ອີຊູຊູລາວ ແລະ ກາແດງລາວ ຮ່ວມສ້າງຕູ້ບໍລິຈາກສົມທົບທຶນຊ່ວຍເຫລືອຜູ້ດ້ອຍໂອກາດເຂດຫ່າງໄກສອກຫລີກ

ວັນທີ 14 ສິງຫານີ້, ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດຜູ້ດຽວ ນຳໂດຍທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານບໍລິສັດ ແລະ ອົງການກາແດງລາວ ນຳໂດຍທ່ານ ຄອນສະຫວັນ ຈັນທະຄາມ ຫົວໜ້າຫ້ອງການ, ໄດ້ຮ່ວມກັນສ້າງຕູ້ບໍລິຈາກຂຶ້ນ 1 ໜ່ວຍເພື່ອສົມທົບທຶນຊ່ວຍເຫລືອຜູ້ດ້ອຍໂອກາດເຂດຫ່າງໄກສອກຫລີກໃນທົ່ວປະເທດ, ໂດຍກຳນົດໄລຍະເວລາ 1 ປີຈຶ່ງຈະໄຂຫີບດັ່ງກ່າວ.
ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດຜູ້ດຽວ ກ່າວວ່າ: ບັນດາລູກຄ້າທີ່ເຂົ້າມາໃຊ້ບໍລິການໃນສູນຂອງພວກເຮົາ ທຸກຄົນແມ່ນມີສ່ວນຮ່ວມໃນການສົມທົບທຶນດັ່ງກ່າວ, ຊຶ່ງການບໍລິການໃນແຕ່ ລະຄັ້ງ ຖ້າມູນຄ່າໃຊ້ຈ່າຍຮອດ 5 ແສນກີບຂຶ້ນໄປ, ລູກຄ້າດັ່ງກ່າວຈະມີ ສ່ວນຮ່ວມໃນການບໍລິຈາກ 5 ພັນກີບ/ຄັ້ງ, ສ່ວນລູກຄ້າທີ່ມາຊື້ລົດໃໝ່ ແມ່ນໄດ້ຮ່ວມບໍລິຈາກ 1 ແສນກີບ/ຄັນ, ຊຶ່ງເງິນຈຳນວນນັ້ນແມ່ນບໍ່ໄດ້ຫັກຄ່າໃດໆຈາກລູກຄ້າ, ແຕ່ເປັນເງິນຂອງບໍລິສັດອີຊູຊຸລາວ ບໍລິການ ຈຳກັດຜູ້ດຽວ ທີ່ຈະຈ່າຍໃຫ້ແທນ, ຊຶ່ງຖືເປັນກິດຈະກໍາໜຶ່ງທີ່ຕ້ອງການໃຫ້ລູກຄ້າທີ່ມາໃຊ້ບໍລິການ ມີສ່ວນຮ່ວມໃນການສົມທົບທຶນຊ່ວຍເຫລືອຄົນທຸກຍາກຂາດເຂີນ ແລະ ດ້ອຍໂອກາດໃນເຂດຫ່າງໄກສອກຫລີກ.
ທ່ານຫົວໜ້າຫ້ອງການອົງການກາແດງລາວ ໄດ້ມອບໃບຍ້ອງຍໍ, ພ້ອມສະແດງຄວາມຊົມເຊີຍຕໍ່ບໍລິສັດ ອີຊູຊຸລາວ ຈຳກັດຜູ້ດຽວ ທີ່ມີຈິດໃຈມະນຸດສະທຳລິເລີ່ມຊ່ວຍເຫລືອສັງຄົມ ກໍຄືປະຊາຊົນຜູ້ທີ່ທຸກຍາກຂາດເຂີນເຂດຫ່າງໄກສອກຫລີກ ແລະ ຫວັງວ່າ ບໍລິສັດ ຈະສືບຕໍ່ໃຫ້ການຊ່ວຍເຫລືອກິດຈະກຳທີ່ມີປະໂຫຍດນີ້ໄປເລື້ອຍໆ.

