ນະຄອນຫລວງວຽງຈັນ ປັບປຸງໂຄງລ່າງພື້ນຖານ ເພື່ອເປັນປະທານ ແລະ ເຈົ້າພາບກອງປະຊຸມອາຊຽນ ປີ 2024

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ມີຄຳເຫັນໃນເວລາພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງຄະນະຜູ້ແທນຂັ້ນສູງ ນວ ແລະ ຄະນະກໍາມະການປະຊາຊົນນະຄອນ ຫລວງຮ່າໂນ້ຍ ທີ່ນໍາໂດຍ ທ່ານ ເຈິ່ນ ສີແທ່ງ ໃນວັນທີ 4 ຕຸລາ 2023 ຢູ່ສໍານັກງານຄະນະກໍາມະການປະຊາຊົນນະຄອນຫລວງຮ່າໂນ້ຍ ວ່າ: ນະຄອນຫລວງວຽງຈັນ ກຳລັງສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບບັນຫາການແກ້ໄຂຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກສະພາບເສດຖະກິດ-ການເງິນ ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດ, ການອ່ອນຄ່າຂອງເງິນກີບ, ພ້ອມທັງສຸມໃສ່ປັບປຸງໂຄງລ່າງພື້ນຖານ ເພື່ອເປັນປະທານ ແລະ ເຈົ້າພາບກອງປະຊຸມອາຊຽນ ປີ 2024, ກອງປະຊຸມບັນດານະຄອນຫລວງອາຊຽນ ແລະ ນະຄອນອາຊີ ພ້ອມນີ້ໃນເດືອນພະຈິກ 2023 ນວ ຈະຈັດງານບຸນນະມັດສະການພະທາດຫລວງ ພ້ອມເປີດປີທ່ອງທ່ຽວລາວ 2024 ເຊິ່ງຈະມີງານວາງ ສະແດງສິນຄ້າ ແລະ ກິດຈະກຳອື່ນໆ.
ສອງຝ່າຍໄດ້ ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງນະຄອນໃນໄລຍະຜ່ານມາ ເຊິ່ງມີຫລາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດເຊັ້ນ: ຂົງເຂດການສຶກສາ, ການຊ່ວຍເຫຼືອໂຄງ ການກໍ່ສ້າງອາຄານຂອງພະແນກຍຸຕິທໍາ ແລະ ອົງການໄອຍະການປະຊາຊົນ ນວ, ການຮ່ວມມືຂອງພະແນກການກ່ຽວຂ້ອງ ສອງນະຄອນ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ລົງນາມຮ່ວມກັນ ເພື່ອສ້າງໂຄງການຮ່ວມມືລະອຽດ ໂດຍສະເພາະໂຄງການຮ່ວມມືຂອງອົງການຈັດຕັ້ງການເມືອງ ແລະ ອົງການຈັດຕັ້ງມະຫາຊົນ,ແລກ ປ່ຽນ ສະໜັບສະໜູນຊ່ວຍເຫຼືອກັນດ້ານການເຝິກອົບຮົມແລກປ່ຽນຂໍ້ມູນຂ່າວສານ,
ສໍາຄັນແມ່ນກົນໄກຂອງການຮ່ວມມືຂອງສອງນະຄອນໃນຕໍ່ໜ້າໃຫເເປັນໄປຕາມ ປົກກະຕິ ແລະ ຕໍ່ເນື່ອງ ຄວນມີກົນໄກເພີ່ມໃນການຕິດຕາມ ກວດກາ ແລະ ຊຸກຍູ້ ເພື່ອໃຫ້ໄດ້ຮັບການຈັດຕັ້ງຢ່າງມີປະສິດທິຜົນສູງ ແລະ ບັນຫາຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈນໍາກັນຕື່ມອີກ.

