊິນກາທີ່ຂຶ້ນຝັ່ງຕອນກາງຂອງຫວຽດນາມໃນວັນທີ 15 ຕຸລາຜ່ານມາ ເຮັດໃຫ້ເມືອງດານັງມີຝົນຕົກສູງເຖິງ 700 ມິນລີແມັດ ນັບແຕ່ຄືນວັນທີ 14 ຕຸລາ ເປັນເຫດໃຫ້ຈົມນ້ຳທົ່ວເມືອງ, ຂຸມຝັງສົບຈຳນວນຫລາຍໃນສຸສານຮົວເຊິນທີ່ມີຂະໜາດໃຫຍ່ທີ່ສຸດໃນເມືອງດານັງຖືກດິນຖະຫລົ່ມ ຫລື ຖືກນ້ຳຖ້ວມ. ຂະນະທີ່ແຂວງເຖື່ອທຽນ-ເຫວ້ມີປະລິມານນ້ຳຝົນສະເລ່ຍ 500-600 ມິນລີແມັດ, ເຮືອນຫລາຍກວ່າ 19.900 ຫລັງຖືກນ້ຳຖ້ວມສູງ 0,3-0,8 ແມັດ, ເສັ້ນທາງສັນຈອນຂ້າມແຂວງຫລາຍເສັ້ນຫາກໍນຳໃຊ້ໄດ້ໃນຕອນບ່າຍວັນທີ 16 ຕຸລາ.