ສະມາຄົມນັກຂ່າວພາກເໜືອຈະເລັ່ງພັດທະນາຕົນເອງໃຫ້ມີຄຸນນະພາບສູງຂຶ້ນ

ກອງປະຊຸມສະມາຄົມນັກຂ່າວແຫ່ງ ສປປ ລາວ ປະຈຳພາກເໜືອ, ໄດ້ໄຂ ຂຶ້ນໃນເຊົ້າວັນທີ 14 ສິງຫານີ້ທີ່ແຂວງຫລວງພະບາງ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມແນະນຳຂອງທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີຫົວໜ້າພະແນກ ແລະ ຄະນະບໍລິຫານງານ ພ້ອມສະມາຊິກສະມາຄົມນັກຂ່າວຈາກ 8 ແຂວງພາກເໜືອເຂົ້າຮ່ວມຢ່າງພ້ອມພຽງ.
ຫົວໜ້າສາຂາສະມາຄົມນັກຂ່າວປະຈຳພາກເໜືອໄດ້ລາຍງານໃຫ້ຮູ້ວ່າ: ສະມາຄົມນັກຂ່າວສາຂາພາກເໜືອໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2015 ຕາມຂໍ້ຕົກລົງຂອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ປະກອບມີ 8 ແຂວງຄື:ອຸດົມໄຊ, ຫລວງພະບາງ, ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ ແລະ ໄຊຍະບູລີ, ເຊິ່ງຜ່ານໄລຍະເວລາດັ່ງກ່າວສະມາຄົມນັກຂ່າວພາກເໜືອໄດ້ຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ, ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ຊີ້ນຳການເຄື່ອນໄຫວຂອງນັກຂ່າວ ເພື່ອເຮັດວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຮັບໃຊ້ໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ ແລະ ໄດ້ຊ່ວຍໃຫ້ວຽກງານສື່ມວນຊົນຂອງບັນດາແຂວງພາກເໜືອເຕີບໃຫຍ່ເຂັ້ມແຂງ, ເຊິ່ງມາຮອດປັດຈຸບັນຈຳນວນສື່ສິ່ງພິມ ແລະ ວາລະສານຕ່າງໆໄດ້ເພີ່ມຂຶ້ນເປັນ 25 ສະບັບ, ມີວິທະຍຸກະຈາຍສຽງ 29 ແຫ່ງ ແລະ ໂທລະພາບ 17 ແຫ່ງ, ສາມາດກະຈາຍຄື້ນສຽງ ແລະ ພາບກວມເອົາຫລາຍກວ່າ 80% ຂອງພາກພື້ນດິນ, ດ້ານເນື້ອໃນຂ່າວກໍໄດ້ປັບປຸງດີຂຶ້ນດ້ວຍຫລາຍຮູບຫລາຍສີ, ທັງນີ້ກໍຍ້ອນການເອົາໃຈໃສ່ຊີ້ນຳ-ນຳພາຂອງສະມາຄົມ ແລະ ໄດ້ເອົາໃຈໃສ່ຊອກແຫລ່ງທຶນເພື່ອຈັດອົບຮົມຍົກລະດັບວິຊາສະເພາະຂອງພະນັກງານນັກຂ່າວດີຂຶ້ນເປັນລຳດັບ. ແຕ່ຄຽງຄູ່ກັນນັ້ນ ກໍມີບາງບັນຫາທີ່ສະມາຄົມນັກຂ່າວສາຂາພາກເໜືອຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງໃຫ້ມີຄຸນນະພາບສູງຂຶ້ນເຊັ່ນ: ການເປັນຂົວຕໍ່ ແລະ ການປະສານງານລະຫວ່າງສະມາຄົມ ແລະ ແຂວງຕ່າງໆຍັງບໍ່ຕໍ່ເນື່ອງ, ການປະສານສົມທົບຮ່ວມແກ້ໄຂບັນຫາຕ່າງໆຂອງສະມາຄົມຍັງບໍ່ທັນການກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ, ສະມາຄົມບາງແຂວງບໍ່ທັນໄດ້ເຄື່ອນໄຫວແຂງແຮງ ແລະ ປົກກະຕິຕາມພາລະບົດບາດຂອງຕົນ, ສ່ວນຫລາຍໄດ້ພຽງຮູບການ, ການລົງທຶນພັດທະນາພື້ນຖານວັດຖຸເຕັກນິກຍັງມີໜ້ອຍ, ການເຜີຍແຜ່ຂໍ້ມູນຂ່າວສານຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ອື່ນໆ.
ໃນໂອກາດອັນສຳຄັນນີ້, ທ່ານປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມແນະນໍາຫລາຍບັນຫາສຳຄັນຄື: ຕໍ່ສິ່ງທ້າທາຍຂອງວຽກງານສື່ມວນຊົນເຮົາໃນປັດຈຸບັນມັນຮຽກຮ້ອງໃຫ້ສື່ພວກເຮົາເພີ່ມທະວີຄວາມບຸກບືນສູູ້ຊົນສ້າງຕົນເອງ, ເຮັດແທ້ທຳຈິງບົນຈິດໃຈບຸກທະລຸຢ່າງແທ້ຈິງ ເພື່ອຮັບປະກັນໜ້າທີ່ການເມືອງຂອງຕົນດ້ວຍຄວາມໜັກແໜ້ນ, ສຸມໃສ່ນຳເອົາຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ-ລັດຖະບານ, ປຸກລະດົມຂະບວນການຜະລິດຂອງປະຊາຊົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດເຮົາໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ຍຶດໝັ້ນທັດສະນະຂອງພັກ, ຂອງຄວາມເປັນຈິງ ແລະ ເປັນເຄື່ອງມືອັນແຫລມຄົມຂອງພັກ, ເປັນເວທີແຫ່ງການເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ເພື່ອບັນລຸເປົ້າໝາຍດັ່ງກ່າວວຽກງານສື່ມວນຊົນເຮົາຕ້ອງໄດ້ເອົາໃຈໃສ່ບຳລຸງຍົກລະດັບກໍ່ສ້າງຖັນແຖວພະນັກງານສື່ມວນຊົນໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ ເພື່ອສາມາດເຊື່ອມໂຍງເຂົ້າກັບຂົງເຂດ ແລະ ສາກົນເທື່ອລະກ້າວ.

