ປະເທດຢູກັນດາ ພົບນັກຮຽນຕິດເຊື້ອ ອີໂບລາ 6 ຄົນ ສັ່ງປິດໂຮງຮຽນທັນທີ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 27 ຕຸລາ 2022 ທີ່ຜ່ານມາ ດຣ ເຈນ ຣູ ອະເຊັງ ລັດຖະມົນຕີສາທາລະນະສຸກ ຢູກັນດາ ຖະແຫລ່ງວ່າ: ພົບເດັກນ້ອຍ 6 ຄົນ ຈາກ 3 ໂຮງຮຽນໃນເມືອງຄຳປາລາ ຕິດເຊື້ອໄວຣັດ ອີໂບລາ ແລະ ໃນຈຳນວນນີ້ເສຍຊີວິດແລ້ວ 1 ຄົນ ໂດຍເດັກນ້ອຍທັງ 6 ຄົນເປັນອ້າຍນ້ອງ ອາໄສຢູ່ເຮືອນດຽວກັນ ຫລັງມີພີ່ນ້ອງ ເດີນທາງມາຈາກພື້ນທີ່ສ່ຽງມາພັກອາໄສຢູ່ນຳ ຂະນະທີ່ພີ່ນ້ອງຄົນນີ້ໄດ້ເສຍຊີວິດແລ້ວ.

ໂດຍລັດຖະມົນຕີສາທາລະນະສຸກກ່າວວ່າ: ປິດການຮຽນການສອນໃນໂຮງຮຽນທັງ 3 ແຫ່ງພ້ອມສັ່ງຕິດຕາມກວດສອບນັກຮຽນ ແລະ ຄູ 170 ຄົນທີ່ໃກ້ຊິດກັບຜູ້ຕິດເຊື້ອ